ເຜົ່າຈ້ວງ ກວາງຊີ ຕ້ອນ​ຮັບ​ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ

SA Game

ຂປລ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສ​ປ​ປ ລາວ ສືບຕໍ່ຢ້ຽມຢາມ ເຜົ່າຈ້ວງ ກວາງຊີ ເຂດປົກຄອງຕົນເອງ

ເຜົ່າຈ້ວງ ກວາງຊີ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະ ນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ສືບຕໍ່ຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫລິວ ໜິງ ກຳມະການສູນກາງພັກ, ເລຂາຄະນະພັກເຂດ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ທີ່ນະຄອນຫນານນິງ

ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພາຍຫລັງສຳເລັດການຢ້ຽມຢາມ ຢູ່ແຂວງ ຢຸນນານໃນວັນທີ 18 ມິຖຸ ນາ 2023.

ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ທີ່ປະຊາຊົນເຂດກວາງຊີ ຍາດມາໄດ້ໃນພາລະກິດແຫ່ງ ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດໃນການລຶບລ້າງຄວາມທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ກໍຄື ການຈັດງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ແລະ ເວທີສຳມະນາສາກົນຕ່າງໆ ທີ່ພົ້ນເດັ່ນ ແລະ ມີບົດບາດສຳຄັນ ໃນການຊຸກຍູ້ການຮ່ວມມືຂອງພາກພື້ນ

SA Game ເຜົ່າຈ້ວງ ກວາງຊີ
ຂປລ.

ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ແລະ ໄປມາຫາສູ່ເຊິ່ງກັນແລະ ກັນ ໃນລະດັບຕ່າງໆ ລະຫວ່າງ ສປປ ລາວ-ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການຮ່ວມມືແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ລະ ຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ

ການຮ່ວມມືດ້ານເສດຖະກິດ-ການຄ້າ, ການສົ່ງເສີມໃຫ້ນັກທຸລະກິດຈີນ ໄປລົງທຶນຢູ່ ສປປ ລາວ, ຕະຫລອດຮອດດ້ານວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ການຊ່ວຍເຫລືອບຳລຸງກໍ່ ສ້າງພະນັກງານ-ບຸກຄະລາກອນ ກໍຄື ໃຫ້ທຶນແກ່ນັກສຶກສາລາວ ໄປສຶກສາຢູ່ກວາງຊີ ເຊິ່ງເປັນການປະ ກອບສ່ວນອັນສໍາຄັນເຂົ້າ ໃນວຽກງານການສ້າງຖັນແຖວພະນັກງານ-ບຸກຄະລາກອນ ທີ່ມີຄຸນນະພາບໃຫ້ແກ່ ສປປ ລາວ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ລົງເລິກແລກປ່ຽນ ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ໃນຕໍ່ຫນ້າ ໃຫ້ມີບາດກ້າວໃໝ່ທີ່ເລິກເຊິ່ງກວ່າເກົ່າ, ສືບຕໍ່ລົງເລິກການແລກປ່ຽນບົດ ຮຽນດ້ານການພັດທະນາຊົນບົດ ແລະ ການລຶບລ້າງຄວາມທຸກຍາກ

ສະຫາຍ ຍັງໄດ້ຊີ້ນໍາໃຫ້ ສອງຝ່າຍສືບຕໍ່ຮັດແຫນ້ນການໄປມາຫາສູ່ກັນ ຢ່າງໃກ້ຊິດ, ຍູ້ແຮງການພົວພັນດ້ານການທູດ ປະຊາຊົນໃຫ້ກວ້າງ ຂວາງ ແລະ ມີປະສິດທິຜົນກວ່າເກົ່າ, ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃຫ້ດີ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ແລະ ເປີດກວ້າງເສັ້ນທາງການເຊື່ອມໂຍງ ເຊື່ອມຈອດກັນຂອງສອງຝ່າຍ ດ້ວຍຫລາຍຮູບແບບ, ຫລາຍຊ່ອງທາງ ແລະ ກວ້າງຂວາງຍິ່ງຂຶ້ນ.

SA Game
ຂປລ.

ສະຫາຍ ຫລິວ ໜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃຫ້ຝ່າຍລາວຊາບ ແລະ ຍັງໄດ້ ສະແດງຄວາມຍິນດີ ທີ່ຈະສືບຕໍ່ຮັດແຫນ້ນການໄປມາຫາສູ່ກັນ, ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນນຳກັນກັບຝ່າຍລາວ

ເອົາໃຈໃສ່ໃນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ການນໍາຂອງສອງພັກ, ສອງປະເທດ ໄດ້ເຫັນດີເປັນເອກະພາບນຳກັນ ເພື່ອປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍຄື ການປະ ກອບສ່ວນ ສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກ.

ໃນໂອກາດຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມຢາມ ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ໄດ້ກ່າວປາໄສ ໃນຫົວຂໍ້ “ສືບສານມູນເຊື້ອມິດຕະ ພາບ, ສືບຕໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ, ພ້ອມກັນກ້າວເດີນໄປຫນ້າ ສູ່ອະນາ ຄົດ”

ນອກຈາກນັ້ນ, ຍັງຢ້ຽມຢາມບ້ານຊົນນະບົດ ທີ່ເປັນຕົວແບບການພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະ ຢ້ຽມຢາມສະຖານທີ່ສຳຄັນ ທາງດ້ານວັດທະນະທຳ-ທຳມະຊາດ ຈຳນວນຫນຶ່ງ ຂອງນະຄອນຫນານນິງ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.