ສ​ປ​ປ ລາວ ຮ່ວ​ມ​ກັນ​ຫາ​ລື​ບັນ​ຫາ​ສົ່ງ​ສິນ​ຄ້າ​ອອກ ສ​ປ ຈີນ

SA Game

ໜັງສືພິມປະຊາຊົນ

​ທັງພາກລັດ ແລະ ທຸລະກິດລາວ ​ປືກ​ສາຫາລືການສົ່ງສິນຄ້າໄປ ສປ ຈີນ ໃຫ້ຄ່ອງຕົວ.

ຄະນະຮ່ວມມືລາວ-ຈີນ ໄດ້ຈັດກອງປະຊຸມປຶກສາຫາລືກັບຝ່າຍຈີນໃນການສ້າງເງື່ອນໄຂທີ່ສະດວກໃຫ້ແກ່ຜູ້ປະກອບການຂອງ ສປປ ລາວ ໃນການສົ່ງສິນຄ້າໄປ ສປຈີນ, ເມື່ອວັນທີ 27 ທັນວາ 2021 ທີ່ແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາໂດຍມີບັນດາຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ ພ້ອມດ້ວຍບັນດານັກທຸລະກິດກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນປຶກສາຫາລືຫຼາຍບັນຫາຢ່າງສ້າງສັນ, ເປັນເອກະພາບ, ເປັນເຈົ້າການຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ວິທີການແກ້ໄຂບັນຫາຕ່າງໆ; ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວສະຫຼຸບ ແລະເນັ້ນບາງບັນຫາສະເໜີ ຕໍ່ພາກສ່ວນກ່ຽວຂ້ອງ ໂດຍສະເພາະໃຫ້ພາກທຸລະກິດລາວກໍ່ຄືຜູ້ຂັບລົດຕ້ອງເນັ້ນການປະຕິບັດຕາມມາດຕະການສະກັດກັ້ນ ແລະ ເຝົ້າລະວັງໂຄວິດ-19 ຕາມທີ່ຝ່າຍຈີນ ໄດ້ກໍານົດໄວ້ຢ່າງເຂັ້ມງວດ.
SA Game
ຂ​ປ​ລ

ໃນນັ້ນ, ທ່ານ ລັດຖະມົນຕີໄດ້ສະເໜີວິທີແກ້ໄຂຄື: ໃຫ້ຄະນະສະເພາະກິດ ທີ່ຮັບຜິດຊອບແກ້ໄຂບັນຫາລົດອັ່ງອໍ ຢູ່ດ່ານບໍ່ເຕັນ ລະຫວ່າງ ສປປ ລາວ ແລະ ສປ ຈີນສືບຕໍ່ເຈລະຈາຊອກຫາວິທີການແກ້ໄຂບັນຫາ ຢູ່ດ່ານບໍ່ເຕ່ນໂດຍໄວ ເປັນຕົ້ນ: ການເພີ່ມພະນັກງານຂັບລົດເສື້ອຂາວ, ເພີ່ມການອະນຸຍາດໃຫ້ ລົດຂົນສົ່ງສິນຄ້າເຂົ້າ-ອອກດ່ານໃຫ້ມີຈຳນວນຫຼາຍຂຶ້ນກວ່າເກົ່າ ແລະການເພີ່ມເວລາເຮັດວຽກຂອງເຈົ້າໜ້າທີ່ຢູ່ດ່ານ; ສະເໜີກະຊວງການຕ່າງປະເທດ ສົມທົບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະຂັ້ນແຂວງ ເພື່ອເຈລະຈານໍາຝ່າຍຈີນ ກ່ຽວກັບການເປີດດ່ານ ປາງໄຮ (ເມືອງສິງ)-ຊ້າເຫີ (ເມືອງຫຼາ), ດ່ານສາກົນ ລານຕຸ້ຍ (ຜົ້ງສາລີ)-ເມືອງຄໍາ (ພູເອີ), ດ່ານທາງນໍ້າ (ນໍ້າຂອງ) 240 ແລະຊ່ອງທາງການຂົນສົ່ງສິນຄ້າສະເພາະຢູ່ດ່ານບໍ່ເຕ່ນ-ບໍ່ຫານ; ສະເໜີກະຊວງໂຍທາທິການ ແລະຂົນສົ່ງ ລະດົມທຸລະກິດ, ຜູ້ປະກອບການຂົນສົ່ງ ໃຫ້ສາມາດຕອບສະໜອງ ລົດຂົນສົ່ງສິນຄ້າສົ່ງອອກຂອງລາວ ໃຫ້ພຽງພໍ ແລະໄດ້ມາດຕະຖານ ເພື່ອຊ່ວຍລະບາຍລົດອັ່ງອໍຢູ່ດ່ານສາກົນບໍ່ເຕ່ນ.

ສຳລັບ ວຽກງານການເຈລະຈາພືດສົ່ງອອກ ສະເໜີກະຊວງກະສິກໍາ ແລະປ່າໄມ້ ສືບຕໍ່ຄົ້ນຄວ້າອອກນິຕິກໍາຜັຂະຫຍາຍ ແລະເຜີຍແຜ່ ກ່ຽວກັບລາຍການພືດສົ່ງອອກໄປ ສປ ຈີນ ເປັນແຕ່ລະຊະນິດ (ທຸກໆໂຄງການ ການຮ່ວມມືກັບ ສປ ຈີນ) ພາຍຫຼັງສໍາເລັດການລົງນາມອະນຸສັນຍາການສົ່ງອອກພືດທີ່ໄດ້ຕົກລົງກັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເພື່ອເປັນຂໍ້ມູນໃຫ້ບັນດາຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈປູກພືດເພື່ອສົ່ງອອກໄປ ສປ ຈີນ.

SA Game
ຂ​ປ​ລ
ສ່ວນຂັ້ນຕອນການແຈ້ງ ແລະ ການກວດປ່ອຍສິນຄ້າ ຢູ່ດ່ານບໍ່ເຕ່ນ ແລະ ຢູ່ສະຖານີລົດໄຟຕ່າງໆ ສະເໜີຂະແໜງການທີ່ກ່ຽວຂ້ອງ ທີ່ມີໜ່ວຍງານປະຈໍາດ່ານສາກົນ ໂດຍສະເພາະແມ່ນ ພາສີ ແລະກັກກັນພືດ-ສັດ ຮີບຮ້ອນກະກຽມບຸກຄະລາກອນ, ເຄື່ອງມືຮັບໃຊ້, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດກະສິກໍາ, ສັດ ແລະ ຜະລິດຕະພັນສັດ ຜ່ານທາງລົດໄຟ-ລາວຈີນ ໂດຍກໍານົດຂັ້ນຕອນການແຈ້ງ ແລະກວດປ່ອຍສິນຄ້າ ຢ່າງລະອຽດ, ສະຖານີລົດໄຟນາເຕີຍ ແລະ ສະຖານີອື່ນໆທີ່ມີເງື່ອນໄຂ. ພ້ອມດຽວກັນ, ສະເໜີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ສະຖານີລົດໄຟ ປະຕິບັດວຽກງານກວດປ່ອຍສິນຄ້າ ຂອງບັນດາບໍລິສັດທີ່ເຄື່ອນໄຫວຖືກຕ້ອງ ໃຫ້ມີຄວາມສະເໝີພາບກັນ.

ທ່ານຍັງໄດ້ກ່າວຕື່ມວ່າ: ບັນດາຄຳເຫັນຕ່າງໆຂອງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈະໄດ້ສັງລວມ ເພື່ອກະກຽມເນື້ອໃນລາຍງານຕໍ່ລັດຖະບານ ແລະປະກອບເນື້ອໃນເຂົ້າກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ ຄັ້ງທີ IV ທີ່ຈະຈັດຂຶ້ນໃນເດືອນ ມັງກອນ 2022.

ຂ່າວຈາກ: ໜັງສືພິມປະຊາຊົນ