ຄັງເງິນແຫ່ງຊາດ ມອບໃຫ້ ທນບ ບໍລິການລາຍຮັບ-ລາຍຈ່າຍ ຢູ່34ເມືອງ

SA Game

ພາບ​: laoedaily.com.

ພິ​ທີ​ເຊັນ​ສັນ​ຍາ​ລະ​ຫວ່າງ​ຄັງ​ເງິນ​ແຫ່ງ​ຊາດ ແລະ ທນບ ໃນ​ການ​ບໍ​ລິ​ການເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານ.

ໃນ​ປະ​ເທດ​ລາວ ຍັງ​ມີ​ຫລາຍໆ​ເມືອງ​ທີ່​ທາງ​ດ້ານ​ການ​ບໍ​ລິ​ການ​ການ​ຮັບ​ຈ່າຍ​ເງິນ ຫລື ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ​ຕ່າງໆ​ຍັງ​ບໍ​ມີ​ໃຫ້​ບໍ​ລິ​ການ​ເຊິງ​ທາງ​ດ້ານ​ລັດ​ຖະ​ບານ​ກໍ​ຄື​ຄັງ​ເງິນ​ແຫ່ງ​ຊາດ​ພະ​ຍາ​ຍາມ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ຂົງ​ເຂດ​ຕ່າງໆ​ໃຫ້​ໄດ້​ຮັບ​ຄວາມ​ສະ​ດວກ​ສະ​ບາຍ​ໃນ​ການ​ເຂົ້າ​ເຖິງ​ບໍ​ລິ​ການ​ທາງ​ດ້ານ​ການ​ເງິ​ນ ແລະ ອື່ນໆ.

​ເພື່ອ​ໃຫ້​ບັນ​ດາ​ເຂດ​ເມືອງ​ຕ່າງໆ​ທີ່​ຍັງ​ບໍ່​ໄດ້​ເຂົ້າ​ເຖິງ​ບໍ​ລິ​ການ​ທາງ​ດ້ານ​ການ​ເງິນ​ນີ້, ໃນວັນທີ 23 ກຸມພາ 2021 ຜ່ານມາ ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ ໄດ້ມີພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານນະໂຍບາຍ (ທນບ) ວ່າດ້ວຍການໃຫ້ບໍລິການຮັບຝາກເງິນ-ຖອນເງິນ ແລະ ໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ​ບໍ​ລິ​ການ​ຢູ່.

SA Game
ພາບ​: laoedaily.com.

ຕາງໜ້າລົງນາມໂດຍທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນກັບທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການທະ ນາຄານນະໂຍບາຍ; ມີຄະນະຄັງເງິນແຫ່ງຊາດ, ຄະນະອໍານວຍການທະນາຄານນະໂຍບາຍ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ວັນພອນ ພົມມະສອນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນພັດທະນາຂະແໜງຄັງເງິນໃນໄລຍະ 5 ປີຕໍ່ໜ້າ (2021-2025) ໃນການຫັນຂະແໜງຄັງເງິນໄປສູ່ທັນສະໄໝ, ໂດຍການນໍາໃຊ້ການບໍລິການຜ່ານລະບົບທະນາຄານ, ພ້ອມກັນນັ້ນເປັນການປະຕິບັດຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 3204/ກງ, ລົງວັນທີ 05 ສິງຫາ 2019 ກ່ຽວກັບການຄຸ້ມຄອງເງິນສົດຢູ່ຄັງເງິນແຫ່ງຊາດປະຈໍາແຂວງ, ນະຄອນຫຼວງ, ເມືອງ, ນະຄອນໃນຂອບເຂດທົ່ວປະເທດ ແລະ ຂໍ້ຕົກລົງສະບັບເລກທີ 3041/ກງ, ລົງວັນທີ 13 ພະຈິກ 2020 ວ່າດ້ວຍການຮັບຮອງເອົາການໃຫ້ບໍລິການຂອງທະນາຄານນະໂຍບາຍໃນການຮັບຝາກ-ຖອນ ແລະ ໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ.

ເພື່ອເປັນການຫັນວຽກງານຂອງຂະແໜງຄັງເງິນໄປສູ່ທັນສະໄໝ, ໂດຍການນໍາໃຊ້ການບໍລິການຜ່ານລະບົບ ທະນາຄານ ແລະ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຂັ້ນເມືອງຜ່ານລະບົບທະນາ ຄານ, ປັດຈຸບັນໃນ 148 ເມືອງທົ່ວປະເທດຍັງມີ 34 ເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ; ສໍາລັບການໃຫ້ບໍລິການຂອງທະນາຄານນະໂຍບາຍເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງທົ່ວປະເທດ, ຫຼັງຈາກນັ້ນຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາ 24 ເມືອງທີ່ຍັງເຫຼືອ.

ສໍາລັບການໃຫ້ບໍລິການຂອງທະນາຄານນະໂຍບາຍເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງຄື: ເມືອງຫົວເມືອງ, ເມືອງກວັນ ແຂວງຫົວພັນ; ເມືອງພູກູດ, ເມືອງຜາໄຊ ແຂວງຊຽງຂວາງ; ເມືອງສະໜາມໄຊ ແຂວງອັດຕະປື; ເມືອງສຳພັນ ແຂວງຜົ້ງສາລີ; ເມືອງເມິງ ແຂວງບໍ່ແກ້ວ; ເມືອງແມດ ແຂວງວຽງຈັນ; ເມືອງລ້ອງແຈ້ງ, ເມືອງຮົ່ມແຂວງໄຊສົມບູນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la