ຫາ​ລືແລກປ່ຽນບົດຮຽນ ສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ

SA Game

ຮສສ

ພິ​ທີແລກປ່ຽນບົດຮຽນ ກ່ຽວກັບກິດຈະກໍາສົ່ງເສີມການເຄື່ອນຍ້າຍແຮງງານ

ໄດ້ມີການ​ຈັດ ກອງປະຊຸມເຄື່ອຄ່າຍແຮງງານເຄື່ອນຍ້າຍ ພາຍໃຕ້ໂຄງການ ເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ: ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງໃນພາກພື້ນອາຊຽນ, ເພື່ອທວນຄືນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບກິດຈະກໍາສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ບັນດາກິດຈະກໍາທີ່ປິ່ນອ້ອມ . ໃນຄັ້ງວັນທີ 30 ມີນາ 2022, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ.

ໂດຍເປັນປະທານ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີ ທ່ານ ຝຣັ່ງຊົວ ປຣາວົງວຽງຄຳ ພະນັກງານການເມືອງ ສະຫະພາບເອີຣົບ ປະຈໍາ ສປປ ລາວ , ຕາງໜ້າ ຈາກອົງການແຮງງານສາກົນ, ບັນດາທ່ານຜູ້ຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮວ່ມ​ຢ່າງ​ຄົບ​ໜ້າ​ຄົບ​ຕາ.

SA Game
ຮສສ

ກອງປະຊຸມດັ່ງກ່າວ, ແມ່ນກິດຈະກໍາໜຶ່ງຂອງໂຄງການ Safe and Fair ເຊິ່ງນອນຢູ່ໃນແຜນປະຕິບັດງານກິດຈະກໍາຂອງໂຄງການສໍາລັບປີ 2022 ແລະ ຈະນໍາສະເຫນີ ແລະ ແລກປຽ່ນຄຳຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນການຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດ; ລາຍງານຄວາມຄືບຫນ້າການປັບປຸງຂໍ້ຕົກລົງ 043 ກ່ຽວກັບການ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ແລະ ຄວາມຄືບຫນ້າ ຂອງການສ້າງຕັ້ງສະມາຄົມບໍລິສັດຈັດຫາງານ; ລາຍງານຄວາມຄືບຫນ້າການທົບທວນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈ້າງງານ ລະຫວ່າງ ລາວ-ໄທ, ພ້ອມນີ້ຕາງຫນ້າບໍລິສັດຈັດຫາງານຍັງໄດ້ລາຍງານ ສະຖານະການປະຈຸບັນຂອງບໍລິສັດຈັດຫາງານລາວໃນການພົວ ພັນ ກັບບໍລິສັດນາຍຈ້າງຢູ່ປະເທດ ໄທ ແລະ ບັນດາຂະແໜງການກຽ່ວຂ້ອງຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍແຮງງານ ຈາກອົງການຈັດຕັ້ງຕ່າງໆ ນຳອີກ.

ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໃນນາມປະທານກອງປະຊຸມໄດ້ກ່າວວ່າ: ໂຄງການນີ້ ຈິ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ສປປ ລາວ ໃນເງື່ອນໄຂປະຈຸບັນໃນຖານະທີ່ເປັນປະເທດສົ່ງ. ເນື່ອງຈາກໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໃນການສ້າງແຜນງານ

SA Game
ຮສສ

ການພັດທະນາລະບົບການປົກປ້ອງ ແລະ ຄຸ້ມຄອງ ແລະ ການປັບປຸງນະໂຍບາຍ ຕ່າງໆ ທີ່ກ່ຽວຂ້ອງແນ່ໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາເສດ ຖະກິດສັງຄົມໃນຂົງເຂດ ແລະ ພາກພື້ນອາຊຽນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຮສສ