ນັກກີລາຄົນພິການລາວ ກຽມພ້ອມໃນ​ການ​ແຂ່ງ​ຂັນພາຣາແລມປິກ

SA Game

ພາບ​: laoedaily.com

​ພ້ອມ​ລຸຍ​ພາ​ຣາ​ແລມ​ປິກ! ນັກກີລາແລ່ນ-ລານຄົນພິການລາວໄດ້​ກຳ​ລັງ​ໃຈ​ຈາກ​ຫລາຍ​ພາກ​ສ່ວນ.

ໃນ​ການ​ແຂ່ງ​ຂັນ​ກິ​ລາ​ພາ​ຣາ​ແລມ​ປິກ​ປີ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນທີ່​ໃກ້​ຈະ​ເລີມ​ນີ້, ທາງ​ສະ​ຫາ​ພັນ​ນັກ​ກິ​ລາ​ຄົນ​ພິ​ການ​ລາວ​ກໍ​ໄດ້​ກຽມ​ຄວາມ​ພ້ອມ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ໂດຍ​ໄດ້​ກຳ​ລັງ​ໃຈ​ຈາກ​ຫລາຍໆ​ພາກ​ສ່ວນ​ຊຸກ​ຍູ້​ຊ່ວຍ​ເຫຼືອ​ເຊິງ​ໄດ້​ມີງານຖະແຫຼງຂ່າວການກຽມຄວາມພ້ອມຄະນະກີລາພາຣາແລມປິກລາວ ສູ່ພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ຈັດຂຶ້ນທີ ຫ້ອງປະຊຸມເຈົ້າອານຸວົງ ວັນທີ 10 ສິງຫາ 2021 ນີ້.

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ  ຈະເລີນ ເຢຍປ່າວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກ ສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ, ທ່ານ  ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ແລະ ທ່ານນາງ ບົວເທບ ພູມິນ ຮອງປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄູຝຶກ, ນັກກີລາ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

SA Game
ພາບ​: laoedaily.com

ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ໄດ້ລາຍງານການກຽມພ້ອມຂອງ ທັບນັກກີລາພາຣາແລມປິກ ລາວ ກໍຄື ທ້າວ ແກ່ນ ເທບທິດາ ທີ່ເປັນ 1 ດຽວຂອງ ສປປ ລາວ ຈະເຂົ້າຮ່ວມແຂ່ງຂັນພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ຕໍ່ຈາກນັ້ນ ທ້າວ ແກ່ນ ເທບທິດາ ກໍຂຶ້ນປະຕິຍານ ຈະເຮັດໃຫ້ສຸດຄວາມສາມາດ ແລະ ຫວັງຫຼຽນໃດຫຼຽນໜຶ່ງ ໃນພາຣາແລມປິກ 2020

ໃນພິທີກໍມີການມອບເງິນສະໜັບສະໜູນໂດຍມີ 10 ກວ່າບໍລິສັດໃຫ້ການສະໜັບສະໜູນ ໂດຍສະເພາະ ບໍລິສັດ ກໍ່ສ້າງ ແລະ ຂົວທາງ CNP ມອບໃຫ້ 10 ລ້ານກີບ, ເບຍລາວ ຈໍາກັດ ມອບໃຫ້ 3.580.000 ກີບ, ມາຍເວ ມອບເຄື່ອງກີລາມູນຄ່າ 5.000.000 ກີບ ແລະ ບໍລິສັດອື່ນໆອີກ.

ທ້າຍພິທີ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກ ສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ ແລະ ທ່ານ ຮສ ປອ ພຸດສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກໍໃຫ້ຄໍາໂອວາດຕໍ່ຄະນະຄູຝຶກ ແລະ ນັກກີລາ ທີ່ຈະເຂົ້າຮ່ວມ ພາຣາແລມປິກ 2020.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com