ຄະນະກຳມະການ ອອປສ ຊຸດທີ II ເປີດກອງປະຊຸມສະໄໝສາມັນເທື່ອທີ 3

SA Game

ຂ​ປ​ລ

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງຄະນະກຳມະການ ອອປສ ຊຸດທີ II

ອົງການ ໄອຍະການປະຊາຊົນສູງສຸດ ຫຼື ອອປສ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອ ທີ 3 ຂອງຄະນະກຳມະການໄອຍະການປະຊາຊົນສູງສຸດ ຊຸດທີ II ໃນວັນທີ 29 ມີນາ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ປະທານຄະນະກໍາມະການໄອຍະການປະຊາຊົນສູງສຸດ, ມີຮອງປະທານຄະນະກໍາມະການ, ຄະ ນະກຳມະການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນຕໍ່ບົດສະຫລຸບ ປະຈຳໄຕມາດ I ແລະ ແຜນວຽກຈຸດສຸມ ໃນໄຕມາດ II ປີ 2022 ພ້ອມທັງໄດ້ຕົກລົງ ບັນຫາກ່ຽວກັບການດຳເນີນຄະດີອາຍາ, ການດຳເນີນຄະດີແພ່ງ ແລະ ຕົກລົງແຕ່ງຕັ້ງຍົກຍ້າຍພະນັກງານຂັ້ນກົມຈຳນວນໜຶ່ງໃນໄຕມາດ I ປີ 2022, ການຈັດຕັ້ງປະຕິບັດວຽກງານສໍາເລັດເປັນສ່ວນຫລາຍ ແລະ ສາມາດສັງລວມໄດ້ອັນທີ່ພົ້ນເດັ່ນ ເປັນຕົ້ນ ສໍາເລັດການຈັດກອງປະຊຸມວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດ ທົ່ວປະເທດ ປະຈໍາປີ 2021

SA Game
ຂ​ປ​ລ

ຄະນະພັກ-ຄະນະນໍາ ໄດ້ຜັດປ່ຽນກັນລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນຂອບເຂດທົ່ວປະເທດ, ໄດ້ປັບປຸງກົນໄກການຜ່ານຄະດີ ໂດຍມອບຄວາມຮັບຜິດຊອບໂດຍກົງໃຫ້ຜູ້ຊີ້ນໍາ ແລະ ຫົວໜ້າກົມ ນໍາພາຈັດຕັ້ງປະຕິບັດ ຕາມແຜນເຄື່ອນໄຫວປະຈໍາເດືອນຂອງຄະນະພັກ, ສໍາເລັດການປະຊຸມທາງໄກຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ, ອົງການໄອຍະການ ຣາຊະອານາຈັກກໍາປູເຈຍ ແລະ ຣາຊະອານາຈັກໄທ, ສໍາເລັດການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສໍາລັບຂັ້ນອົງການຄຸ້ມຄອງ ຮອບ 1 ແລະ ສົ່ງພະນັກງານໄປຮຽນທິດສະດີ 45 ວັນ, 5 ເດືອນ ແລະ ຈັດຊຸດອົບຮົມກ່ຽວກັບວຽກງານໄອຍະການປະຊາຊົນ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນ ດ້ານອ່ອນ-ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບປັບປຸງແກ້ໄຂ.

SA Game
ຂ​ປ​ລ

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິ ບັດບາງວຽກງານໃນຕໍ່ໜ້າ ເປັນຕົ້ນ ຕ້ອງສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ ໂດຍສະເພາະຄະດີອາຍາຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນໃຫ້ຍັງເຫລືອ 2 ຕົວເລກ; ຕ້ອງຫັນລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ເພື່ອຈັດຕັ້ງເຜີຍແຜ່ການຕິດຕາມກວດກາດຳເນີນຄະດີປົກຄອງໃຫ້ພະນັກງານໄອຍະການ ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດເປັນເອກະພາບກັນ; ສືບຕໍ່ສ້າງກົນໄກເຮັດວຽກຮ່ວມກັບກະຊວງການເງິນ, ສານປະຊາຊົນສູງສຸດ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາແຫ່ງລັດ ແລະ ກະຊວງຍຸຕິທຳ ໃຫ້ສຳເລັດໃນເດືອນ 6 ປີ 2022; ຕ້ອງໄດ້ສຸມໃສ່ການກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໂດຍສ້າງແຜນວຽກ ແລະ ແຜນງົບປະມານເຮັດໃຫ້ວຽກງານດັ່ງກ່າວ ປະສົບຜົນສຳເລັດຢ່າງສະຫງ່າງາມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂ​ປ​ລ