ເມືອງໂຂງ ແຂວງຈໍາປາສັກ ສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ

SA Game

ໂຮງຮຽນ ມສ ໂຂງ

ໂຮງຮຽນຫຼາຍແຫ່ງຂອງເມືອງໂຂງສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ ຢ່າງ​ຟົດ​ຟື້ນ

ໂຮງຮຽນຫລາຍແຫ່ງໃນທົ່ວເມືອງໂຂງ ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 ຫາ 7 ຕຸລາ 2022) ໃນວັນທີ 6 ຕຸລາ 2022 ນີ້, ໂດຍຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ຮ້ອງເພງ, ຟ້ອນປະກອບບົດເພງ, ແຂ່ງຂັນກິລາ ແລະ ອື່ນໆ, ທັງນີ້ກໍເພື່ອເຮັດໃຫ້ນັກຮຽນ ແລະ ຄູອາຈານເຫັນໄດ້ເຖິງມູນເຊື້ອອັນດີງາມຂອງຄູ, ເປັນວັນທີ່ມີຄວາມໝາຍຄວາມສຳຄັນສຳລັບຄູໃນທົ່ວປະເທດ.

ສະເພາະຫ້ອງການສຶກສາທິການ ແລະ ກິລາເມືອງໂຂງ ກໍໄດ້ຮ່ວມກັບໂຮງຮຽນ ມສ ໂຂງ ກໍໄດ້ຈັດພິທີສະເຫລີມສະຫລອງ ຢູ່ສະໂມສອນຂອງເມືອງ ໂດຍມີ ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງ, ທ່ານ ສີລອງ ໄຊຍະສິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ປັນຍາ ວົງຄຳຈັນ ຜູ້ອຳນວຍການໂຮງຮຽນ ມສ ໂຂງ, ມີຄະນະພັດທະນາການສຶກສາບ້ານໃຫຍ່ກາງໂຂງ, ພະນັກງານຄູອາວຸໂສບຳນານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

SA Game
ໂຮງຮຽນ ມສ ໂຂງ

ໂອກາດນີ້ ທ່ານ ຄຳສິງ ບຸນຈະເລີນ ກໍໄດ້ມີຄຳເຫັນໂດຍສັງເຂບວ່າ:

ຕະຫລອດໄລຍະທີ່ຜ່ານມາ ຜູ້ບໍລິຫານການສຶກສາ ກໍຄື ພະນັກງານຄູອາຈານໄດ້ທຸ້ມເທ ແລະ ອຸທິດເຫື່ອແຮງສະຕິປັນຍາເຂົ້າໃສ່ການສຶກສາ ແລະ ມີຄວາມເປັນເອກະພາບສູງກັບການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາໃຫ້ມີຜົນສຳເລັດຢ່າງຈົບງາມ, ບັນດາຄູອາຈານ ກໍໄດ້ເປັນເຈົ້າການສຸມໃສ່ວຽກງານການສິດສອນ, ສົ່ງຄວາມຮູ້ໃຫ້ນັກຮຽນຢ່າງມີຄຸນນະພາບສູງ, ບັນລຸລະດັບຄາດໝາຍທີ່ວາງໄວ້ ເຖິງວ່າສົກຮຽນຜ່ານມາຈະພົບສິ່ງທ້າທາຍຫລາຍໆຢ່າງ ແຕ່ ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສຳຄັນເອົາໃຈໃສ່ຕໍ່ວຽກງານການສຶກສາຂອງຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ເພາະວ່າຄູມີບົດບາດສຳຄັນໃນການສ້າງອະນາຄົດໃຫ້ແກ່ຄົນແຕ່ລະຮຸ່ນ ແລະ ພາລະກິດໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ສະນັ້ນ ບົດບາດ ແລະ ໜ້າທີ່ຂອງຄູແມ່ນມີຄວາມສຳຄັນ ຊຶ່ງເປັນໜຶ່ງໃນບັດດາປັດໄຈໃນການຕັດສິນ ຂອງຄຸນນະພາບການສຶກສາ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຄູ ຄືຜູ້ປະຈັນບານຕໍ່ໜ້າກັບສິ່ງທ້າທາຍ ແລະ ມີຄວາມສ່ຽງຕ່າງໆ; ທັງປ້ອງກັນຕົນເອງ ແລະ ຄົນຄວ້າດຳເນີນການຮຽນການສອນແບບໃໝ່ ທັງຕ້ອງຮັບປະກັນການຮຽນການສອນ ໃຫ້ມີຄວາມປອດໄພ ລວມທັງຄູ ແລະ ນັກຮຽນ-ນັກສຶກສາ.

SA Game
ໂຮງຮຽນ ມສ ໂຂງ

ເວົ້າລວມແລ້ວ, ບໍ່ວ່າເວລາໃດຄູ-ອາຈານ ກໍເປັນໝາກຫົວໃຈ ຕັດສິນໃນການສ້າງຊັບພະຍາກອນມະນຸດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ຄູອາຈານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃສ່ການສິດສອນຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຮັດໃຫ້ການສຶກສາໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກຕົວເມືອງສູ່ຊົນນະບົດເຂດຫ່າງໄກສອນຫລີກ, ຄູ-ອາຈານໄດ້ຮັບການສັນລະເສີນເປັນຄູສອນດີສອນເກັ່ງ, ກາຍເປັນຜູ້ມີປະສົບການທີ່ຊໍານານງານ, ເປັນຜູ້ສ່ຽວຊານ, ບົດບາດສື່ສຽງຂອງຄູ-ອາຈານ ໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງ ແລະ ສັງຄົມ.

ຈາກນັ້ນ, ໃນພິທີ ກໍໄດ້ມີການມອບໃບຍ້ອງຍໍໃຫ້ກັບຄູ ຜູ້ທີ່ມີຜົນງານໃນການສິດສອນ ແລະ ມອບຂອງຂວັນໃຫ້ກັບຄູ ທີ່ເຂົ້າຮັບອູດໜຸນບໍານານ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ