ເລົ່າມູນເຊື້ອໃນວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ

SA Game

ຂ​ປ​ລ

ກິດຈະກໍາສະຫລອງ 30ປີ​ ແຫ່ງ​ການສ້າງຕັ້ງສະຖາບັນການຕ່າງປະເທດ

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດພິທີເປີດການຈັດກິດຈະກໍາສະເຫລີມສະຫລອງ ວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ແລະ ການເລົ່າມູນເຊື້ອປະຫວັດຄວາມເປັນມາ ຂອງສະຖາບັນການຕ່າງປະເທດໃນວັນທີ 24 ກຸມພາ 2023 ນີ້, ໂດຍການເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ

ກິດຈະກໍາດັ່ງກ່າວໄດ້ດໍາເນີນພາຍໃຕ້ການນໍາພາຂອງ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ໂດຍມີຈຸດປະສົງ ເພື່ອການສ້າງກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບ ຮອບ 30 ປີ, ສ້າງໂອກາດໃຫ້ມີການພົບປະແລກປ່ຽນ ລະຫວ່າງ ອະດີດຄະນະນຳ ແລະ ພະນັກງານ ຂອງສະຖາບັນການຕ່າງປະເທດ.

ພ້ອມນີ້, ຍັງຈະໄດ້ຮັບຟັງປະຫວັດຄວາມເປັນມາຂອງ ສະຖາບັນການຕ່າງປະເທດ ໃນແຕ່ລະໄລຍະ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານສະຖາບັນການຕ່າງປະເທດໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ.

SA Game
ຂ​ປ​ລ

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 10 ກຸມພາ 1993, ຕະຫລອດໄລຍະ 30 ປີຜ່ານມາ, ສະຖາບັນການຕ່າງປະເທດ ໄດ້ປະຕິບັດຕາມພາລະບົດບາດຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດຫລາຍຢ່າງ ເຊິ່ງສະແດງອອກໃນຂົງເຂດວຽກງານຝຶກອົບຮົມ, ວຽກຄົ້ນຄວ້າ, ວຽກຮ່ວມມືສາກົນ, ວຽກອາຊຽນ-ໄອຊິດ, ວຽກຈັດປາຖະກາຖາ, ສໍາມະນາ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ຕ່າງປະເທດ ແລະ ວຽກອື່ນໆ.

ຄຽງຄູ່ກັນນັ້ນ, ສະຖາບັນການຕ່າງປະເທດ ຍັງມີການພົວພັນ ແລະ ຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງປະເທດເພື່ອນມິດ ແລະ ປະເທດສະມາຊິກອາຊຽນ ກໍຄື ອາຊຽນ+3.

ນອກນີ້, ສະຖາບັນການຕ່າງປະ ເທດ ກໍໄດ້ມີກົນໄກການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການ ທີ່ໄດ້ຮັບການສ້າງຕັ້ງ ຢູ່ສະຖາບັນການຕ່າງປະເທດ ເຊັ່ນ: ສະໂມສອນນັກການທູດລາວ, ສູນຄົ້ນຄວ້າແມ່ນໍ້າຂອງສາກົນ, ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ແລະ ອື່ນໆ.

SA Game
ຂ​ປ​ລ

ໃນປີ 2023 ນີ້, ສະຖາບັນການຕ່າງປະເທດ ມີແຜນຈະຈັດກິດຈະກໍາຕ່າງໆ ເພື່ອລະລຶກເຖິງຜົນງານຂອງ ຄະນະນໍາສະຖາບັນການຕ່າງປະເທດ ກໍຄື ພະນັກງານສະຖາບັນການຕ່າງປະເທດ ທີ່ປະ ກອບສ່ວນເຂົ້າໃນວຽກງານຂອງສະຖາບັນການຕ່າງປະເທດ, ພ້ອມທັງເພື່ອໂຄສະນາເຜີຍແຜ່ຜົນສໍາເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການຕ່າງປະເທດ ທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາໃນແຕ່ລະໄລຍະ ເປັນຕົ້ນ ການຂຽນບົດຄວາມປະຫວັດຄວາມເປັນມາ ຂອງສະຖາບັນການຕ່າງປະເທດ; ຈັດພິທີເປີດການຈັດກິດຈະກໍາຕ່າງໆໃນປີ 2023 ແລະ ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ ຈາກອະດີດຫົວໜ້າສະຖາບັນການຕ່າງປະເທດ; ຈັດກອງປະຊຸມວິຊາການແລກປ່ຽນບົດຮຽນ ກ່ຽວກັບວຽກງານຄົ້ນຄວ້າ; ຈັດກອງປະຊຸມວິທະຍາສາດ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ; ຈັດພິທີນໍາສິເໜີປຶ້ມ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ ແລະ ກິດຈະກໍາອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.