ເຜີຍ​​ແຜ່ເອ​ກະ​ສານ​ສຳ​ຄັນ ຂອ​ງ​ສະ​ຖານ​ທູດ​ລາວ​ປະ​ຈຳ​ລັດ​ເຊຍ

SA Game

ຂ​ປ​ລ

ສະຖານທູດລາວ ປະຈຳ ລັດເຊຍ ​ໄດ້​ມີ​ການເຜີຍແຜ່ເອກະສານສຳຄັນ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ລັດເຊຍ ໄດ້ຈັດປາຖະກະຖາເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ລັດໃນວັນທີ 26 ມີນາ ຜ່ານມານີ້, ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022 ) ແລະ ລະນຶກເຖິງວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ(21/03/1946-21/03/2022

ໂດຍການປາຖະກະຖາຂອງ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ລັດເຊຍ ໂດຍມີ ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້ານັກສຶກສາລາວ ຢູ່ທີ່ນະຄອນຫລວງມົດສະກູ ຈຳນວນໜຶ່ງ ເຂົ້າຮ່ວມ.

ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 67 ປີຜ່ານມາ, ທີ່ພັກເຮົາໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ຢ່າງສະຫລາດສ່ອງໃສ

SA Game
ຂ​ປ​ລ

ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນພື້ນຖານ ແລະ ຍຶດຖືຫລັກໝັ້ນ ຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫລອດມາ.

ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນການຈັດຕັ້ງທາງການເມືອງທີ່ສະຫລາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕ ປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.

ພ້ອມນີ້, ໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ທີ່ສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ ຮອງເລຂາໜ່ວຍພັກ

ໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສະພາບການອັນໂຫດຮ້າຍປ່າເຖື່ອນ ທີ່ພວກທະຫານລ່າເມືອງຂຶ້ນແບບເກົ່າໄດ້ກະທຳຕໍ່ປະຊາຊົນລາວ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ອັນເຮັດໃຫ້ປະຊາຊົນໃນເມືອງທ່າແຂກ ໄດ້ລົ້ມຕາຍເສຍຊີວິດເຖິງ 3.000 ກວ່າຄົນ.

SA Game
ຂ​ປ​ລ

ພ້ອມກັນນີ້, ສະຫາຍຮອງເລຂາໜ່ວຍພັກ ກໍໄດ້ຍົກໃຫ້ເຫັນບົດບາດການນຳພາຂອງພັກ ໃນຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ແມ່ນຂະບວນການຕໍ່ສູ້ຂອງທະຫານ ແລະ ປະຊາຊົນໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄຳມ່ວນ ໃນການຕໍ່ສູ້ຕ້ານກອງທັບຂອງທະຫານພວກລ່າເມືອງຂຶ້ນແບບເກົ່າ ໃນວັນທີ 21 ມີນາ 1946 ເຊິ່ງປະຊາຊົນລາວທັງຊາດໄດ້ຈົດຈຳ ແລະ ຖືເອົາວັນດັ່ງກ່າວເປັນ “ວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດ.”

ການເຜີຍແຜ່ເຊື່ອມຊຶມມູນເຊື້ອຄືດັ່ງກ່າວນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ປະຫວັດສາດທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບພາລະກຳທາງປະຫວັດສາດ, ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ, ທັງເປັນການຍົກສູງຄວາມສາມາດນຳພາ, ລັກສະນະນໍາໜ້າຂອງພັກ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫລອດໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂປລ.