ເປີດໃຊ້ ສັນຍາປະກັນໄພ ເອເລັກໂຕຣນິກ ຄັ້ງ​ທຳ​ອິດໃນ ສ​ປ​ປ ລາວ

SA Game

TARGET Magazine

ສປປ ລາວ ໄດ້ເປີດການນຳໃຊ້ “ສັນຍາປະກັນໄພ ເອເລັກໂຕຣນິກ”​ຢ່າງ​ເປັນ​ທາງ​ການ

ຖື​ວ່າ​ເປັນ​ນິ​ມິດ​ໝາຍ​ທີ່​ດີ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ເທັກ​ໂນ​ໂລ​ຊີ ໃນ ສ​ປ​ປ ລາວ, ເຊິງ​ລ້າ​ສຸດ​ນີ້​ໄດ້​ມີ​ພິ​ທີ່​ເປີດ​ການ​ນຳ​ໃຊ້ສັນຍາປະກັນໄພແບບເອເລັກໂຕຣນິກ (electronic insurance policy) ປະສົບການໃໝ່ສໍາຫລັບລູກຄ້າອາລິອັນສ໌ປະກັນໄພລາວ ຊ່ວຍໃຫ້ລູກຄ້າສະດວກສະບາຍໃນການເກັບຮັກສາ ແລະ ກວດສັນຍາປະກັນໄພເທີງມືຖືແບບອອນລາຍ.​

ໃນວັນທີ 08 ກຸມພາ 2022 ນີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ຈັດພິທີເປີດການນຳໃຊ້ສັນຍາປະກັນໄພເອເລັກໂຕຣນິກ (electronic insurance policy) ຂຶ້ນດ້ວຍຮູບແບບອອນໄລ ( virtual live ) ທີ່ເພຈຂອງ Allianz Insurance Laos ໃຫ້ບັນລະຍາຍໂດຍຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທ່ານ ກີ ອາໂປວີ ( CEO of Allianz Insurance Laos “Guy Apovy” ) ແລະ ຫົວໜ້າພະແນກການຄ້າ-ການຕະຫລາດ ທ່ານ ໄພຍາເອກ ທຳມະນາມ.
SA Game
TARGET Magazine
ສັນຍາປະກັນໄພແບບເອເລັກໂຕຣນິກຂອງບໍລິສັດອາລິອັນສ໌ປະກັນໄພລາວໄດ້ຖືກອະນຸມັດ ແລະ ຮັບຮອງໂດຍກະຊວງການເງິນ,​ ກະຊວງເຕັກໂນໂລຊີ ແລະ ກະຊວງປ້ອງກັນປະເທດ ເຊີ່ງຮັບປະກັນໄດ້ວ່າສັນຍາປະກັນໄພຂອງລູກຄ້າຈະໄດ້ຮັບການຄຸ້ມກັນແບບດຽວກັບສັນຍາທີ່ພິມເປັນເຈ້ຍ.​
ລູກຄ້າປະກັນໄພສາມາດປ່ຽນສັນຍາປະກັນໄພແບບທຳມະດາໃຫ້ເປັນສັນຍາແບບ ອີເລັກໂຕຮນິກໄດ້ດ້ວຍຕົນເອງໂດຍຜ່ານແອັບພຣິເຄຊັ້ນ My Insurance. ກົດເມນູ ສັນຍາປະກັນໄພ, ເລືອກປະກັນໄພທີ່ທ່ານຕ້ອງການປ່ຽນເປັນສັນຍາເອເລັກໂຕຣນິກ, ກົດ ສະຫມັກ, ອ່ານເງື່ອນໄຂການສະຫມັກ ,ຍອມຮັບ ແລະ ກົດ ຢືນຍັນ ພຽງເທົ່ານີ້ທ່ານກໍສາມາດປ່ຽນສັນຍາທຳມະດາ ໃຫ້ກາຍເປັນສັນຍາແບບອອນລາຍໄດ້ແລ້ວ ໃນກໍລະນີທີ່ເຈົ້າໜ້າທີ່ຕຳຫຼວດຂໍກວດປະກັນໄພລົດ ລູກຄ້າສາມາດດາວໂຫຼດ e-Insurance policy QR code ເພື່ອໃຫ້ເຈົ້າໜ້າທີ່ສະແກນ ແລະ ກວດສອບປະກັນໄພລົດຂອງທ່ານໄດ້ ໂດຍບໍ່ຈຳເປັນນຳໃຊ້ເອກະສານເປັນເຈ້ຍອີກຕໍ່ໄປ.
SA Game
TARGET Magazine
ນອກນັ້ນທ່ານຍັງສາມາດດາວໂຫລດເອົາບັດປະກັນສຸຂະພາບເພື່ອເຂົ້ານໍາໃຊ້ໃນໂຮງໝໍ ແລະ ຄີນິກເຄື່ອຂ່າຍຂອງອາລິອັນສ໌ປະກັນໄພລາວໄດ້ແບບບໍ່ຕ້ອງຖືບັດແທ້.​

ໃນອານະຄົດ ການອອກສັນຍາ ຫຼື ການກວດສອບປະກັນໄພປະເພດຕ່າງໆ ຂອງບໍລິສັດປະກັນໄພລາວ ຈະຫັນປ່ຽນມາເປັນລະບົບອີເລັກໂຕຣນິກເພື່ອຄວາມສະດວກສະບາຍໃນການເຮັດສັນຍາປະກັນໄພຂອງທ່ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  TARGET Magazine