ຫໍສະໝຸດ ​ສ​ປ​ປ ລາວ ຈະ​ຖືກ​ພັດ​ທະ​ນາ​ເປັນ​ໃຊ້​ລະ​ບົບ​ທັນ​ສະ​ໄໝ

SA Game

ວິທະຍຸແຫ່ງຊາດ

ສ​ປ​ປ ລາວ ພັດທະນາລະບົບ ຫໍສະໝຸດ ຫັນເປັນແບບທັນສະໄໝເຂົ້າ​ມາ​ໃນ​ການ​ບໍ​ລິ​ຫານ

ຫໍສະໝຸດ ຂອງ ສ​ປ​ປ ລາວ​ຈະ​ພັດ​ທະ​ນາ​ລະ​ບົບ​ຫໍ​ສະ​ໝຸດ​ເປັນ​ແບບ​ທັນ​ສະ​ໄໝ​ໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມວັດທະນະທຳອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້ຫົວ ຂໍ້ “ການສ້າງຫໍສະໝຸດທັນສະໄໝ ແລະ ສົ່ງເສີມການອ່ານ” ທີ່ຈັດຂຶ້ນຢູ່ເມືອງໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ ໃນວັນທີ 19 ມິຖຸນາ 2023 ນີ້ວ່າ:

ສປປ ລາວ ໄດ້ເອົາໃຈໃສ່ ພັດທະນາລະບົບຫໍສະໝຸດໃຫ້ກາຍເປັນທັນສະໄໝ ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບ ໃນຂອບເຂດທົ່ວປະເທດ

ເພື່ອປູກຝັງຈິດສຳນຶກ ໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳຄັນ, ມີຄວາມຜູກພັນ ໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ປັດຈຸບັນແມ່ນພວມຢູ່ໃນຂັ້ນຕອນເລີ່ມຕົ້ນ ຂອງການສ້າງຖານຂໍ້ມູນ ແລະ ການພັດທະນາລະບົບ, ໃນຂະນະດຽວກັນ ການຄົ້ນຫາຂໍ້ມູນ ແລະ ບໍລິການການອ່ານ ໄດ້ໃຫ້ບໍລິການຢູ່ກັບສະຖານທີ່ເທົ່ານັ້ນ ເນື່ອງຈາກວ່າລະບົບອອນລາຍແມ່ນບໍ່ສາມາດເຂົ້າເຖິງ ຖານຂໍ້ມູນຕາມທີ່ຕ້ອງການໄດ້ເທື່ອ.

SA Game
ວິທະຍຸແຫ່ງຊາດ

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວເນັ້ນອີກວ່າ: ສປປ ລາວ ຍັງຈະໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງວຽກງານຫໍສະໝຸດ ດ້ວຍການຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດໃນພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຖານຂໍ້ມູນໃບລານລາວ, ໂຄງການສົ່ງເສີມການອ່ານແບບດີຈິຕອນ, ໂຄງການສ້າງຖານຂໍ້ມູນຄຸ້ມຄອງຊັບສິນທາງດ້ານວັດທະນະທຳ ໃນ ສປປ ລາວ ແລະ ໂຄງການອື່ນໆ ຊຶ່ງຈະນຳໄປສູ່ ການຄຸ້ມຄອງ ແລະ ການບໍລິການທີ່ທັນສະໄໝ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ເຖິງແມ່ນວ່າວຽກງານຫໍສະໝຸດໄດ້ຮັບການສະໜັບສະໜູນທີ່ສຳຄັນຈາກພັກ, ລັດ, ເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງ ອົງການຈັດຕັ້ງສາ ກົນ ແຕ່ ສປປ ລາວ ກໍຍັງປະເຊີນກັບຄວາມຫຍຸ້ງຍາກ ເປັນຕົ້ນດ້ານເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ ຊຶ່ງເປັນສິ່ງທ້າທາຍອັນຕົ້ນຕໍ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງໃຫ້ເໝາະສົມ ກັບການຫັນປ່ຽນເປັນຫໍສະໝຸດທັນສະໄໝ ໃນຊຸມປີຕໍ່ໜ້າ.

SA Game ຫໍສະໝຸດ
ວິທະຍຸແຫ່ງຊາດ

ສປປ ລາວ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນ ໂດຍສະເພາະ ສປ ຈີນ ທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ຊ່ຽວຊານດ້ານເຕັກນິກວິຊາການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວິທະຍຸແຫ່ງຊາດ