ນະ​ຄອນ​ຫຼວງວຽງ​ຈັນຄຸມເຂັ້ມການຂຶ້ນລາຄາສິນຄ້າ ໄລຍະບຸນປີໃໝ່ລາວ

SA Game

ວິທະຍຸກະຈາຍສຽງແຫ່ງຊາດລາວ

ພະ​ແນກການຄ້ານະ​ຄອນ​ຫຼວງວຽງ​ຈັນເຂັ້ມງວດບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໄລຍະບຸນປີໃໝ່ລາວ

ເພື່ອປ້ອງ​ການບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຫລື ກັກຕຸນສິນຄ້າໃນ​ຊ່ວງ​ບຸນ​ປີ​ໃໝ່​ລາວ, ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງມາດຕະການໄວ້ຢ່າງລະອຽດ, ລວມເຖິງໃຫ້ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ທີ່ຈະມາເຖິງນີ້.

ຖ້າພົບກໍລະນີມີຜູ້ລະເມີດຂາຍສິນຄ້າເອົາປຽບ ແມ່ນສາມາດໂທຫາສາຍດ່ວນ ໝາຍເລກ 1510 ຫລື ໂທຫາເຈົ້າໜ້າທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ຕາມໝາຍເລກທີ່ຕິດໄວ້ຢູ່ຕາມແຕ່ຕະຫລາດ ເພື່ອໃຫ້ໄດ້ຮັບການແກ້ໄຂໃຫ້ທັນກັບສະພາບການ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ເມສາ 2022 ວ່າ: ມາດຕະການທີ່ປະຕິບັດ ເລີ່ມຈາກການອອກແຈ້ງການສະບັບເລກທີ 0496/ອຄ.ນວ.ຄພນ, ລົງວັນທີ 21 ມີນາ 2022

SA Game
ວິທະຍຸກະຈາຍສຽງແຫ່ງຊາດລາວ

ເຖິງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ລວມເຖິງສູນການຄ້າ, ຊູບເປີມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫລາດ, ຜູ້ປະກອບທຸລະກິດ ແລະ ຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ໂດຍໄດ້ກໍານົດລາຄາຂາຍຍ່ອຍ ປະເພດຊີ້ນໝູ, ເຂົ້າ ແລະ ປານິນກະຊັງ ເຊິ່ງນອນຢູ່ໃນໝວດສິນຄ້າທີ່ລັດຄຸ້ມຄອງ ຄື:

ລາຄາຊີ້ນໝູປະ ເພດ 1: ສູງສຸດບໍ່ໃຫ້ເກີນ 50.000 ກີບ/ກິໂລ ແລະ ປະເພດ 2: ສູງສຸດບໍ່ໃຫ້ເກີນ 46.000/ກິໂລ. ສຳ ລັບລາຄາເຂົ້າ: ລາຄາຂາຍຍ່ອຍເຂົ້າສານໜຽວ ປະເພດ 2: ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ. ສ່ວນ ລາຄາປານິນກະຊັງ: ສູງສຸດບໍ່ໃຫ້ເກີນ 20.000 ກີບ/ກິໂລ.

ນອກຈາກນີ້, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວລົງກວດກາຢູ່ບັນດາຕະຫລາດ ແລະ ບັນດາຫ້າງຮ້ານທີ່ມີຂະໜາດກາງ ຫາ ໃຫຍ່ພາຍໃນ 4 ຕົວເມືອງໃນ ຄື: ສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ ໂດຍຈະເລີ່ມເຄື່ອນໄຫວກວດກາ ແຕ່ວັນທີ 12-16 ເມສາ 2022. ສ່ວນຢູ່ 5 ເມືອງນອກ ແມ່ນມອບໃຫ້ຫ້ອງ ການອຸດສາຫະກໍາ ແລະ ການຄ້າແຕ່ລະເມືອງ ເຄື່ອນໄຫວຕິດຕາມຢ່າງໃກ້ຊິດ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ຕື່ມວ່າ:

ສໍາລັບມາດຕະການຕໍ່ຜູ້ລະເມີດ, ຖ້າພົບເຫັນແມ່ນຈະປະຕິບັດຕາມດໍາລັດສະບັບທີ 474\ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຢ່າງເຂັ້ມງວດ ເພາະໃນໄລຍະຜ່ານມາໄດ້ກວດເຫັນຊາວຄ້າຂາຍຈໍານວນໜຶ່ງລະເມີດລະ ບຽບການທີ່ວາງໄວ້ ແລະ ໄດ້ນຳໃຊ້ດໍາລັດດັ່ງກ່າວຕໍ່ຜູ້ກະທໍາຜິດມາແລ້ວຫລາຍສົມຄວນ.

ຢ່າງໃດກໍຕາມ, ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ກໍຄື ຊາວນະຄອນຫລວງວຽງຈັນ ກ່ຽວກັບລາຄາສິນຄ້າຕາມທ້ອງຕະ ຫລາດທີ່ມີທ່າອ່ຽງເພີ່ມຂຶ້ນ ແມ່ນເກີດຈາກຫລາຍປັດໄຈທີ່ສົ່ງຜົນກະທົບເຮັດ ໃຫ້ໂຄງປະກອບລາຄາສິນຄ້າ ຕົ້ນທຶນເພີ່ມຂຶ້ນ ເປັນຕົ້ນ: ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາເພີ່ມຂຶ້ນ ແລະ ອື່ນໆ.

ຂໍໃຫ້ທຸກຄົນໃນນະຄອນຫລວງວຽງຈັນ ຖ້າຈະມີການສະເຫລີມສະຫລອງປີໃໝ່ລາວ ຕ້ອງວາງແຜນການໃຫ້ດີ ແລະ ຈັດງານໃນຂະໜາດທີ່ເໝາະສົມກັບສະພາບການ, ສິ່ງສໍາຄັນຕ້ອງໄປຊື້ເຄື່ອງບໍລິໂພກຢູ່ບັນດາຕະຫລາດໃຫຍ່ ເພາະສ່ວນໃຫຍ່ຕະຫລາດເຫລົ່ານີ້ສາມາດປະຕິບັດຕາມແຈ້ງການທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງອອກໄດ້ດີ, ແຕ່ຖ້າໄປຊື້ຢູ່ບັນດາຮ້ານນ້ອຍ ຫລື ຮ້ານຂາຍ ຍ່ອຍທົ່ວໄປ ອາດມີລາຄາທີ່ສູງກວ່າ ຍ້ອນເຂົາເຈົ້າຊື້ຕາມຕະຫລາດໃຫຍ່ໄປຂາຍຕໍ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວິທະຍຸກະຈາຍສຽງແຫ່ງຊາດລາວ