ພາກ​ເໜືອກວດ​ສອບ​ລາຍ​ຮັບ​ທີ່​ບໍ່​ມອບ​ໃຫ້​ລັດກວ່າ 71,72 ຕື້​ກີບ

SA Game

ເສດຖະກິດ-ສັງຄົມ

ກວດ​ພົບ​ລາຍ​ຮັບ​ທີ່​ບໍ່​ມອບ​ຫລາຍ​ຕື້​ກີບ​ໃນ​ເຂດ​ແຂວງ​ພາກ​ເໜືອ.

ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ຄົງ​ເປັນ​ບັນ​ຫາ​ຫລາຍ​ຢູ່​ໃນ ສ​ປ​ປ ລາວ, ບໍ່​ວ່າ​ຈາກ​ຮູບ​ແບບ​ໃດໆ​ກໍ​ຕາມ​ເຊິງ​ເຮັດ​ໃຫ້​ລັດ​ຖະ​ບານ​ເສຍ​ຜ​ົນ​ປະ​ໂຫຍດ​ຈາກ​ການ​ເຫັນ​ແກ່​ຕົວ​ຂອງ​ບຸກ​ຄົນ​ທັງ​ເປັນ​ລັດ​ຖະ​ກອນ​ຂອງ​ລັດ ແລະ ອື່​ນໆ​, ແລະ ຈາກ​ການກວດ​ສອບ​ຂອງ​ຄະ​ນະ​ກວດ​ສອບ​ແຫ່ງ​ລັດ​ປະ​ຈຳ​ພາກ​ເໜືອ​ໃນ​ປີ​ຜ່ານ​ມາ​ນີ້​ໄດ້​ກວດ​ພົບ​ລາຍ​ຮັບ​ທີ່​ບໍ່​ມອບ​ເປັນ​ຈ່ຳ​ນວນ​ຫລາຍ​ຕື້​ກີບ.

ຈາກ​ການ​ປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ທີ່​ຈັດຂຶ້ນໃນ ວັນທີ 25 ກຸມພາ 2021 ທີ່ຫລວງ​ພະ​ບາງ​ທີ່ຫ້ອງປະຊຸມອົງການກວດສອບແຫ່ງລັດໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ປະທານອົງການກວດສອບປະຈໍາພາກເໜືອພ້ອມດ້ວຍພະນັກງານອົງການກວດສອບປະຈໍາພາກເໜືອເຂົ້າ ຮ່ວມ.

SA Game
ເສດຖະກິດ-ສັງຄົມ

ປະທານອົງການກວດສອບປະຈໍາພາກເໜືອໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2020 ວ່າ: ໃນໄລຍະທີ່ຜ່ານມາອົງການກວດສອບປະຈໍາພາກເໜືອໄດ້ສ້າງຜົນສຳເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນສຳເລັດການຈັດຕັ້ງປະຕິບັດແຜນການກວດສອບທັງໝົດ 21 ເປົ້າໝາຍ, ສຳເລັດການກວດສອບບົດສະຫຼຸບຂາດຕົວ 8 ເປົ້າໝາຍລວມມີ 147 ຫົວໜ່ວຍ, ກວດສອບເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາໄດ້ 7 ເປົ້າໝາຍ, ລົງເກັບກຳຂໍ້ມູນໂຄງການລົງທຶນຂອງລັດ 1 ໂຄງການ ແລະ ສາມາດກວດສອບເຫັນລາຍຮັບເພີ່ມທີ່ບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດຈຳນວນ 71,72 ຕື້ກີບ, ກວດສອບເຫັນໜີ້ທີ່ຕ້ອງຮັບບໍ່ສາມາດເລັ່ງທວງໄດ້ 287,28 ຕື້ກີບ ແລະ ຈາກການຈ່າຍລວງໜ້າໃນລະບົບຄັງເງິນແຫ່ງຊາດປະຈຳແຂວງ(6 ແຂວງ) ມີ 95,09 ຕື້ກີບ,ຍອດເຫຼືອໃນບັນຊີເງິນຝາກກົມກອງບໍລິການວິຊາການສະສົມຮອດທ້າຍປີ 2019 ຈຳນວນ 5,14 ຕື້ກີບ, ສຳເລັດການດຳເນີນການກວດສອບ, ສະ ຫຼຸບສັງລວມຜົນການກວດສອບ ແລະ ເຊັນຮັບຮອງບົດບັນທຶກຜົນການກວດສອບ 15 ເປົ້າໝາຍ, ລົງເກັບກຳຂໍ້ມູນໂຄງການກໍ່ສ້າງຫໍວັດທະນະທຳແຂວງຊຽງຂວາງໄດ້ສຳເລັດ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ II ໃນຂັ້ນຂອງຕົນ ແລະ ກອງປະຊຸມປະຈຳປີ 2020 ສຳເລັດ, ໄດ້ເອົາໃຈໃສ່ເລືອກເຟັ້ນເອົາພະນັກງານໄປຍົກລະດັບດ້ານທິດສະດີ-ການເມືອງ ແລະດ້ານວິຊາສະເພາະຢ່າງເປັນລະບົບ ແລະສຳເລັດການປະເມີນຜົນງານປະຈຳປີ 2020 ແລະ ປະເມີນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດ ທະນາພ້ອມນັ້ນຍັງໄດ້ມີການມອບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນເຫື່ອແຮງ ແລະສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານປະຈໍາປີ 2020ຕື່ມອີກ.

ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດໄດ້ມີຄໍາເຫັນໂອ້ລົມຕໍ່ພິທີຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງອົງການກວດສອບຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນພະນັກງານບັນຈຸເຂົ້າໃນວຽກງານວິຊາສະເພາະຕາມຄວາມເໝາະສົມ, ຊຸກຍູ້ສົ່ງເສີມແລະສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນໄດ້ມີໂອກາດຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກ ແລະຂະຫຍາຍມະຫາຊົນຜູ້ທີ່ມີຄວາມກ້າວໜ້າເປັນສະມາຊິກພັກໃຫ້ມີຈຳນວນເພີ່ມຂຶ້ນໃນແຕ່ລະປີ. ພ້ອມນັ້ນ ທ່ານຍັງຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອ, ເອົາໃຈໃສ່ປະຕິບັດໜ້າທີ່ໆໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: sethakit-psx.la