ສະພາຄຸຣານໃຫຍ່ ແຫ່ງມົງໂກລີ ຢ້ຽມ​ຢາມ ສ​ປ​ປ ລາວ

SA Game

ຂ​ປ​ລ

​ສ​ປ​ປ ລາວ ຕ້ອນຮັບເລຂາທິການໃຫຍ່ ສະພາຄຸຣານໃຫຍ່ ແຫ່ງມົງໂກລີ

 ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ (L.Ulziisaikhan) ເລຂາທິການ ໃຫຍ່ສະພາຄຸຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນວັນທີ 24 ກຸມພາ 2023 ທີ່ສະພາແຫ່ງຊາດ, ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23 ກຸມພາ ຫາ 1 ມີນາ 2023.

ໂອກາດນີ້, ທ່ານ ນາງສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ທີ່ມາຢ້ຽມຢາມ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືມືທີ່ດີ ລະຫວ່າງປະຊາຊົນສອງຊາດ ລາວ-ມົງໂກລີ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ສປປ ລາວ ແລະ ມົງໂກລີ

ໂດຍສະເພາະລະຫວ່າງ ຄະນະເລຂາທິການສະພາແຫ່ງ ຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ, ສະແດງຄວາມຂອບໃຈຕໍ່ຈົດໝາຍເຊື້ອເຊີນ ທ່ານ ປະທານ ສະພາແຫ່ງຊາດລາວ ໄປຢ້ຽມຢາມມົງໂກລີ ຢ່າງເປັນທາງການ, ຄາດວ່າຈະມີຂຶ້ນໃນເດືອນເດືອນພຶດສະພາ 2023 ນີ້.

SA Game
ຂ​ປ​ລ

ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຫ້ອງວ່າການ ກໍຄື ສະພາຄູຣານໃຫຍ່ ມົງໂກລີ ທີ່ໄດ້ຕົກລົງໃຫ້ ການຊ່ວຍເຫລືອຜ້າພົມ ໃຫ້ແກ່ສະພາແຫ່ງຊາດລາວ ເພື່ອນໍາໃຊ້ໃນຫ້ອງຮັບແຂກກຽດຕິຍົດຂອງສະພາແຫ່ງຊາດ, ສະແດງຄວາມຊົມເຊີຍຕໍ່ຜົນການພົບປະເຮັດວຽກ ລະຫວ່າງເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການ ສະພາຄູຣານໃຫຍ່ມົງໂກລີ ເຊິ່ງສອງຝ່າຍໄດ້ທົບທວນຕີລາຄາຄືນ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍາ ນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບກັນທາງດ້ານເນື້ອໃນ ແລະ ລົງນາມຮ່ວມກັນ ໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ

ຊຶ່ງເປັນເອກະສານ ທາງດ້ານນິຕິກໍາ ເພື່ອຊຸກຍູ້ ແລະ ສົ່ງເສີມການ ພົວພັນຮ່ວມມື ລະຫວ່າງ 2 ຫ້ອງວ່າການ ກໍຄື 2 ອົງການນິຕິບັນຍັດ ຂອງ 2 ປະເທດ ສປປ ລາວ ແລະ ມົງໂກລີ.

ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະ ຕິບັດບົດ ບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ 2 ຫ້ອງວ່າການ ທີ່ໄດ້ເຊັນຮ່ວມກັນ ໃຫ້ມີປະສິດທິຜົນ ເປັນຕົ້ນ ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດຂອງອົງ ການນິຕິບັນຍັດ, ຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີລັດຖະ ສະພາພາກພື້ນ ແລະ ສາກົນ.

ໃນຕອນເຊົ້າວັນດຽວກັນ, ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣ ໄດ້ພົບປະເຮັດວຽກຮ່ວມກັບທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດລາວ

ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ຮູ້ກ່ຽວກັບສະ ພາບໂດຍຫຍໍ້ ກ່ຽວກັບປະເທດ, ສະພາແຫ່ງ ຊາດຂອງຕົນ, ກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ 2 ຫ້ອງວ່າການສະພາແຫ່ງຊາດ ລາວ ແລະ ມົງໂກລີ

SA Game
ຂ​ປ​ລ

ສົນທະນາແລກປ່ຽນບາງບັນຫາສໍາ ຄັນທີ່ຕ່າງ ຝ່າຍຕ່າງ ໃຫ້ຄວາມສົນໃຈ, ພ້ອມທັງໄດ້ຮ່ວມກັນລົງນາມ ໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື (MOU) ລະຫວ່າງ ຄະນະເລຂາທິການສະພາແຫ່ງ ຊາດ ແຫ່ງ ສປປ ລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ ແຫ່ງ ມົງໂກລີ

ເພື່ອເປັນບ່ອນອີງສຳຄັນທາງດ້ານນິຕິກຳ ໃນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ.

ນອກຈາກນີ້, ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ແລະ ຄະນະຍັງຈະໄດ້ສືບຕໍ່ ພົບປະເຮັດວຽກຮ່ວມ ກັບເລຂາທິການສະພາປະຊາຊົນນະຄອນຫລວງວຽງຈັນ, ເລຂາທິການສະພາປະຊາຊົນແຂວງຫລວງພະບາງ, ຢ້ຽມ ຂໍ່ານັບທ່ານປະທານສະພາປະຊາຊົນແຂວງຫລວງພະບາງ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະ ທໍາ ແລະ ທໍາມະຊາດ ແລະ ສະຖານທີ່ຜະລິດເຄື່ອງຫັດຖະກໍາຈໍານວນໜຶ່ງ ຢູ່ນະຄອນຫລວງວຽງຈັນ, ແຂວງຫລວງ ພະບາງ ແລະ ເມືອງວັງວຽງ ແຂວງ ວຽງຈັນ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.