ເລັ່ງ​ປ​ັບ​ປຸ່ງ ຟື້ນ​ຟູ ສະ​ໜອງ​ນ້ຳ​ໃຫ້​ປະ​ຊາ​ຊົນ​ທຳ​ການ​ຜ​ະ​ລິດ​ທີ່​ເມືອງ​ສະ​ໜາມ​ໄຊ

SA Game

ພາບ​: laoedaily.com.

ເລັ່ງກໍ່ສ້າງ ຟື້ນຟູ ແລະ ສ້ອມແປງ ຊົນລະປະທານ 4 ໂຄງການ ຢູ່ເມືອງສະໜາມໄຊ ​ແຂວງ​ອັດ​ຕະ​ປື.

ໂຄງ​ການ​ຟື້ນ​ຟູ ແລະ ສ້ອມ​ແປງ ຊົນ​ລະ​ປະ​ທານ​ຢູ່​ເມືອງ​ສະ​ໜາມ​ໄຊ, ​ທຸກ​ພາກ​ສ່ວນ​ກ່ຳ​ລັງ​ເລັ່ງ​ສ້າງ​ໃຫ້​ສຳ​ເລັດ​ເພື່ອ​ສະ​ໜອງ​ນ້ຳ​ໃຫ້​ແກ່​ການ​ຜະ​ລິດ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ເມືອງ​ສະ​ໜາ​ມ​ໄຊ ແຂວງ​ອັດ​ຕະ​ປືເຊິງ​ຫລັກໆ​ແລ້ວ​ແມ່ນໂຄງ​ການ​ຂອງ 4 ຊົນ​ລະ​ປະ​ທານ ເຊ​ປຽນ​, ຫ້ວຍ​ສະ​ໝອງ​, ສົ້ມ​ໂລງ ແລະ ຫ້ວຍ​ຄັນ​ຈານ.

ປະຈຸບັນທາງພາກ​ລັດ ໂດຍ​ສະ​ເພາະ​ແມ່ນ ຂະແໜງຊົນລະປະທານ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ແລະ ບໍລິສັດຜູ້ຮັບເໝົາການກໍ່ສ້າງ ຟື້ນຟູ ແລະ ສ້ອມແປງ 4 ຊົນລະປະທານ ຢູ່ເມືອງສະໜາມ ແຂວງອັດຕະປື ພວມກໍາລັງເລັ່ງມືການກໍ່ສ້າງໃຫ້ສໍາເລັດທັນຕາມແຜນການທີ່ວາງໄວ້.

SA Game
ພາບ​: laoedaily.com.

ຕາມ​ການ​ໃຫ້​ສຳ​ພາດ​ຂອງ ທ່ານ ເກດສະໜາ ແກ້ວວິໄລວົງ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປືໃຫ້​ຮູ້​ວ່າ: ໂຄງການກໍ່ສ້າງ, ຟື້ນຟູ ແລະ ສ້ອມແປງ 4 ຊົນລະປະທານ ຢູ່ເມືອງສະໜາມໄຊ ຄື:

ຊົນລະປະທານເຊປຽນ, ຊົນລະປະທານຫ້ວຍສະໝອງ, ຊົນລະປະທານສົ້ມໂລງ ແລະ ຊົນລະປະທານຫ້ວຍຄັນຈານ ປະຈຸບັນມີຄວາມຄືບໜ້າເປັນສ່ວນໃຫຍ່ ເຊິ່ງບັນດາໜ້າວຽກຕ່າງໆໃນການກໍ່ສ້າງ ແມ່ນໄດ້ຮັບການຕິດຕາມ ແລະ ຊຸກຍູ້ຢ່າງໃກ້ຊິດຈາກຄະນະຮັບຜິດຊອບຂັ້ນແຂວງ,ຂັ້ນເມືອງ ເພື່ອໃຫ້ການກໍ່ສ້າງໄດ້ສໍາເລັດຕາມແຜນການ ແລະ ຮັບປະກັນຄວາມຖືກຕ້ອງຕາມສັນຍາ .

ໂດຍທັງ 4 ໂຄງການດັ່ງກ່າວໄດ້ຮັບທຶນຈາກຜູ້ພັດທະນາເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ,ໃນນີ້ ຊົນລະປະທານເຊປຽນຕັ້ງຢູ່ບ້ານແທມີມູນຄ່າ 30,1 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເຮືອງຈະເລີນກໍ່ສ້າງຄົບວົງຈອນເປັນຜູ້ຮັບເໝົາ, ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມິຖຸນາ 2021.

ຮູບແບບຄອງເໝືອງເປັນຄອງເບຕົງເສີມເຫຼັກ ຄວາມຍາວ 33.543 ແມັດ, ລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ, ມາຮອດປັດຈຸບັນສໍາເລັດການກໍ່ສ້າງໄດ້ແລ້ວ 51,15% ຂອງໜ້າວຽກທັງໝົດ, ພາຍຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 1.500 ເຮັກຕາ,ໂຄງການຊົນລະປະທານຫ້ວຍສະໝອງ ຕັ້ງຢູ່ບ້ານຫີນລາດ,ມູນຄ່າໂຄງການ 27,1 ຕື້ກວ່ກີບ,ໃນນີ້ມີຊົນລະປະທານຫ້ວຍສະໝອງ 1 ມູນຄ່າ: 13,6 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ມະຫາໄຊກໍ່ສ້າງ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 36% ຂອງໜ້າວຽກທັງໝົດ,ຊົນລະປະທານຫ້ວຍສະໝອງ 2 ມູນຄ່າ: 13,5 ຕື້ກີບ ໂດຍແມ່ນບໍລິສັດ ທະວີຊັບກໍ່ສ້າງເປັນຜູ້ຈັດຕັ້ງປະຕິບັດປະຕິບັດໄດ້ແລ້ວ 5,62% ຂອງໜ້າວຽກທັງໝົດ, ມູນຄ່າ: 762 ລ້ານກວ່າກີບ,ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມິຖຸນາ 2021.

SA Game
ພາບ​: laoedaily.com.

ຄອງເໝືອງເຮັດດ້ວຍເບຕົງເສີມເຫຼັກ ຄວາມຍາວ 20.216 ແມັດ, ເປັນລະບົບຫົວງານຊົນລະປະທານປະຕູນໍ້າ,ພາຍຫຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 440 ເຮັກຕາ, ໂຄງການ ຊົນລະປະທານ ສົ້ມໂລງ ຕັ້ງຢູ່ບ້ານ ສົ້ມໂລງເມືອງສະໜາມໄຊ,ມູນຄ່າໂຄງການ: 1,2 ຕື້ກວ່າກີບ,ໂດຍແມ່ນບໍລິສັດ ໄຊຄຳ ກໍ່ສ້າງ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 49% ຂອງໜ້າວຽກທັງໝົດ,ມີມູນຄ່າ: 635 ລ້ານກວ່າກີບ, ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມີນາ 2021.

ຄອງເໝືອງເຮັດດ້ວຍເບຕົງເສີມເຫຼັກ ຄວາມຍາວ 940 ແມັດ,ເປັນລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ,ພາຍຫຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 20 ເຮັກຕາ,ໂຄງການຊົນລະປະທານຫ້ວຍຄັນຈານ, ມູນຄ່າ: 1 ຕື້ກວ່າກີບ ໂດຍແມ່ນບໍລິສັດ ແກ້ວມີໄຊປະເສີດ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 44% ໜ້າວຽກທັງໝົດ ມູນຄ່າ: 481 ລ້ານກວ່າກີບ,ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມີນາ 2021,ເປັນລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ,ພາຍຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 15 ເຮັກຕາ .

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la