ໄທ​-ລາວ ຫາ​ລື​ການ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ

SA Game

ກະ​ຊວງ ອ​ຄ

​ສ​ປ​ປ ລາວ ແລະ ໄທ ຮ່ວມປຶກສາຫາລື ເພີ່ມທະວີການຮ່ວມມືດ້ານການຄ້າ

ສ​ປ​ປ​ລາວ ແລະ ໄທ ໄດ້​ມີ​ແຜນ​ການ​ໃນ​ການ​ຮ່ວມ​ມື​ທາງ​ດ້າ​ການ​ຄ້າ​ນຳ​ກັນ ແລະ ໃນ​ໄລ​ຍະ​ຜ່ານ​ມາ​ນີ້ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ພ້ອມຄະນະ ​ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກ ກັບ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນ ຕີວ່າການກະຊວງພານິດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໂດຍໄດ້ຍົກບັນຫາກ່ຽວກັບການຄ້າໃນໄລຍະຜ່ານມາ ແລະ ວຽກງານຈະຮ່ວມມືກັນໃນປີ 2022 ແລະ ໃນອະນາຄົດ.

ກອງປະຊຸມປຶກສາຫາລືຄັ້ງນີ້, ລັດຖະມົນຕີກະຊວງ ອຄ ໄດ້ສະເໜີ 4 ບັນຫາຄື: ຜັກດັນການເປີດດ່ານ ເພື່ອການຂົນສົ່ງສິນຄ້າ ລະຫວ່າງປະເທດ: ຂໍໃຫ້ ສປປ ລາວ ເປີດດ່ານທີ່ປິດໄປ ຕາມມາດຕະການຄວບຄຸມໂຄວິດ-19 ໃຫ້ສາມາດຂົນສົ່ງສິນຄ້າລະຫວ່າງກັນໄດ້ ເພື່ອບັນລຸເປົ້າ ໝາຍເພີ່ມມູນຄ່າການຄ້າ 11.000 ລ້ານໂດລາ ໃນປີ 2025; ອໍານວຍຄວາມສະດວກທາງດ້ານການຄ້າ ບໍລິເວນດ່ານຊາຍແດນ: ຂໍໃຫ້ ສປປ ລາວ ອຳ ນວຍຄວາມສະດວກ ເລື່ອງການຜ່ານພິທີການກົມພາສີປະຈຳດ່ານຊາຍແດນ ເຊັ່ນ:

SA Game
ກະ​ຊວງ ອ​ຄ

ສາມາດອະນຸມັດເອກະສານຮັບຮອງແຫລ່ງກຳເນີດສິນຄ້າ ຫລື ຟອມ ດີ (Form D) ໄດ້ໂດຍບໍ່ຕ້ອງຜ່ານກົມພາສີ ທີ່ນະຄອນຫລວງວຽງຈັນ ເຮັດໃຫ້ຊັກຊ້າ ແລະ ຖ້າ ສປປ ລາວ ສາມາດເຊື່ອມຕໍ່ລະບົບຮັບ-ສົ່ງເອກະສານແບບເອເລັກໂຕຣນິກ (e-form D) ໄດ້ຕາມທີ່ຕົກລົງກັນໄວ້ກັບອາຊຽນ ASEAN Single Window ຈະຊ່ວຍແກ້ໄຂບັນຫາດັ່ງກ່າວນີ້ໄດ້ເຊັ່ນກັນ; ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າ ບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ; ລົດໄຟ ລາວ-ຈີນ: ຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ໂດຍສະເພາະ ໝາກໄມ້ຂອງໄທ ໄປຍັງ ສປ ຈີນ ໂດຍໃຊ້ເສັ້ນທາງລົດໄຟ ໄທ-ລາວ-ຈີນ.

ພ້ອມນີ້ ຍັງໄດ້ສະເໜີສົນທະນາແລກປ່ຽນ ແລະ ຂໍການແກ້ໄຂຈາກຝ່າຍໄທເປັນຕົ້ນ ການສົ່ງອອກສາລີ ໄດ້ຮັບຜົນກະທົບຈາກມາດຕະການທີ່ບໍ່ແມ່ນພາສີ ຈາກຝ່າຍໄທ ນັບແຕ່ປີ 2010 ເປັນຕົ້ນມາ ເຊິ່ງໄດ້ຖືກຈໍາກັດລະດູການໃນການນໍາເຂົ້າສາລີ ຈາກ ສປປ ລາວ ໂດຍກໍານົດການນຳເຂົ້າສາລີ ພຽງແຕ່ 7 ເດືອນ/ປີ ໂດຍເລີ່ມແຕ່ວັນທີ 1 ກຸມພາ ຫາ ວັນທີ 31 ສິງຫາ ຂອງທຸກປີ ເຊິ່ງເປັນອຸປະສັກ ແລະ ເພີ່ມຕົ້ນທຶນໃຫ້ແກ່ຜູ້ປະກອບການຫລາຍຂຶ້ນ ແລະ ໃນທີ່ສຸດຜູ້ປະກອບການກໍຫັນຈາກການປູກສາລີ ໄປປູກພືດອື່ນແທນທີ່ມີລາຍຮັບດີກວ່າ ແລະ ເຮັດໃຫ້ຜົນຜະລິດສາລີໜ້ອຍລົງ. ອີງຕາມສະຖິຕິການສົ່ງອອກສາລີໄປໄທ ແມ່ນນັບມື້ນັບໜ້ອຍລົງ, ໃນປີ 2013 ບັນລຸເຖິງ 126.903 ໂຕນ ເທົ່າກັບ 40.581.009 ໂດລາ, ປັດຈຸບັນເຫລືອພຽງ 22.030 ໂຕນ ເທົ່າກັບ 2.670.900 ໂດລາ, ສະເໜີຝ່າຍໄທ ພິຈາລະນາຄືນ ຍົກເລີກການນຳໃຊ້ມາດຕະການດັ່ງກ່າວ ໂດຍໃຫ້ສອດຄ່ອງກັບເງື່ອນໄຂຂອງສັນຍາການຄ້າສິນຄ້າ ຂອງອາຊຽນ

SA Game
ກະ​ຊວງ ອ​ຄ

ການນໍາເຂົ້າກາເຟເມັດດິບ ແລະ ກາເຟຂົ້ວ ຈາກລາວໄປໄທ ເຫັນວ່າມີກຳແພງທີ່ບໍ່ແມ່ນອັດຕາພາສີ ໂດຍສະ ເພາະແມ່ນການຈຳກັດປະລິມານທາງອ້ອມ ດ້ວຍການແບ່ງປັນໂກຕ້ານຳເຂົ້າໃຫ້ຜູ້ປະກອບການທີ່ມີເງື່ອນໄຂ ເຊິ່ງເຫັນວ່າບໍ່ທັນສອດຄ່ອງກັບເງື່ອນໄຂສັນຍາການຄ້າດ້ານສິນຄ້າອາຊຽນ ສະເໜີຝ່າຍໄທ ພິຈາລະນາ ແລະ ແກ້ໄຂ ຕາມທາງຄວນດ້ວຍ; ສະເໜີຝ່າຍໄທ ຊ່ວຍແກ້ໄຂບັນຫາການນຳເຂົ້ານໍ້າມັນປາມ ຈາກປະເທດມາເລເຊຍ ມາຜ່ານແດນໄທ ເພື່ອນຳເຂົ້າ ສປປ ລາວ ໂດຍບໍ່ຈຳກັດປະລິມານ ແລະ ດ່ານທີ່ຈະນຳເຂົ້າ ແລະ ສົ່ງຕໍ່ມາ ສປປ ລາວ ເພື່ອເປັນການປະຢັດເວລາ ແລະ ປະຢັດຕົ້ນທຶນໃນການຂົນສົ່ງໃຫ້ພາກທຸລະກິດ.

ພ້ອມນີ້, ທ່ານ ຈຸລິນ ລັກສະນະວິສິດ ໄດ້ສະເໜີປຶກສາຫາລື ກ່ຽວກັບການເປີດດ່ານເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ອີກ 9 ດ່ານປະເພນີ ຫລື ດ່ານທ້ອງຖິ່ນທີ່ໄດ້ປິດລົງ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19; ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ ທີ່ມີການປ່ຽນຖ່າຍຫົວລາກລົດກ່ອນຜ່ານໄປຈີນ ເຊິ່ງຝ່າຍລາວມີຫົວລາກລົດໜ້ອຍ ບໍ່ພຽງພໍກັບຄວາມຕ້ອງການ ຂອງບໍລິສັດເບື້ອງໄທ.

ຜ່ານກອງປະຊຸດດັ່ງກ່າວ, ສອງຝ່າຍໄດ້ຮັບຮູ້ບັນຫາເຊິ່ງກັນ ແລະ ກັນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປນໍາສະເໜີຕໍ່ຄະນະລັດຖະບານຂອງຕົນ ເພື່ອພິຈາລະນາແກ້ໄຂໃນຂັ້ນຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງ ອຄ