ສຳ​ເລັດ​ການ​ຮ່ວມ​ມື​ເກັບ​ກູ້ ແລະ ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ

SA Game

Media Laos

ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫະພັນຣັດເຊຍໄດ້​ສຳ​ເລັດ​ການ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ.

ໃນວັນທີ 27 ມີນາ 2022 ນີ້, ຢູ່ທີ່ເມືອງນາກາຍ ໄດ້ຕ້ອນຮັບການລົງມາຢ້ຽມຢາມ ຂອງສະ ຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ວະລາດີເມຍ ກາລິນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປລາວ, ເຂົ້າຮ່ວມມີການນຳຂັ້ນກະຊວງ, ຕ່າງໜ້າການນໍາແຂວງຄໍາມ່ວນໂດຍແມ່ນ ສະຫາຍ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ຕະຫລອດຮອດການນໍາເມືອງນາກາຍພ້ອມຄະນະ, ຕາງໜ້າກອງທັບປະຊາຊົນລາວ ແລະ ກອງກວດ-ກູ້ມິນສາກົນກໍາລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ ທີ່ລົງເຄື່ອນໄຫວກວດ-ກູ້ທໍາລາຍລະເບີດບໍ່ທັນແຕກທີ່ເມືອງນາກາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວະລະພິທີອັນສະງ່າງາມໃນກອງປະຊຸມ ທ່ານ ພັອ ອັນເດຣ ລີຄາຊ໋ອບ ທີ່ປຶກສາການທູດ ຝ່າຍທະຫານ ຣັດເຊຍ ປະຈໍາ ສປປລາວ ໄດ້ລາຍງານຜົນສໍາເລັດກ່ຽວກັບໝາກຜົນຂອງການຈັດຕັ້ງປະຕິບັດນັບແຕ່ວັນທີ 23 ພະຈິກ 2021 ມາຮອດປະຈຸບັນ ໃນຈໍານວນ 9 ຈຸດ, ເຊິ່ງມີເນື້ອທີ່ທັງໝົດ 120 ເຮັກຕາ ທີ່ທາງເມືອງມອບໃຫ້ກວດ-ກູ້ເຊິ່ງສາມາດປະຕິບັດໄດ້ 25 ເຮັກຕາ , ທໍາລາຍລະເບີດໄດ້ 91 ໜ່ວຍ, ໃນນີ້ລະເບີດບົ່ມບີ້ 51 ໜ່ວຍ; ໂບມ 500 ປອນ 1 ໜ່ວຍ, ກວດ-ກູ້ສະເກັດຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆໄດ້ 1.402 ສິ້ນສ່ວນ

SA Game
Media Laos

ຕໍ່ກັບສະພາບການດັ່ງກ່າວກໍພົບຄວາມຫຍຸ້ງຍາກ ຍ້ອນວ່າສະ ຖານທີ່ກວດ-ກູ້ແມ່ນເປັນເດີ່ນບ້ານເກົ່າ ຈຶ່ງເຮັດໃຫ້ມີການຫລ້າຊ້າ ສ່ວນພື້ນທີ່ໆຍັງບໍ່ທັນກວດ-ກູ້ແມ່ນຈະໄດ້ຮັບການຊ່ວຍ ເຫຼືອອີກໃນປີຕໍ່ໄປ ໃນການຈັດຕັ້ງປະຕິບັດແຜນການຮ່ວມມືກວດ-ກູ້ ແລະ ທໍາລາຍລະເບີດບໍ່ທັນແຕກເພື່ອມະນຸດສະທໍາຂອງສອງພັກ-ສອງລັດ ລາວ-ຣັດເຊຍ ໂດຍແມ່ນຄະນະຮັບຜິດຊອບການກວດ-ກູ້ລະເບີດ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມມືກັບຄະນະຮັບຜິດຊອບການກວດ-ກູ້ມິນສາກົນຂອງກະຊວງປ້ອງກັນປະເທດແຫ່ງ ສະຫະພັນຣັດເຊຍ

ໂດຍມີກໍາລັງເຂົ້າປະກອບໜ້າທີ່ທັງໝົດ 111 ສະຫາຍ ໃນນີ້ກໍາລັງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຈໍານວນ 80 ສະຫາຍ ແລະ ກໍາລັງກະຊວງປ້ອງກັນປະເທດແຫ່ງ ສະຫະພັນຣັດເຊຍ 31 ສະຫາຍ ເຊິ່ງທັງໝົດໄດ້ເອົາໃຈໃສ່ໃນການປະຕິ ບັດໜ້າທີ່ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນຢ່າງຕັ້ງໜ້າຕາມແຜນງານທີ່ວາງໄວ້ ຈົນໄດ້ຮັບຜົນສໍາເລັດຕາມຕົວເລກຄາດໝາຍສູ້ຊົນເປັນທີ່ເພິ່ງພໍໃຈໃນຫຼາຍດ້ານເປັນຕົ້ນແມ່ນວຽກງານສໍາຫຼວດທາງດ້ານວິຊາການ, ວຽກງານກວດ-ກູ້ເນື້ອທີ່ ແລະ ທໍາລາຍລະເບີດ ພ້ອມນັ້ນຍັງໄດ້ຮັບຟັງການລາຍງານສະຫຼຸບການຮ່ວມມືປະຈໍາປີ 2021-2022

ໂດຍ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳການຮ່ວມມືກວດ-ກູ້ລະເບີດ, ພ້ອມນັ້ນຍັງໄດ້ມີການມອບເນື້ອທີ່, ຄືນພື້ນທີ່ປອດໄພໃຫ້ອົງການປົກຄອງເມືອງນໍາໃຊ້ ແລະ ພັດທະນາຕາມແບບແຜນທິດທາງທີ່ວາງໄວ້ ແລະ ກ່າວຮັບເນື້ອທີ່ດັ່ງກ່າວໂດຍແມ່ນ ສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ.

ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ຊ່ຽວຊານ ສະຫະພັນຣັດເຊຍ ຈຳນວນ 28 ສະຫາຍ ໃຫ້ກຽດມອບໂດຍສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມອບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ຊ່ຽວຊານຣັດເຊຍ ຈໍານວນ 7 ສະຫາຍ

ໃຫ້ກຽດມອບໂດຍສະຫາຍ ພົນຕ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ມອບຫຼຽນໄຊມິດຕະພາບແຫ່ງສະຫະພັນລັດເຊຍ ດ້ານການທະຫານໃຫ້ແກ່ພະນັກງານນັກຮົບ ກອງທັບປະຊາຊົນລາວຈໍານວນ 24 ສະຫາຍ.

SA Game
Media Laos

ພ້ອມນັ້ນ ສະຫາຍ ວະລາດີເມຍ ກາລິນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ ສະຫາຍຍັງໄດ້ມີຄວາມປິຕິຍິນດີທີ່ໄດ້ຊ່ວຍປະເທດລາວ ສະຫາຍຍັງໄດ້ຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງກອງບັນ ຊາການທະຫານຝ່າຍລາວ ແລະ ທະຫານ ສະຫະພັນຣັດເຊຍທີ່ສຸມກໍາລັງແຮງຕໍ່ກັບວຽກງານດັ່ງກ່າວ.

ໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໃນນາມປະທານພິທີ ເຊິ່ງສະຫາຍຍັງໄດ້ສະແດງຄວາມຂອບໃຈອັນສູງສົ່ງຕໍ່ກັບປະເທດຣັດເຊຍຜ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອບໍ່ວ່າຈະເປັນທາງດ້ານອຸປະກອນຍຸດທະວິທີກອງກໍາລັງທະຫານທີ່ລົງເຄື່ອນໄຫວກວດ-ກູ້ຢູ່ທີ່ 3 ແຂວງຂອງປະເທດລາວຄື:

ຊຽງຂວາງ, ບໍລິຄໍາໄຊ ແລະ ຄໍາມ່ວນ ສະຫາຍຍັງໄດ້ກ່າວອີກວ່າ ສະເພາະແຂວງ ຄໍາມ່ວນຍັງຕ້ອງໄດ້ເລັ່ງໃນການກວດ-ກູ້ລະເບີດບໍ່ທັນແຕກ ໃນບັນດາເມືອງເປົ້າໝາຍຂອງແຂວງຄໍາມ່ວນທີ່ຍັງຫລົງເຫຼືອມິນລະເບີດບໍ່ທັນແຕກເພື່ອຄວາມປອດໄພຂອງມະນຸດສະທຳຂອງປວງຊົນລາວທັງຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos