ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ

SA Game

ຂ​ປ​ລ

ວິທະຍາໄລຄູຄັງໄຂ ເປັນ​ອີກ​ຫ້ອງ​ການ​ພາກ​ພື້ນ​ແຫ່ງ​ທີ່ 3 ຂອງແຜນງານບິຄວາ

 ໃນວັນທີ 22 ກຸມພາ 2023 ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປີດຫ້ອງການພາກພື້ນແຫ່ງທີ 3 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຢູ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ

ໂດຍມີ ທ່ານ ເກດ ພັນລັກ ຫົວໜ້າກົມການສ້າງຄູ, ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ນາງ ເຣເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ປະຈຳ ສປປ ລາວ ແລະ ທ່ານ ນາງ ທຽນ ພູພອນທອງ ຮອງອໍານວຍການວິທະຍາໄລຄູຄັງໄຂ ເຂົ້າຮ່ວມ.

ທ່ານ ເກດ ພັນລັກ ໄດ້ກ່າວວ່າ: ຫລັກສູດຂັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ນຳສະເໜີຫລັກສູດການຮຽນ-ການສອນແບບໃໝ່ທີ່ຖືເອົານັກຮຽນເປັນໃຈກາງ ເຊິ່ງເປັນພື້ນຖານອັນສຳຄັນຕໍ່ຜົນສຳເລັດຂອງການສຶກສາ ທີ່ມີຄຸນນະພາບໃນ ສປປ ລາວ.

SA Game
ຂ​ປ​ລ

ບາດກ້າວຕໍ່ໄປທີ່ສຳຄັນຂອງການປັບປຸງນີ້ ແມ່ນການສ້າງຄູໃຫ້ມີຄຸນນະພາບ ແລະ ເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອຮັບປະກັນໃຫ້ຄູສາມາດຈັດຕັ້ງປະຕິບັດຫລັກສູດໃຫ້ປະສົບຜົນສຳເລັດ ແລະ ນຳມາໃຊ້ຕົວຈິງໃນຫ້ອງຮຽນ.

ການສ້າງຕັ້ງຫ້ອງການ ພາກພື້ນຂອງແຜນງານບີຄວາໃນ 3 ວິທະຍາໄລຄູເປົ້າໝາຍ (ວິທະຍາໄລຄູສະ ຫວັນນະເຂດ, ວິທະຍາໄລຄູຫລວງນ້ຳທາ ແລະ ວິທະຍາໄລຄູຄັງໄຂ) ຈະຊ່ວຍໃຫ້ການຮ່ວມມື ລະຫວ່າງ ກົມສ້າງຄູ ແລະ ແຜນງານບີຄວາ ແລະ ເຮັດໃຫ້ການຮຽນ-ການສອນມີປະສິດທິພາບຫລາຍຂຶ້ນ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດາວິທະຍາໄລຄູດັ່ງກ່າວ ເພື່ອປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມີຄຸນນະພາບໃນເຂດບໍລິ ການຂອງຕົນ.

ທ່ານ ເກດ ພັນລັກ ຍັງກ່າວອີກວ່າ: ປັດຈຸບັນ, ພວກເຮົາກຳລັງສ້າງລະບົບໃໝ່ ເພື່ອໃຫ້ຄູສອນທັງໝົດ ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຜູ້ອຳນວຍການ ແລະ ພະນັກງານການສຶກສາຂັ້ນເມືອງ, ແຂວງ ແລະ ຄູຈາກວິທະຍາໄລ ຕະຫລອດສົກຮຽນ

ໃນຂະນະທີ່ພວກເຂົາກຳລັງສອນດ້ວຍຫລັກສູດໃໝ່ ແລະ ອາດພົບກັບສິ່ງທ້າທາຍໃນການສອນ ແລະ ຫວັງວ່າຈະໄດ້ເຫັນບາດກ້າວຕໍ່ໄປຂອງຄວາມສຳເລັດ ຈາກການຮ່ວມມືອັນຍາວນານກັບລັດຖະບານອົດສະຕຣາລີ ຜ່ານການເປີດຫ້ອງການພາກພື້ນຂອງແຜນງານບີຄວາທັງ 3 ແຫ່ງນີ້.

SA Game
ຂ​ປ​ລ

ທ່ານ ນາງ ເຣເບັກກ້າ ແມັກຮິວ ໄດ້ກ່າວວ່າ: ການໃຫ້ການຝຶກອົບຮົມຄູທີ່ມີຄຸນນະພາບ ແລະ ການພັດທະນາວິຊາຊີບຄູ ແມ່ນມີຄວາມສຳຄັນຕໍ່ການສະໜັບສະໜູນຄູ ໃຫ້ນຳໃຊ້ວິທີການຮຽນດ້ວຍການປະຕິບັດຕົວຈິງໃນຫ້ອງຮຽນ ແລະ ຮັບປະກັນຜົນສຳເລັດຂອງຫລັກສູດໃໝ່.

ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະ 2 ກຳລັງຫັນໄປສູ່ການຊ່ວຍເຫລືອໃນການພັດທະນາວິຊາຊີບຄູໃຫ້ຫລາຍຂຶ້ນ; ການສອນທີ່ມີຄຸນນະພາບເປັນສ່ວນໜຶ່ງທີ່ສຳຄັນ ໃນການປັບປຸງຜົນການຮຽນຂອງເດັກທຸກຄົນໃນ ສປປ ລາວ

ດ້ວຍການຮ່ວມມືລະຫວ່າງ ກົມສ້າງຄູ ແລະ ບັນດາວິທະຍາໄລຄູເປົ້າໝາຍຂອງແຜນງານ, ພວກເຮົາຈະສ້າງ ແລະ ຊຸກຍູ້ຄູອາຈານ ໃຫ້ມີສ່ວນຮ່ວມໃນກິດຈະກໍາ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕະຫລອດສົກຮຽນ ເພື່ອພັດທະນາຄວາມໝັ້ນໃຈ ແລະ ທັກສະການສອນຫລັກສູດຂອງຄູໃຫ້ມີປະສິດທິພາບກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.