ເປີດ​ເດີ! ຕະ​ຫລາດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດດົງ​ໂດກຍັງ​ຄົງ​ເປີດ​ທຸກ​ມື້

SA Game

ພາບ​: laoedaily.com

ຕະຫຼາດ ມຊ ຍັງເປີດ​ຕາມປົກ​ກະ​ຕິທຸກມື້ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19.

ໄລ​ຍະ​ຜ່ານ​ມາ​ບໍ່​ດົນ​ມາ​ນີ້, ໄດ້​ມີ​ຂ່າວ​ຈາກ​ສື່​ສັງ​ຄົມ​ອອນ​ລາຍໂພສຂ່າວທີ່ບໍ່ມີມູນຄວາມຈິງ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຂດຕະຫຼາດມະຫາວິທະຍາໄລແຫ່ງຊາດ (ມຊ), ມີການປິດຕະຫຼາດ 14 ວັນ ເຮັດ​ໃຫ້​ຫລາຍໆ​ຄົນ​ສັບ​ສົນ​ກັບ​ຂໍ້​ມູນ​ຕ່າງໆ​ວ່າ​ຕະ​ຫລາດ​ໄດ້​ປິດ ແລະ ຂ່າວ​ນີ້​ແມ່ນ​ແທ້ ຫລື ບໍ່, ຕໍ່ກັບຂ່າວດັ່ງກ່າວໄດ້ສ້າງຄວາມແຕກຕື່ນໃຫ້ແກ່ພໍ່ແມ່ປະຊາຊົນ, ນັກສຶກສາ ໃນເຂດດັ່ງກ່າວ ພ້ອມທັງສົ່ງຜົນກະທົບຕໍ່ບັນຍາກາດການຊື້-ຂາຍໃນຕະຫຼາດນຳອີກ.

ເນືອງ​ຈາກຂ່າວທີ່ບໍ່ມີມູນຄວາມຈິງດັ່ງກ່າວນັ້ນ ໃນວັນທີ 16 ສິງຫາ 2021 ຜ່ານມາ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດ ແສງເພັດ ກໍ່ສ້າງ ຜູ້ສຳປະທານຕະຫຼາດ ມຊ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂ້າພະເຈົ້າຂໍແຈ້ງຕໍ່ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໂດຍສະເພາະກໍຄືຊາວບ້ານດົງໂດກ, ນັກສຶກສາຢູ່ໃນ ມຊ, ເມືອງໄຊທານີ ວ່າຂ່າວລືທີ່ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19, ມີການປິດຕະຫຼາດນັ້ນແມ່ນບໍ່ມີມູນຄວາມຈິງ ແລະ ຕະຫຼາດ ມຊ ຂອງພວກເຮົາ ແມ່ນຍັງເປີດບໍລິການຮັບໃຊ້ປະຊາຊົນ, ນັກສຶກສາ ຢູ່ທຸກວັນ ຂໍໃຫ້ພໍ່ແມ່ປະຊາຊົນ, ນັກສຶກສາ ເຂົ້າມາໃຊ້ບໍລິການໄດ້.

SA Game
ພາບ​: laoedaily.com

ສ່ວນມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນຕະຫຼາດ ທາງຄະນະຈັດສັນຕະຫຼາດກໍໄດ້ມີການປະຕິບັດມາດຕະການປ້ອງກັນຕາມຄະນະສະເພາະກິດຂອງນະຄອນຫຼວງວຽງຈັນ ແລະ ຕາມຄຳສັ່ງຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ໂດຍໄດ້ມີຈຸດກວດວັດແທກອຸນຫະພູມ, ແອວກໍຮໍລ້າງມື ກ່ອນເຂົ້າໄປຊົມໃຊ້ບໍລິການພາຍໃນຕະຫຼາດ ແລະມາດຕະການອື່ນໆ. ນອກນັ້ນເມື່ອບໍ່ດົນມານີ້ ທາງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກໍໄດ້ລົງມາສັກຢາວັກແຊັງປ້ອງກັນໂຄວິດ-19 ໃຫ້ກັບພໍ່ຄ້າແມ່ຄ້າທຸກຄົນຢູ່ພາຍໃນຕະຫຼາດ. ສະນັ້ນ, ຈຶ່ງຂໍຝາກເຖິງບັນດາພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການຢູ່ໃນຕະຫຼາດ ມຊ ຂອງພວກເຮົາ ໃຫ້ມີຄວາມໝັ້ນໃຈໄດ້.

SA Game
ພາບ​: laoedaily.com

ທ່ານ ສອນເພັດ ເມືອງວົງ ໃຫ້ຮູ້ຕື່ມອີກວ່າ: ສ່ວນການກຳນົດລາຄາສິນຄ້າພາຍໃນຕະຫຼາດ ໂດຍສະເພາະສິນຄ້າທີ່ລັດຄວບຄຸມລາຄາ ແມ່ນປະຕິບັດຕາມລາຄາຊີ້ນຳຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊທານີ ຂາຍຕາມລາຄາທີ່ກຳນົດໄວ້. ຈຸດພິເສດຂອງຕະຫຼາດ ມຊ ນີ້ ຫຼັກໆແລ້ວແມ່ນຈະມີຮ້ານຂາຍອາຫານ, ຂອງກິນສຸກ, ພືດຜັກສົດ, ເສື້ອຜ້າ, ອຸປະກອບອີເລັກໂຕຣນິກ ຮັບໃຊ້ນັກສຶກສາແລະ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະຂອງກິນຈະມີລາຄາຖືກ.

ຕະຫຼາດ ມຊ ເປີດຢ່າງເປັນທາງການມາໄດ້ 8 ເດືອນຜ່ານມາ ມີສະຖານທີ່ກວ້າງຂວາງສາມາດຈອດລົດໃຫຍ່ໄດ້ຫຼາຍກວ່າ 300 ຄັນ, ມີຮ້ານຂາຍເຄື່ອງຕ່າງໆປະມານ 500 ກວ່າຮ້ານ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ,ນະຄອນຫຼວງວຽງຈັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com