ສຳ​ນັກ​ງານ​ນາ​ຍົກເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ສາກົນ

SA Game

ຂປລ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານວຽກງານກວດກາ ແລະ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ສາກົນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານວຽກງານກວດກາ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ໃນວັນທີ 19 ພຶດສະພາ 2023 ຜ່ານມານີ້,  ໂດຍເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ອະດີດການນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.

ເນື້ອໃນທີ່ນຳມາເຜີຍແຜ່ເຊື່ອມຊຶມ ໃນຄັ້ງນີ້ ປະກອບມີ: ບົດສະຫລຸບຫຍໍ້ວຽກງານກວດກາ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການສູ້ຊົນ ປະຈຳປີ 2023 ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ບົດສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງ ຫສນຍ; ບົດໂອ້ລົມຂອງປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022.

SA Game
ຂປລ

ເອກະສານວັນກຳມະກອນສາກົນ ຄົບຮອບ 137 ປີ (1/5/1886 – 1/5/2023); ເອກະສານມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 64 ປີ (18/5/1959-18/5/2023); ເອກະສານມູນເຊື້ອວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ຄົບຮອບ 63 ປີ (24/5/1960-24/5/2023), ທັງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເປັນເອກະພາບ ຕໍ່ເນື້ອໃນ ກໍຄືເອກະສານ ທີ່ໄດ້ນຳມາເຜີຍແຜ່ເຊື່ອຊຶມ ໃນຄັ້ງນີ້,

ທັງສາມາດນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານ ແລະ ການດຳລົງຊີວິດຕົວຈິງ ໃຫ້ເກີດດອກອອກຜົນ ເພື່ອຍົກສູງທັດສະນະຫລັກໝັ້ນ, ຄຸນທາດການເມືອງຂອງສະມາຊິກພັກ-ພະນັກງານ ໃຫ້ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງ ປະກອບສ່ວນປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມ ແຂງ.

ພາຍຫລັງສຳເລັດການເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ກໍຄື ເນື້ອໃນສຳຄັນດັ່ງກ່າວ, ກອງປະຊຸມ ຍັງໄດ້ຮັບກຽດ ຈາກທ່ານ ບຸນຕຽມ ພິດສະໄໝ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ມາເລົ່າປະສົບການຕົວຈິງ ເຊິ່ງເປັນການປະກອບສ່ວນເຂົ້າໃນການຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ຕື່ມອີກ.

ຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ສັງລວມ ແລະ ເນັ້ນໜັກຄືນ ກ່ຽວກັບຄວາມສຳຄັນຂອງເອກະ ສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ ລວມທັງວຽກງານກວດກາທີ່ ຫສນຍ ໄດ້ສ້າງການຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃນຄັ້ງນີ້.

SA Game
ຂປລ

ອັນສໍາຄັນ ທ່ານ ໄດ້ເນັ້ນໜັກ ໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງອັນດີ ເພື່ອຍົກສູງຄຸນຄ່າ ແລະ ຄຸນນະພາບ ຂອງສະມາຊິກພັກ-ພະນັກງານ ກໍຄື ວຽກງານ ໃຫ້ສູງຂຶ້ນເປັນກ້າວໆ; ປັບປຸງແບບແຜນວິທີເຮັດວຽກ ແລະ ແບບ ແຜນການດຳລົງຊີວິດ ໃຫ້ມີວິທະຍາສາດ ແລະ ແທດຕົວຈິງ ກວ່າເກົ່າ; ພ້ອມກັນຕັດສິນໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໃນ 3 ດ້ານ ຄື:

ຫັນປ່ຽນຈາກແນວຄິດລໍຖ້າ ໄປສູ່ຄວາມເປັນເຈົ້າການ ແລະ ປະດິດສ້າງ

ຫັນຈາກການເຮັດວຽກບໍ່ມີຈຸດສຸມ ບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມ ມີແບບແຜນ ມີຄາດໝາຍ ແລະ

ຫັນຈາກກົນໄກທີ່ອືດອາດຊັກຊ້າ ຫລາຍຂັ້ນຫລາຍຂອດ ໄປສູ່ກົນໄກທີ່ໂລ່ງລ່ຽນ, ວ່ອງໄວ ແລະ ທັນການ

ເພື່ອຮັບປະກັນ ໃຫ້ແກ່ການບໍລິການຮັບໃຊ້ການນຳ ແລະ ປະຊາຊົນ ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.