ເລັ່ງພະແນກ ຮສສ ແຂວງອັດຕະປືປັບປຸງກົງຈັກການຈັດຕັ້ງໃຫ້ລຳເລັດໂດຍໄວ

SA Game

ຂ່າວສານຮສສ

ຮອງລັດຖະມົນຕີ ກະຊວງ ຮສສ ເນັ້ນໜັກໃຫ້ພະແນກ ຮສສ ແຂວງອັດຕະປື ເລັ່ງປັບປຸງກົງຈັກການຈັດຕັ້ງຂອງຕົນ

ທ່ານ ລີປ່າວ ຢ່າງ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ຮສສ ແຂວງອັດຕະປືໃນວັນທີ 4-7 ເມສາ 2022 ນີ້,

ເຊິ່ງໄດ້ຮັບຟັງການລາຍງານຫຍໍ້ ກຽ່ວກັບສະພາບການຈັດຕັ້ງປະຕິບັດວຽກງານ ຮສສ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນ ຕໍ່ໜ້າ ໃນຕົ້ນປີ 2022 ຂອງພະແນກ ຮສສ ແຂວງ.

ຈາກນັ້ນ, ທ່ານຍັງໄດ້ມີຄວາມເຫັນ ແລະ ເນັ້ນໜັກໃຫ້ ພະນັກງານ-ລັດຖະກອນ ເອົາໃຈໃສ່ ບາງວຽກດັ່ງນີ້:

1. ໃຫ້ສືບຕໍ່ຂໍທິດຊີ້ນຳຈາກຄະນະປັບປຸງກົງຈັກການຈັດຕັ້ງຂອງແຂວງ ເພື່ອປັບປຸງພາລະບົດບາດ ຂອງພະແນກ ຮສສ ແລະ ຫ້ອງການ ຮສສ ເມືອງ ບົນພື້ນຖານໜັງສືແຈ້ງການກ່ຽວກັບປັບປຸງກົງຈັກການຈັດຕັ້ງຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ, ເທດສະບານ ແລະ ນະຄອນ ສະບັບເລກທີ 4650/ຮສສ, ລົງວັນທີ 24 ທັນວາ 2021 ໃຫ້ສຳເລັດໂດຍໄວ.

SA Game
ຂ່າວສານຮສສ

ຈາກນັ້ນ ໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ ແລະ ແບບແຜນວິທີເຮັດວຽກ ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມເປັນເອກະພາບ ສຸມໃສ່ຈັດຕັ້ງປະຕິບັດວຽກວິຊາສະເພາະໃຫ້ໄປຕາມແຜນທີ່ວາງໄວ້, ຖ້າວ່າຜູ້ບໍລິຫານທຸກຂັ້ນ ມີແບບແຜນການນໍາພາທີ່ຖືກຕ້ອງ

ໂດຍຢືດໝັ້ນຫຼັກການນໍາພາລວມສູນປະຊາທິປະໄຕ, ນໍາພາ ເປັນໝູ່ຄະນະ ແບ່ງວຽກໃຫ້ບຸກ ຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ ຊຸກຍູ້ ການຈັດຕັ້ງປະຕິບັດ, ແກ້ໄຂບັນຫາທີ່ຄົງຄ້າງ ຢ່າງເປັນລະບົບ ກໍ່ຈະເຮັດໃຫ້ທຸກວຽກ ສາມາດຂັບເຄື່ອນໄປຂ້າງໜ້າໄດ້ເປັນຢ່າງດີ.

2. ສຳລັບວຽກວິຊາສະເພາະ ໃນປີ 2022 ແມ່ນໃຫ້ສຸມໃສ່ຈັດຕັ້ງປະຕິບັດ 5 ຄາດໝາຍໃຫຍ່ ໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 41/ສພຊ, ລົງວັນທີ 17 ພະຈິກ 2021

ຕິດພັນກັບແຜນປະແຜນປະຕິບັດງານວາລະແຫ່ງຊາດ ທີ່ຕິດພັນກັບວຽກແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ ປີ 2021-2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີປະສິດທິຜົນ;

3. ໃຫ້ເພີ່ມທະວີຄວາມເອົາໃຈໃສ່ປະສານສົມທົບກັບພະແນກການກ່ຽວຂ້ອງ ໃນການປະຕິບັດບົດບາດເປັນເສນາທິການ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ຕິດຕາມການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເປັນຕົ້ນ, ດ້ານທີ່ຢູ່ອາໄສ ທີ່ຍັງຄ້າງຄາບາງເຫລັກໜ້ອຍ, ການປັບປຸງໂຄງລ່າງພື້ນຖານ, ແລະ ບ່ອນທຳການຜະລິດ ໃຫ້ເປັນລະບົບ.

ພ້ອມກັນນັ້ນ, ໃຫ້ຄົ້ນຄວ້າພິຈາລະນາ ສະເໜີຄະນະນຳຂອງແຂວງແຕ່ງຕັ້ງສະພາບໍລິຫານກອງທຶນຄຸມຄອງໄພພິບັດຂັ້ນແຂວງ ຕາມ ມາດຕາ 11 ຂອງ ດຳລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ສະບັບເລກທີ 631/ລບ, ລົງວັນທີ 24 ທັນວາ 2020 ແລະ ປະຕິບັດໜ້າທີ່ ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ ຄຸ້ມຄອງໄພພິບັດ ຕາມຂໍ້ຕົກລົງ ສະບັບເລກທີ 04/ຄພສ, ລົງວັນທີ 2 ມີນາ 2022 ໃຫ້ໄດ້ຮັບຜົນດີ;

4. ໃຫ້ພະແນກ ຄົ້ນຄວ້າກຳນົດ ບັນດາ ຕົວເລກຄາດໝາຍສູ້ຊົນ ໃນ 5 ຄາດໝາຍຕົ້ນຕໍ ທີ່ກຳນົດໃນ ມະຕິກອງປະຊຸມສະພາແຫ່ງຊາດ ( ສະບັບປັບປຸງ) ກ່ຽວກັບການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ( 2021-2025) ສະບັບເລກທີ 20/ສພຊ, ລົງວັນທີ 26 ມີນາ 2021 ແລະ ແຜນປະຕິບັດງານວາລະແຫ່ງຊາດ ຂອງຂະແໜງ ຮສສ

ເພື່ອກຳນົດບັນດາໂຄງການ ແລະ ນຳເຂົ້າພິຈາລະນາໃນກອງປະຊຸມ ຄົ້ນຄວ້າປຶກສາຫາລື ຕົວເລກຄາດໝາຍສູ້ຊົນ ແລະ ບັນດາໂຄງການ ປີ 2023 ໃນກາງເດືອນ ເມສາ 2022 ທີ່ຈະມາເຖິງນີ້ ເພື່ອເອກະພາບກັນ ກ່ອນຈະນຳສະເໜີ ຕໍ່ລັດຖະບານ ແລະ ອຳນາດການປົກຄອງແຂວງພິຈາລະນາ%.

SA Game
ຂ່າວສານຮສສ

ໂອກາດທີ່ ທ່ານ ລີປ່າວ ຢ່າງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ, ທ່ານຍັງໄດ້ເຂົ້າຮ່ວມ ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດແຜນງານສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບດິນຟ້າອາກາດ ແບບ ປະສົມປະສານ ແຂວງອັດຕະປື ໃນໄລຍະ 3 ເດືອນ ຕົ້ນປີ 2022 ແລະ ກຳນົດແຜນໃນຕໍ່ໜ້າ ພ້ອມທັງລົງຕິດຕາມ ຕົວຈິງຢູ່ໃນພາກສະໜາມ ເຊິ່ງປະກອບດ້ວຍ 5 ໜ້າວຽກ ເຊັ່ນ:

ດ້ານສາທາລະນະສຸກ ( ການກໍ່ສ້າງໂຮງໝໍຊຸມຊົນ ແລະ ສຸກສາລາ), ວຽກພັດທະນາສືມືແຮງງານ, ວຽກຄຸ້ມຄອງໄພພິບັດ, ວຽກປົກປ້ອງເດັກ ແລະ ວຽກກະສິກຳ.

ຜ່ານການລົງຕິດຕາມຕົວຈິງໃນພາສະໜາມ ເຫັນວ່າ ມີຫລາຍໜ້າວຽກ ໄດຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີ ທັງປະຊາຊົນ ໃນກຸ່ມເປົ້າໝາຍ ກໍ່ເຫັນວ່າເປັນໂຄງການທີ່ນຳຜົນປະໂຫຍດມາໃຫ້ປະຊາຊົນຕົວຈິງ ອັນສ້າງຄວາມເຊື່ອໝັ້ນ ແລະ ເພີ່ງພໍໃຈ ແກ່ອົງການຜູ້ໃຫ້ທຶນ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ລົງຕິດຕາມ ໃນຄັ້ງນີ້, ພ້ອມທັງໄດ້ມອບອຸບປະກອນຮັບໃຊ້ເຄື່ອນໄຫວວຽກງານປົກປ້ອງເດັກໃຫ້ແກ່ຕາໜ່າງປົກປ້ອງເດັກ ແລະ ປົກປ້ອງສັງຄົມ ນຳອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ່າວສານຮສສ