ຕິດຕາມການເຮັດທົດລອງກຸ້ມຕົນເອງດ້ານງົບປະມານຢູ່ 3 ໂຮງໝໍ

SA Game

ຂ​ປ​ລ

ຕິດ​ຕາມ​ກວດ​ການ 3 ໂຮງໝໍ ໃນ​ການເຮັດທົດລອງກຸ້ມຕົນເອງດ້ານງົບປະມານ

 ໃນວັນທີ 22 ກຸມພາ ຜ່ານມາ, ກົມງົບປະມານແຫ່ງລັດ ກະຊວງການເງິນ ນໍາໂດຍ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ທັງເປັນຫົວໜ້າຄະນະຮັບຜິດຊອບຄຸ້ມຄອງ, ແນະນຳ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຫົວໜ່ວຍວິຊາການກຸ້ມຕົນເອງ ທາງດ້ານງົບປະມານ ສົມທົບກັບ ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລາກອນ ກະຊວງພາຍໃນ, ພ້ອມດ້ວຍຄະນະໄດ້ລົງຊຸກຍູ້, ຕິດຕາມຜົນການເຮັດທົດລອງ ຫັນເປັນຫົວໜ່ວຍກຸ້ມຕົນເອງທາງດ້ານງົບປະມານຂອງໂຮງໝໍ 3 ແຫ່ງ ຄື: ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິຣາຊ.

ທັງນີ້,ກໍເພື່ອປະຕິບັດຕາມແຈ້ງການ ເລກທີ 593/ຫສນຍ, ລົງວັນທີ 4 ພຶດສະພາ2022, ທິດຊີ້ນຳຂອງລັດຖະບານໃຫ້ສືບຕໍ່ປະຕິບັດຕາມຄຳແນະນຳຂອງກະຊວງການເງິນສະບັບເລກທີ 2258/ກງ, ລົງວັນທີ 21 ພຶດສະພາ 2021.

ການຮ່ວມເຮັດວຽກຄັ້ງນີ້, ເປັນການລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າຜົນການຂອງການເຮັດທົດລອງຫັນກຸ້ມຕົນເອງ, ຕິດຕາມແລກປ່ຽນບົດຮຽນ ເພື່ອພ້ອມກັນຕີລາຄາໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນຖອດຖອນໄດ້ ແລະ ຂໍ້ສະເໜີຕ່າງໆຂອງການເຮັດທົດລອງຜ່ານມາ

SA Game
ຂ​ປ​ລ

ພາຍຫລັງທີ່ໂຮງໝໍ 3 ແຫ່ງ ໄດ້ຮັບການມອບສິດ ຈາກລັດຖະມົນຕີກະຊວງສາທາລະນະສຸກສະບັບເລກທີ 763/ສທ, ລົງວັນທີ 28 ມິຖຸນາ 2022, ລວມເຖິງການທີ່ຈະຄົ້ນຄ້ວາຍົກລະດັບການຫັນກຸ້ມຕົນເອງຂຶ້ນຕື່ມ ໂດຍຜູ້ຕາງໜ້າຈາກກົມການເງິນ ກະຊວງສາທາລະນະສຸກ, ຄະນະອຳ ນວຍການທັງ 3 ໂຮງໝໍ ໄດ້ຜັດປ່ຽນກັນລາຍງານ, ສະເໜີສະພາບລວມ, ສະເໜີຂໍ້ສະດວກ, ຂໍ້ຫຍຸ້ງຍາກກ່ຽວກັບງານດັ່ງກ່າວ ຊຶ່ງເຫັນໄດ້ຄວາມສະດວກວ່ອງໄວ, ຮັບປະກັນຜົນສຳເລັດວຽກງານຂອງໂຮງໝໍໄດ້ເປັນຢ່າງດີ, ຄຽງຄູ່ກັບຈຸດດີນັ້ນ, ຍັງມີບາງບັນຫາທີ່ຍັງຈະໄດ້ສືບຕໍ່ຫາລືແກ້ໄຂ ຕື່ມອີກ.

ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ໃຫ້ທິດຊີ້ນຳຕໍ່ກັບການສະເໜີຂອງ 3 ໂຮງໝໍ ເປັນຕົ້ນ ແມ່ນວຽກງານການຈັດຊື້-ຈັດຈ້າງ ຈະໄດ້ຄົ້ນຄວ້າກົນໄກໃນຕໍ່ໜ້າ ເພື່ອໃຫ້ສອດຄ່ອງໃນການປະຕິ ບັດຕົວຈິງ, ການສະເໜີເປັນຫົວໜ່ວຍຂັ້ນ 1 ແລະ ເງິນນະໂຍບາຍ ຊຶ່ງຕິດພັນກັບກະຊວງພາຍໃນ

SA Game
ຂ​ປ​ລ

ຈຶ່ງສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄົ້ນຄວ້າຄວາມເປັນໄປໄດ້ ໃນການຫັນເປັນຫົວໜ່ວຍຂັ້ນ 1, ກ່ຽວກັບການສະເໜີປັບອັດຕາແຮງຈູງໃຈ, ການກຳນົດລາຄາກາງ, ອັດຕາຄ່າປິ່ນປົວ ຫລື ເພີ່ມທາງເລືອກໃນການບໍລິການໃຫ້ມີຫລາຍຮູບແບບ ຫລາຍທາງເລືອກ ແລະ ບັນດານິຕິກຳທີ່ຕິດພັນກັບພາກສ່ວນຕ່າງໆ ແມ່ນສະເໜີໃຫ້ຄົ້ນຄວ້າເປັນເອກະພາບກັນ ແລ້ວລາຍງານຄະນະນຳກະຊວງຕົນ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ