ພາກ​ລັດ ແລະ ເອ​ກະ​ຊົນ​ ຈັບ​ມື​ກັນ​ສ້າງ​ສູນ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ກະ​ສິ​ກຳ

SA Game

ຂ່າວສານຮສສ

ພິທີເຊັນສັນຍາຮວ່ມມືລະ​ຫວ່າງ​ພາກ​ລັດ ກັບ ເອກະຊົນ ສ້າງສູນພັດທະນາສືມືແຮງງານດ້ານກະສິກຳ.

ໄດ້​ມີພິທີເຊັນສັນຍາຮ່ວມມືດ້ານວິຊາການ ລະຫວ່າງ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ບໍລິສັດ ໜຳເວ້ພັດທະນາ (ລາວ) ຈຳກັດ ຕາງໜ້າ ກ່າວເຊັນໂດຍ ທ່ານ ດຣ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ແລະ ທ່ານ ຢ່າງ ລີຮາວ ຕາງໜ້າ ບໍລິສັດໜຳເວ້ພັດທະນາ (ລາວ) ຈຳກັດ ແລະ ເຊັນສັນຍາສັນຍາເຊົ່າດິນລັດ ລະຫວ່າງ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ກັບ ບໍລິສັດ ໜຳເວ້ພັດທະນາ (ລາວ) ຈຳກັດ

ຕາງໜ້າ ກ່າວເຊັນໂດຍ ທ່ານ. ພຸດທະສິນ ເຮືອງທິວົງ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ແລະ ທ່ານ ຢ່າງ ລີຮາວ ຕາງໜ້າ ບໍລິສັດໜຳເວ້ພັດທະນາ (ລາວ) ຈຳກັດ . ໃນວັນທີ 11 ເມສາ 2022ນີ້,ທີ່ເຮືອນຮັບແຂກກະຊວງ ຮສສ; ໂດຍເປັນກຽດເຂົ້າຮວ່ມຂອງ ທ່ານ ລີປ່າວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ , ຫົວໜ້າ ຫ້ອງການ,ຮອງຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງກົມ, ພ້ອມດວ້ຍບັນດາທ່ານແຂກຖືກເຊີນເຂົ້າຮວ່ມເປັນສັກຂີພິຍານ.

SA Game
ຂ່າວສານຮສສ

ການເຊັນສັນຍາດັ່ງກ່າວ, ແມ່ນ ເພື່ອສ້າງສູນພັດທະນາສືມືແຮງງານດ້ານກະສິກຳ VITAL FARM ເພື່ອການສຶກສາ ແລະ ແລກປ່ຽນວັດທະນະທຳ ທີ່ຕັ້ງຢູ່ ບ້ານ ນາຊາ ເມືອງປາກງື່ມ ນະຄອນຫລວງວຽງຈັນໃນຄັ້ງນີ້, ພວກເຮົາ ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກລັດຖະມົນຕີ ກະຊວງການເງິນ ຕາມຂໍ້ຕົກລົງ ສະບັບເລກທີ 0937/ກງ ລົງວັນທີ 31 ມີນາ 2022 ວ່າດ້ວຍການອະນຸມັດໃຫ້ເຊົ່າ ແລະ ສຳປະທານ ທີ່ດີນຂອງລັດ ແກ່ບໍລິສັດ ໜຳເວ້ ພັດທະນາ (ລາວ) ຈຳກັດ ໂດຍມອບໃຫ້ ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນຜູ້ເຊັນສັນຍາ ຮ່ວມກັບບໍລິສັດ ແລະ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1289 /ຮສສ ລົງວັນທີ 6 ເມາສາ 2022 ວ່າດ້ວຍການອະນຸມັດໃຫ້ສະຖາບັນພັດທະນາສີມືແຮງງານ ເຊັນສັນຍາຮ່ວມມືດ້ານວິຊາການ ກັບ ບໍລິສັດ ໜຳເວ້ ພັດທະນາ (ລາວ) ຈຳກັດ. ດັ່ງນັ້ນ ສັນຍາເຊົ່າ – ສຳປະທານ ທີ່ດີນຂອງລັດ ແລະ ສັນຍາຮ່ວມມືດ້ານວິຊາການນີ້ ຈະກາຍເປັນຂີດໝາຍໃໝ່ ໃນການຜັນຂະຫຍາຍຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກເຮັດງານທຳໃນຊົນນະບົດ

SA Game
ຂ່າວສານຮສສ

ການຜັນຂະຫຍາຍ ແຜນພັດທະນາ ວຽກງານ ຮສສ 5 ປີ ຄັ້ງ ທີ 5 ດ້ວຍການ ຮ່ວມມືຈາກນັກລົງທຶນຕ່າງປະເທດ ເຂົ້າມາເປັນຄູ່ຮ່ວມພັດທະນາສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃນການພັດທະນາພື້ນຖານໂຄງລ່າງ ພັດທະນາສີມືແຮງງານດ້ານກະສິກຳ ໃຫ້ເປັນລະບົບຄົບຊຸດ ໃນລະດັບທີ່ແນ່ນອນ ເພື່ອຫລຸດຜ່ອນການນຳໃຊ້ງົບປະມານຂອງລັດ ເທື່ອລະກ້າວ; ພ້ອມດຽວກັນນັ້ນ ສູນພັດທະນາສີມືແຮງງານດ້ານກະສິກຳແຫ່ງນີ້ ຈະກາຍເປັນສູນແຫ່ງການສຶກສາຮຽນຮູ້ ທາງດ້ານວິທະຍາສາດ ເຕັກໂນໂລຊີ ກ່ຽວກັບການພັດທະນາກະສິກຳທີ່ທັນສະໄໝ, ການ ທ່ອງທ່ຽວ ແລກປ່ຽນບົດຮຽນ ທາງດ້ານວັດທະນະທຳ ໂດຍຈະເປີດໃຫ້ບໍລິການແກ່ນັກຮຽນ-ນັກສຶກສາຂອງໂຮງຮຽນ, ມະຫາວິທະຍາ ໄລ ແລະ ຊາວກະສິກອນ ຜູ້ທີ່ມີຄວາມສົນໃຈໃນດ້ານການປູກຝັງລ້ຽງສັດ ເຂົ້າມາທັດສະນະສຶກສາ ແລະ ຝຶກງານ; ແນໃສ່ ເພື່ອສົ່ງເສີມການຜະລິດພາຍໃນ, ເປັນສູນການພັດທະນາກະສິກໍາແບບຍືນຍົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ່າວສານຮສສ