ຄໍາວ່າ “ຖ່າຍ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຖ່າຍ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຖ່າຍ” ໝາຍເຖິງການປ່ຽນແທນ ເອົາອັນເກົ່າອອກໄປແລ້ວເອົາອັນໃໝ່ມາ ເຊັ່ນ: ການຖ່າຍໂອນກໍາມະສິດທີ່ດີນ, ການຖ່າຍຄຽນສິນຄ້າ ຫຼື ການຖ່າຍຂົນສິນຄ້າ ຫຼື ການເອົາສິນຄ້າອອກຈາກບ່ອນນຶ່ງໄປບ່ອນນຶ່ງ, ການຖ່າຍເລືອດ ຫຼື ໃສ່ເລືອດ ຫຼື ເຕີມເລືອດ, ການຖ່າຍຂົນຂອງສັດປີກ, ການຖ່າຍເທໝາຍເຖິງການເອົາໄປຖີ້ມ ຫຼື ເທ ອອກໄປ ເປັນຕົ້ນ.

ພ້ອມກັນນີ້, ຍັງໝາຍເຖິງການປົດທຸກອອກຈາກຮ່າງກາຍ ເຊັ່ນ: ຖ່າຍໜັກ (ຂີ້) ແລະ ຖ່າຍເບົາ (ຍ່ຽວ) ແຕ່ຖ້າຖ່າຍທ້ອງ ແມ່ນໝາຍເຖິງການເຈັບທ້ອງ ແລະ ທຽວຂີ້ເລື້ອຍໆ. ອີກຄວາມໝາຍ ນຶ່ງໝາຍເຖິງການຖ່າຍທອດສຽງ, ການກະຈາຍສຽງ, ຖ່າຍທອດສົດຜ່ານທາງວິທະຍຸ ຫຼື ໂທລະພາບ. ນອກຈາກນີ້, ຍັງໝາຍເຖິງການຖ່າຍຮູບ, ຖ່າຍພາບ ຫຼື ຖ່າຍວິດີໂອ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກໄວຍະກອນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຖ່າຍ”.

“ຖ່າຍ” (1. ຄໍານາມ)

(1. ຄໍາກິລິຍາ) ເອົາອັນເກົ່າອອກແລ້ວເອົາອັນໃໝ່ແທນ, ຖ່າຍໂອນ, ຄຽນອອກໄປ, ປ່ຽນ, ປ່ຽນແທນ, ຖ່າຍເທ. (2. ຄໍາກິລິຍາ) ປົດທຸກ, ອຸຈະລະ, ຂີ້, ຍ່ຽວ. (3. ຄໍາກິລິຍາ) ເອົາອອກຈາກບ່ອນນຶ່ງແລ້ວໄປອອກອີກບ່ອນນຶ່ງ, ການກະຈາຍສຽງ ຫຼື ແພ່ພາບທີ່ຮັບຈາກສະຖານີນຶ່ງໄປອີກສະຖານີນຶ່ງ. ຈໍາລອງ ຫຼື ບັນທຶກຮູບພາບ.

ຕົວ­ຢ່າງ: 

  • ເວລາໄກ່ ຫຼື ນົກຖ່າຍຂົນ (ປ່ຽນຂົນ) ໃໝ່ໆ ສ່ວນໃຫຍ່ຈະຂົນງາມດີ ແລະ ສີກໍແຈ້ງ.
  • ເນື່ອງຈາກບົນທຸກສິນຄ້າຄັນນຶ່ງເພ ຈິ່ງໄດ້ຂົນຖ່າຍໄປໃສ່ຄັນໃໝ່ທີ່ກະກຽມມາຮັບ ເພື່ອສົ່ງລູກຄ້າໃຫ້ທັນເວລາ.
  • ຄູ-ອາຈານ ແມ່ນພໍ່ແມ່ຜູ້ທີສອງ ເພາະເພີ່ນສອນຄົນໃຫ້ເປັນຄົນດີຂອງສັງຄົມ, ຖ່າຍທອດຄວາມຮູ້ ແລະ ສິ່ງທີ່ຄົ້ນຄວ້າມາທັງຊີວິດໃຫ້ແກ່ນັກຮຽນ ນັກສຶກສາ ເພື່ອໃຫ້ເກັ່ງ ແລະ ເປັນຄົນດີ.
  • ໂຊເຟີຊ່ວຍຈອດປໍ້ານໍ້າມັນໃຫ້ແດ່ປວດເບົາແຮງໆ ຂໍຖ່າຍເບົາຈັກນ້ອຍກ່ອນໄດ້ບໍ່? ອີກຢ່າງນຶ່ງກໍເປັນການພັກເຊົາເມື່ອຍອີກດ້ວຍ.
  • ກິລາບານເຕະໂລກ ໄດ້ມີການຖ່າຍທອດສົດ ໄປທົ່ວທຸກທະວີບ ແລະ ມີຜູ້ຊົມຜູ້ເຊຍຈໍານວນຫຼວງ ຫຼາຍ.
  • ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຖ່າຍທອດສຽງການປະຊຸມສະພາແຫ່ງຊາດຕາມວາລະກອງປະ ຊຸມດັ່ງກ່າວ.
  • ການຖ່າຍຮູບຕິດບັດ ເພື່ອຄວາມເປັນເອກະພາບແມ່ນໃຫ້ເອົາພື້ນສີຟ້າ ແລະ ໃສ່ເສື້ອສີຂາວ.
  • ເອກະສານການນໍາເຂົ້າສິນຄ້າແມ່ນໃຫ້ສໍາເນົາ ຫຼື ຖ່າຍ (copy ໄວ້ໜຶ່ງຊຸດ ເພື່ອໃຫ້ຮູ້ເວລາໄປກວດ ນັບວ່າຄົບຕາມຈໍານວນບໍ່.

ສະຫຼຸບ.

ຄໍາວ່າ “ຖ່າຍ”​ ໝາຍເຖິງການປ່ຽນແທນອັນເກົ່າດ້ວຍອັນໃໝ່ເປັນຕົ້ນການຖ່າຍຂົນຂອງໄກ່, ເປັດ, ນົກ. ການເອົາຈາກບ່ອນນຶ່ງໄປບ່ອນນຶ່ງ ການຖ່າຍສິນຄ້າຈາກຕູ້ລົດໄຟ ໄປໄວ້ສາງ. ໝາຍເຖິງການປົດທຸກ ດ້ວຍການໜັກ ຫຼື ເບົາ. ໝາຍເຖິງການກະຈາຍສຽງ ຫຼື ແພ່ພາບ. ນອກຈາກນັ້ນ, ຍັງໝາຍເຖິງການຖ່າຍ ຮູບ ຫຼື ຈໍາລອງຮູບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo