ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ

SA Game

ກະຊວງການຕ່າງປະເທດ

ລາວ-ອົດສະຕຣາລີ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕຣາລີ ພ້ອມຄະນະໃນວັນທີ 15 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ, ເປັນການສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງການຕ່າງປະເທດ ລາວ-ອົດສະຕຣາລີ.

ສອງຝ່າຍແມ່ນໄດ້ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືໃນໄລຍະຜ່ານມາ, ເຊິ່ງນັບຕັ້ງແຕ່ ສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ແລະ ເຫັນດີ ເປັນເອກະພາບ ຕໍ່ການຕີລາຄາສູງ ສາຍພົວພັນມິດຕະພາບ ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ອົດສະຕຣາລີ ແມ່ນໄດ້ ຮັບການພັດທະນາເປັນກ້າວໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ

ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ລະດັບຕ່າງໆ ລວມເຖິງການ ໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນຂອງສອງປະເທດຢ່າງເປັນປົກກະຕິ, ລັດຖະບານອົດສະຕຣາລີ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

SA Game
ກະຊວງການຕ່າງປະເທດ

ສ​ປ​ປ ລາວ ຢູ່​ອັນ​ດັບ 3.

ຈັດອັນດັບເປັນທີ 3 ຂອງການຊ່ວຍເຫລືອ ODA ຂອງຕ່າງປະເທດ ຢູ່ ສປປ ລາວ, ກວມເອົາຫລາຍຂະແໜງການ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການພັດທະນາຊົນນະບົດ, ການຮັກສາສິ່ງແວດລ້ອມ, ການບໍລິຫານຈັດການໄພພິບັດທາງທໍາມະຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO)

ລວມເຖິງວຽກງານໃນຂອບການຮ່ວມມືອາຊຽນ ແລະ ອື່ນໆ. ພິເສດໃນປີ 2022 ສອງຝ່າຍ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຢ່າງມີຜົນສໍາເລັດ.

ກອງປະຊຸມໃນຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງ ແລະ ແຜນການຮ່ວມມື ໃນຕໍ່ໜ້າຂອງສອງປະເທດ ໃນຂົງເຂດການຮ່ວມມືໃນດ້ານຕ່າງໆ ແລະ ຢືນຢັນຄືນເຈດຈໍານົງໃນການຍົກລະດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ໃຫ້ປາກົດຜົນເປັນຈິງໃນໄວໆນີ້

ໄດ້ມີການແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ, ສອງປະເທດ ເຫັນພ້ອມທີ່ຈະສືບຕໍ່ຮັກສາການພົວພັນຮ່ວມມືອັນດີ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ

ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ຂອບການຮ່ວມມືອາຊຽນ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ໂດຍສະເພາະ ໃນໄລຍະສົກປີ 2021-2024 ທີ່ ສປປ ລາວ ຮັບໜ້າທີ່ ເປັນປະເທດ ປະສານງານ ອາຊຽນ-ອົດສະຕຣາລີ ແລະ ກໍາລັງກະກຽມຄວາມພ້ອມ ໃນການເປັນປະທານ ອາຊຽນ ໃນປີ 2024, ລວມເຖິງ ການກະກຽມສະເຫລີມສະຫລອງ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024.

ໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ

ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃນການແກ້ໄຂຄວາມທຸກຍາກ ເພື່ອຫລຸດພົ້ນອອກຈາກ ສະຖານະ ການເປັນປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນອະນາຄົດ, ພ້ອມຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງ ອົດສະຕາລີແມ່ນມີປະສິດຕິພາບ ແລະ ຕອບສະໜອງໄດ້ເຖິງ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງປະເທດ

ພ້ອມທັງສະແດງຄວາມຂອບໃຈ ຕໍ່ອົດສະຕຣາລີ ສຳລັບການຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ ໃນຂອບອາຊຽນ ເປັນຕົ້ນແມ່ນ ການກະກຽມເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕັ້ງໜ້າ ແລະ ຫ້າວຫັນໃນຖານະ ເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ

ພ້ອມທັງໄດ້ຢັ້ງຢັນຄືນເຖິງຄໍາໝາຍໝັ້ນຂອງ ອົດສະຕຣາລີ ທີ່ຈະໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ໄດ້ສະແດງຄວາມກຽມພ້ອມໃນການສະເຫລີມສະຫລອງ ຄົບຮອບ 50 ປີ ຂອງການເປັນປະເທດຄູ່ເຈລະຈາອາຊຽນ ຂອງອົດສະຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະທານຈັດກອງປະຊຸມສຸດຍອດອາຊຽນ.

ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ຕະຫລອດມາ, ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ

ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆປະກົດຜົນເປັນຈິງ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນ ສອງປະເທດ ອົດສະຕຣາລີ-ລາວ.

ພາຍຫລັງ ສຳເລັດການພົບປະສອງຝ່າຍເປັນທາງການ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ

SA Game
ກະຊວງການຕ່າງປະເທດ

ໃນພິທີ ລົງນາມ ຂໍ້ຕົກລົງເພີ່ມເຕີມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ອົດສະຕຣາລີ ວ່າດ້ວຍ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາ ພະລັງງານແບບຍືນຍົງ

ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດ, ຕາງໜ້າລັດຖະບານ ອົດສະຕາລີ ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ອົດສະຕຣາລີ ເຂົ້າຮ່ວມ.

ໃນໂອກາດຢ້ຽມຢາມທາງການ ທີ່ ສປປ ລາວ ຄັ້ງນີ້, ທ່ານ ນາງ ເພັນນີ ວອງ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ.

ນອກນັ້ນ, ຍັງໄດ້ຢ້ຽມຢາມໂຮງຮຽນປະຖົມສົມບູນນາໄຮ່ດຽວ ເພື່ອຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດຫລັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ທີ່ພັດທະນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ແລະ ສະຖານທີ່ ທາງດ້ານວັດທະນະທຳຂອງລາວ ຈຳນວນໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການຕ່າງປະເທດ