ອົງການສື່ມວນຊົນຂອງ​ລັດ​ເຊຍ​ຢ້ຽມ​ຢາມແລກ​ປ່ຽນ​ບົດ​ຮຽນ ​ຢູ່ສ​ປ​ປ​ ລາວ

SA Game

ຂ​ປ​ລ

ສ​ປ​ປ ລາວ ຕ້ອນຮັບຜູ້ອຳນວຍການໃຫຍ່ອົງການສື່ມວນຊົນ ອີຕາ-ຕາສ ຂອງຣັດເຊຍ

ຈາກ​ການ​ມາ​ຢ້ຽມ​ຢາມ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສື​ມວນ​ຊົນ​ຂອງ​ລັດ​ເຊຍ​ຕ້ອນ​ຮັບ​ໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)
ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຊກິ ມິໄຣໂລວ (Sergei Mikhailov) ຜູ້ອຳນວຍການໃຫຍ່ອົງການສື່ມວນຊົນ ອີຕາ-ຕາສ (ITAR TASS) ຂອງຣັດເຊຍ ພ້ອມດ້ວຍຄະນະ ໃນວັນທີ 10 ຕຸລາ 2022 ນີ້
ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການພັດທະນາ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເຊກິ ມິໄຣໂລວ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ກໍຄື ສຳນັກຂ່າວ ສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ ໃນຄັ້ງນີ້

SA Game
ຂ​ປ​ລ

ເຊິ່ງເປັນການປະກອບ ສ່ວນອັນຄຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ດ້ານວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງປະເທດ ລາວ-ຣັດເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ດ້ານຕ່າງໆ ຂອງສອງປະເທດ ຜ່ານລະບົບອອນລາຍ ແລະ ຜ່ານຊ່ອງທາງອື່ນໆ ໃນອະນາຄົດ ແລະ ຍາວນານ.

SA Game
ຂ​ປ​ລ

ທ່ານ ເຊກິ ມິໄຣໂລວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ແລະ ສະເໜີຂໍເຊັນສັນຍາຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ກັບສຳນັກຂ່າວສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ

ພ້ອມນັ້ນ, ທ່ານ ເຊກິ ມິໄຣໂລວ ຍັງໄດ້ຢືນຢັນວ່າ ອົງການສື່ມວນຊົນ ອີຕາ-ຕາສ (ITAR TASS) ຂອງຣັດເຊຍ ຈະປະກອບສ່ວນສະໜອງຂໍ້ມູນຂ່າວສານຕ່າງໆ ໃຫ້ກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຮ່ວມມື ລະຫວ່າງ ສື່ມວນຊົນ ຂອງຣັດເຊຍ ແລະ ລາວ ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.