ສຳເລັດການເຂົ້າຮ່ວມ ປະຊຸມລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ

SA Game

ສ​ພ​ຊ

ຄະ​ນະສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ(ສພຊ) ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດ ຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ສາທາລະນະລັດ ອິນໂດເນເຊຍໃນລະຫວ່າງວັນທີ 10-11 ພຶດສະພາ 2023 ຜ່ານມາ.

ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາຄັ້ງນີ້ ມີບັນດາປະມຸກລັດ, ນາຍົກ ລັດຖະ ມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ ໂດຍໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເປັນຄວາມກັງວົນຮ່ວມກັນ ແລະ ສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ.

SA Game
ສ​ພ​ຊ

ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮັກສາສັນຕິພາບ, ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ

ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ສົ່ງເສີມການລົງທຶນສີຂຽວ, ຄວາມສະເໝີພາບ ແລະ ຄວາມຍືນຍົງທາງດ້ານການເງິນ; ປັບປຸງແຜນງານ, ຂອບກົດໝາຍ ແລະ ນະໂຍບາຍເພື່ອບັນລຸຂໍ້ລິເລີ່ມ ແລະ ຂໍ້ຕົກລົງສີຂຽວອາຊຽນ; ປັບປຸງປະສິດທິພາບການເຄື່ອນໄຫວຂອງບັນດາກົນໄກຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມພັດທະນາ

ສົ່ງເສີມນະວັດຕະກໍາ, ການຖ່າຍທອດການນຳໃຊ້ ແລະ ການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງຫວ່າງຂອງການພັດທະນາ, ເສີມສ້າງຄວາມເຂັ້ມແຂງພາຍໃນພາກພື້ນ ໃຫ້ມີການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງຕາມທິດທາງຂອງອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ກໍໄດ້ປະຊຸມຮ່ວມກັບ ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 9 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກະໂປ, ມາເລເຊຍ, ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າ ປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາ ທີ່ຈະສະເໜີຕໍ່ຜູ້ນຳອາຊຽນ.

SA Game
ສ​ພ​ຊ

ໃນກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານດັ່ງກ່າວ ໂດຍໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມໝັ້ນຄົງ, ສົ່ງເສີມນະໂຍບາຍເພື່ອສ້າງຄວາມເຂັ້ມແຂງແກ່ອາຊຽນ, ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດຂອງພາກພື້ນກັບທົ່ວໂລກ, ຫລຸດຜ່ອນຊອງຫວ່າງຂອງການພັດທະນາ ແລະ ພ້ອມກັນກ້າວໄປໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫລັງ.

ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະປຶກສາຫາລືແບບບໍ່ເປັນທາງການກັບຄະ ນະຜູ້ແທນ ສສ ຫວຽດນາມ, ກຳປູເຈຍ, ໄທ ແລະ ເລຂາທິການໃຫຍ່ໄອປາ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສພຊ