ສ​ປ​ປ ລາວ ອ້າຍ​ນ້ອງ​ທະ​ຫານ​ຊ້ອມ​ໜັກ​ເພື່ອ ARMY GAME 2021

SA Game

Lao National Radio

ນັກຮົບລາວ ຝຶກຊ້ອມກິລາການທະຫານສາກົນເຂົ້າ​ຮ່ວມ ARMY GAME 2021.

ຈາກ​ການ​ແຂ່ງ​ຂັນ​ຂອງ ເຫລົ່າ​ນັກ​ຮົບ​ລາວ​ໃນ​ປີ​ຜ່ານ​ມາ​ນັ້ນ​ຖື​ວ່າ​ຜົນ​ງານ​ດີ​ພໍ​ສົມ​ຄວນ ແລະ ຈັງ​ໃດ​ກໍ​ຕາມ​ໃນ​ປີ​ນີ້​ບັນ​ດາ​ອ້າຍ​ນ້ອງ​ນັກ​ຮົບ​ລາວ​ຂອງ​ພວກ​ເຮົາ​ກໍ​ຍັງ​ຄຸ້ນ​ຂ້ຽວ​ຝຶ​ກ​ຊ້ອມ​ຢ່າງ​ໜັກ​ເພື່ອ​ໃຫ້​ໄດ້​ການ​ແຂ່ງ​ຂັນ​ທີ່​ດີ​ທີ່​ສຸດ.

ຫລ້າ​ສຸດໃນວັນທີ 18 ສິງຫາ 2021ນີ້, ທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນກຳລັງຂຸ້ນຂ້ຽວຝຶກຊ້ອມກິລາການທະຫານສາກົນເພື່ອເຂົ້າຮ່ວມການແຂ່ງຂັນ ກິລາການທະຫານສາກົນ( ARMY GAME 2021 ) ປະເພດ(SAFE ROUTE ) ຫຼື ເອີ້ນວ່າ :

ເສັ້ນທາງທີ່ປອດໄພ ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ສະຫະພັນເຊຍ ໂດຍໄດ້ຮັບການຊີ້ນຳ-ນຳພາ ຂອງສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ເຊິ່ງພາຫະນະທີ່ເອົາເຂົ້າຝຶກຊ້ອມໃນຄັ້ງນີ້ປະກອບມີ:

SA Game
Lao National Radio

ລົດກ່າຍຂົວ TMM-3. ຈຳນວນ04 ຄັນ, ລົດດຸດ BAT-2 ຈຳນວນ01 ຄັນ,ລົດສ້າງສີ່ງກີດຂວາງ IMR-2 ຈຳນວນ 01ຄັນ,ຫູ້ມເກາະ BTR ຈຳນວນ 01 ຄັນ, ລົດຕັງT-72 ຈຳນວນ 01ຄັນ ແລະ ອຸປະກອນກວດ-ກູ້ລະເບີດ EMP 5 ເຄື່ອງ ເຊິ່ງຈະມີປະເທດເຂົ້າຮ່ວມການແຂ່ງຂັນທັງໝົດປະເທດຄື: ລາວ,ເບລາຣຸດ,ອຸສະເບັກກິສະຖານ,ອີຢິບ,ອິນເດຍ,ເວເນຊູອີຣາ,ຫວຽດນາມ ແລະ ສະຫະພັນຣັດເຊຍປະເທດເຈົ້າພາບ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳ ທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໄດ້ໃຫ້ການສຳພາດຕໍ່ນັກຂ່າວພວກເຮົາວ່າ:
ທິມກິລາການທະຫານຊ່າງແສງພວກເຮົາ ສະເພາະການເຂົ້າຮ່ວມແຂ່ງຂັນກິລາປະເພດເສັ້ນທາງທີ່ປອດໄພໃນຄັ້ງນີ້ ເປັນກີລາປະເພດໜື່ງ ທີ່ປະກອບມີຫຼາຍຂັ້ນຕອນ ໃນການແຂ່ງຂັນ ເຊັ່ນ : ແລ່ນຜ່ານສີ່ງກິດຂວາງ , ກວດກູ້ລະເບີດ , ກ່າຍຂົວ, ສ້າງ ແລະ ທຳລາຍສີ່ງກີດຂວາງ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳ ທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍັງໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແມ່ນລ້ວນແຕ່ປະກອບມີ ທີມທີ່ມີປະສົບການ ສູງ ແລະ ເປັນທິມທີ່ແຂງແກ່ນ . ເຖິ່ງຢ່າງໃດກໍ່ຕາມພວກເຮົາທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວຈະພ້ອມກັນ ຕັດສິນໃຈ ສູ້ຊົນເຮັດສຸດຄວາມສາມາດ ເພື່ອເຮັດສຳເລັດໜ້າທີ່ນຳເອົາຜົນງານ ທີ່ດີ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio.