ນາຍົກລັດຖະມົນຕີ ພ້ອມຄອບ​ຄົວ ແລະ ຄະ​ນະ​ຢ້ຽມ​ຢາມ​ແຂວງ​ຜົ້ງ​ສາ​ລີ

SA Game

ກົມປະຊາສຳພັນ ຫສນຍ

​ແຂວງ​ຜົ້ງ​ສາ​ລີ​ຕ້ອນ​ຮັບນາຍົກລັດຖະມົນຕີ​ໃນ​ໂອ​ກາດ​ການ​ຂື້ນ​ມາ​ຢ້ຽມ​ຢາມ

 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີໃນ ວັນທີ 5 ຕຸລາ 2022 ຜ່ານມາ, ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມການນຳຫລັກແຫລ່ງຂອງແຂວງ ໃຫ້ການຕ້ອນຮັບ, ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ເຄື່ອນໄຫວເຮັດວຽກຮ່ວມກັນ.

ໂອກາດນີ້, ທ່ານເຈົ້າແຂວງຜົ້ງສາລີ ໄດ້ລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງໃຫ້ຊາບວ່າ: ແຂວງ ໄດ້ສຸມໃສ່ແກ້ໄຂ 8 ບັນຫາຕົ້ນຕໍທີ່ພົບພໍ້ຜ່ານມາ ແລະ ພວມປະເຊີນໜ້າຢູ່ໃນປັດຈຸບັນ ເປັນຕົ້ນ ຄວາມທຸກຍາກຂອງປະຊາຊົນ ໃນລະ ດັບບ້ານ ແລະ ຄອບຄົວ ຍັງກວມອັດຕາສ່ວນສູງ; ປະກົດການຫຍໍ້ທໍ້ໃນສັງຄົມ ຍັງເກີດຂຶ້ນຢູ່ຫລາຍບໍລິເວນ ແລະ ມີທ່າອ່ຽງເພີ່ມຂຶ້ນໃນລະດັບທີ່ແຕກຕ່າງກັນ, ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ

SA Game
ກົມປະຊາສຳພັນ ຫສນຍ

ການນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງຟູມເຟືອຍທີ່ບໍ່ມີປະສິດທິຜົນສູງ ແລະ ກ້າວໄປເຖິງດັບສູນ; ຄວາມສາມາດ ຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກ ງານວິຊາການ ຍັງຈໍາກັດ; ຄຸນນະພາບ ຂອງຊັບພະຍາກອນມະນຸດຢູ່ພາຍໃນແຂວງຍັງຕໍ່າ;ປະຊາຊົນໃນເຂດຊົນນະບົດຍັງບໍ່ຮູ້ພາສາລາວ; ຄວາມຕ້ອງການພັດທະນາສູງ, ແຕ່ທຶນຮອນມີຈໍາກັດ; ການປ່ຽນແປງດິນຟ້າອາກາດ ແລະ ການລະບາດຂອງພະຍາດຕ່າງໆ ເປັນໄພຂົມຄູ່ກັບການດໍາລົງຊີວິດ ແລະ ການສ້າງສາພັດທະນາ.

ໃນໂອກາດດຽວກັນ, ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດໂອ້ລົມພ້ອມທັງໃຫ້ທິດຊີ້ນຳ ແກ່ການນຳຫລັກແຫລ່ງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງ ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍການເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ນັບມື້ຫລຸດໜ້ອຍຖອຍລົງ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ເປັນປຶກແຜ່ນພາຍໃນຄະນະພັກ-ຄະນະນຳຂອງແຂວງ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ, ເສີມຂະຫຍາຍມູນເຊື້ອປະຕິວັດ 2 ຂອງແຂວງເຕົ້າໂຮມ ໃຫ້ເປັນປຶກແຜ່ນ; ເດັດດ່ຽວເດີນຕາມແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ໃນ 3 ເດືອນທ້າຍປີ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້; ແກ້ໄຂບັນຫາການຮົ່ວໄຫລຂອງການຈັດເກັບລາຍຮັບ ຕາມທິດຫັນເປັນທັນສະໄໝ, ພ້ອມທັງ ຕັ້ງໜ້າແກ້ໄຂກົນໄກ, ຂອດການ ຈັດຕັ້ງ ແລະ ບຸກຄະລາກອນ ໄປພ້ອມກັນ; ຍົກສູງປະສິດທິຜົນຂອງການຄຸ້ມຄອງລາຍຈ່າຍ, ດໍາເນີນບັນດາມາດຕະການປະຢັດ ຢ່າງຈິງຈັງ, ເຂັ້ມງວດວິໄນດ້ານລາຍຈ່າຍ, ປະຢັດລາຍຈ່າຍບໍລິຫານ, ພາຫະນະ ແລະ ການລົງທຶນພາກລັດ ທີ່ບໍ່ມີປະສິດທິຜົນ, ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ; ກໍາຈັດ ແລະ ແກ້ໄຂສິ່ງອັດຕັນ, ກົດໜ່ວງຖ່ວງດຶງການລົງທຶນທັງພາຍໃນ ແລະ ຕ່າງປະເທດ; ຂຸດຄົ້ນ, ນໍາໃຊ້ທ່າແຮງ, ຄວາມສາມາດບົ່ມຊ້ອນ ທາງດ້ານທີ່ຕັ້ງ, ຊັບພະຍາກອນທໍາມະຊາດ ພາຍໃນແຂວງ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າໃຫ້ດີຂຶ້ນ; ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ຮັບປະກັນໃຫ້ມີຕະຫລາດທີ່ໝັ້ນຄົງ, ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ.

SA Game
ກົມປະຊາສຳພັນ ຫສນຍ

ສໍາລັບ ມາດຕະການຈັດຕັ້ງປະຕິບັດ ຄະນະພັກ-ຄະນະນຳ ຕ້ອງລົງເລິກຊີ້ນໍາ, ວາງແຜນ, ຕິດຕາມ, ກວດກາ ການປະຕິບັດບັນດາມາດຕະການ ເພື່ອແກ້ໄຂບັນຫາຕົວຈິງ ຕາມຂະແໜງການ, ທ້ອງຖິ່ນ-ຮາກຖານ ທີ່ຕົນຮັບຜິດຊອບ ຢ່າງເປັນລະບົບ, ຫັນພະນັກ ງານລົງຮາກຖານ, ກໍາບັນຫາ ແລະ ແກ້ໄຂບັນຫາຊ່ວຍຮາກຖານປະຊາຊົນ, ສ້າງເປັນຫລັກແຫລ່ງ, ເປັນຜູ້ນໍາພາ ທີ່ແທ້ຈິງຂອງປະຊາຊົນ. ພ້ອມນັ້ນ ກໍຕ້ອງເດັດດ່ຽວແກ້ໄຂຜູ້ເສຍທາດ-ຂາດຄຸນ ໃຫ້ເຖິງຖ່ອງ; ດໍາເນີນແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຊໍາເຮື້ອ, ພ້ອມທັງປະຕິບັດວິໄນ ຕໍ່ຜູ້ລະເມີດ ຫລື ເມີນເສີຍ ຕາມມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ