ເສີມ​ຄວາມ​ຮູ້! ທະ​ຫານກອງ​ພົນ​ທີ4 ເຜີຍ​ແຜ່​ວຽກ​ງານ​ເຕັກ​ນິກ​ຄັ້ງ​ທີ່2

SA Game

ກອງພົນທີ 4

ພິທີເຜີຍແຜ່ວຽກງານເຕັກນິກ ທົ່ວກອງທັບ ຄັ້ງທີ II ຂອງກອງ​ພົນ​ທີ່4

ເປັນ​ຄັ້ງ​ທີ່​ສອງ ທີ່ກອງພົນທີ 4 ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານເຕັກນິກ ທົ່ວກອງທັບ ປີ 2017 – 2021 ແລະ ທິດທາງແຜນການ ປີ 2022 – 2024 ຢູ່ທີ່ສະໂມສອນຂອງຕົນໃນວັນທີ 31 ມີນາ 2022 ນີ້

ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທະຫານຮາບທີ 4, ມີ ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ ຫົວໜ້າຫ້ອງເຕັກນິກ ກອງພົນທະຫານຮາບທີ 4, ມີ ຄະນະພັກ – ຄະນະຫ້ອງ ອົງການ 5 ຫ້ອງ, ພະແນກການ, ກອງພັນໃຫຍ່ 401, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດຜູ້ຮັບຜິດຊອບວຽກງານເຕັກນິກທົ່ວກອງພົນທີ 4 ເຂົ້າຮ່ວມ.

ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ ຫົວໜ້າຫ້ອງເຕັກນິກ ກອງພົນທະຫານຮາບທີ 4, ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານເຕັກນິກ ທົ່ວກອງທັບ ຄັ້ງທີ II ປີ 2017 – 2021 ແລະ ທິດທາງແຜນການ ປີ 2022 – 2024

SA Game
ກອງພົນທີ 4

ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະບັນຊາກົມໃຫຍ່ ເຕັກນິກ ໄດ້ເປັນເຈົ້າການນຳພາ- ຊີ້ນໍາ ແລະ ປະສານສົມທົບກັບ ບັນດາອົງການທີ່ກ່ຽວຂ້ອງ ຄົ້ນຄວ້າຜະລິດວັດຖຸ ອຸປະກອນຮັບໃຊ້ໃຫ້ແກ່ກອງທັບ, ຮັບປະກັນການປະກອບອາວຸດ ຍຸດໂທປະກອນເຕັກນິກຕາມຊະນິດ, ຈຳນວນທັນເວລາໃຫ້ແກ່ ການອົບຮົມ – ຫັດແອບ, ກຽມພ້ອມ ສູ້ຮົບ ແລະ ສູ້ຮົບຕາມຄໍາສັ່ງຂອງ ກົມໃຫຍ່ເສນາ ກໍຄືກະຊວງປ້ອງ ກັນປະເທດ

ເຊິ່ງໃນປີຜ່ານມາສາມາດເຮັດ ໄດ້ຄື: ຮັບປະກັນການປະກອບ ພາຫະນະອາວຸດຍຸດໂທປະກອນ ເຕັກນິກຕາມຄຳສັ່ງຂອງກົມໃຫຍ່ ເສນາທິການ ແລະ ກະຊວງປ້ອງ ກັນປະເທດວາງອອກ, ຄຸ້ມຄອງຮັກສາຄຸນນະພາບເຕັກນິກລູກປືນ ທະຫານຮາບ, ລູກປືນໃຫຍ່ໜ້າ ດິນ, ລູກປືນປ້ອງກັນອາກາດ ພ້ອມນີ້ ຍັງໄດ້ເອົາໃຈໃສ່ໃນການ ບົວລະບັດຮັກສາພາຫະນະເຕັກ ນິກຕ່າງໆຄື:

ໄດ້ກວດກາພາຫະນະ ອາວຸດຍຸດໂທປະກອນເຕັກນິກ ຂອງບັນດາກົມກອງໄດ້ 26 ກົມກອງ ແລະ ບົວລະບັດ, ສ້ອມແປງລົດໂອໂຕ ສ້ອມແປງ ໜັກ, ກາງ ແລະ ເບົາ ຢູ່ບັນດາໂຮງງານຂອງກະຊວງທັງໝົດ 210 ຄັນ, ບົວລະບັດສ້ອມແປງປືນ ທັງໝົດ 3.925 ກະບອກ, ປືນ ໃຫຍ່ໜ້າດິນ 229 ກະບອກ, ປືນປ້ອງກັນອາກາດ 159 ກະ ບອກ, ປືນທະຫານຮາບ 3.541 ກະບອກ, ບົວລະບັດ ແລະ ພົ່ນສີ ຮ່າງປືນ ຈຳນວນ 20 ຮ່າງ, ສ້ອມແປງປືນ 152 ເຄື່ອນທີ່ ຢູ່ກອງພົນທີ 4, ນອກນີ້ ຍັງໄດ້ຊີ້ນຳ, ຊຸກຍູ້ວິຊາສະເພາະສ້ອມແປງພາຫະນະເຕັກນິກເພື່ອຮັບປະກັນໃນການກຽມພ້ອມສູ້ຮົບ.

SA Game
ກອງພົນທີ 4

ໂອກາດດັ່ງກ່າວ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4, ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຈຳເປັນກ່ຽວກັບວຽກງານເຕັກນິກ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ, ພະນັກງານວິຊາສະເພາະເຕັກນິກ ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໃໝຂຶ້ນກວ່າເກົ່າ, ເຮັດສຳເລັດໜ້າທີ່ວຽກງານການເມືອງຂອງຕົນ, ເອົາໃຈໃສ່ບົວລະບັດຜັດເຊັດພາຫະນະໃຫ້ເປັນປົກກະຕິ, ພ້ອມກັນນຳເອົາເນື້ອໃນຈິດໃຈໃນມື້ນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກອງພົນທີ 4