ພາກ​ລັດ​ສົ່ງ​ເສີມ​ອຸດ​ສະ​ຫະ​ກຳ​ປຸງ​ແຕ່ງ​ຊົມ​ໃຊ​ພາຍ​ໃນ ແລະ ສົ່ງ​ອອກ​ໃຫ້ຫຼາຍ​ຂື້ນ

SA Game

ໜັງສືພິມປະຊາຊົນ

​ປືກ​ສາຫາລືສົ່ງເສີມອຸດສາຫະກໍາປຸງແຕ່ງ​ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ​ຕ່າງ​ປະ​ເທດ

ໄດ້​ມີ​ການຈັດກອງປະ ຊຸມປຶກສາຫາລື ການຜັນຂະຫຍາຍ ແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການຊຸກ ຍູ້ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພື່ອສະໜອງໃຫ້ການຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນ​ໂດຍກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ),  ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ແລະ ໜຶ່ງໃນຫົວຂໍ້ປຶກສາຫາລື ທີ່ໜ້າສົນໃຈອີກອັນໜຶ່ງ ຄື ການຍົກສູງມາດຕະຖານ ວຽກງານທີ່ ສປປ ລາວ ມີທ່າແຮງ ແລະ ໂດດເດັ່ນ ທີ່ບໍ່ດ້ອຍກວ່າຊາດໃດໃນໂລກກໍຄື ວຽກງານຫັດຖະກຳ ທີ່ນັບມື້ ນັບມີຄຸນຄ່າ ທາງວັດທະນະທຳ ມູນເຊື້ອມໍລະດົກຂອງຊາດ.
ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຄ, ກ່າວວ່າ:
– ເປົ້າໝາຍລວມຂອງແຜນພັດທະນາ ເພື່ອພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ເປັນທ່າແຮງ ໃຫ້ສາມາດສ້າງມູນຄ່າເພີ່ມສູງ ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ;
SA Game
ໜັງສືພິມປະຊາຊົນ
– ສົ່ງເສີມອຸດສາຫະກໍາປຸງແຕ່ງໃຫ້ກ້າວສູ່ຄວາມທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ;
– ສົ່ງເສີມ, ການສະຫງວນ, ອະນຸລັກ ແລະ ປົກປັກຮັກສາພູມປັນຍາຫັດຖະກໍາ ແລະ ມູນເຊື້ອມໍລະດົກ ທາງວັດທະນະທໍາຫັດຖະກໍາໃຫ້ມີຄວາມຍືນຍົງ ແລະ ເພີ່ມທະວີກົນໄກປະສານງານ ແລະ ຮ່ວມມືກັບພາຍໃນ-ຕ່າງປະເທດ ເພື່ອຈັດຕັ້ງແຜນພັດທະນາອຸດສາຫະກໍາ 5 ປີຕໍ່ໜ້າ.
8 ກຸ່ມ ອຸດສາຫະກໍາປຸງແຕ່ງ ທີ່ຈະ ຊຸກຍູ້ ສົ່ງເສີມ ເພື່ອການຊົມໃຊ້ພາຍໃນ ແລະ ການສົ່ງອອກ ມີ ຄື:
1) ກຸ່ມອຸດສາຫະກໍາປຸງແຕ່ງ ແລະ ເຄື່ອງດື່ມ;
2) ກຸ່ມອຸດສາຫະກໍາຕັດຫຍິບ ແລະ ເກີບ;
3) ກຸ່ມອຸດສາຫະກໍາວັດສະດຸກໍ່ສ້າງ;
4) ກຸ່ມອຸດສາຫະກໍາຜະລິດຈາກກະສິກໍາ ແລະປ່າໄມ້;
5) ອຸດສາຫະກໍາປຸງແຕ່ງແຮ່ທາດໂລຫະ ແລະ ເຄມີອຸດສາຫະກໍາ;
6) ກຸ່ມອຸດສາຫະກໍາເຄື່ອງໃຊ້ໄຟຟ້າ ແລະ ຊິ້ນສ່ວນເອເລັກໂຕຣນິກ;
7) ອຸດສາຫະກໍາພາຫະ ແລະ ກົນຈັກຮັບໃຊ້ກະສິກໍາ;
😎 ອຸດສາຫະກໍາສິ່ງພິມແລະ ເຄື່ອງຫຸ້ມຫໍ່.
ດັ່ງນັ້ນ, ຈຶ່ງເຫັນວ່າວຽກງານການຊຸກຍູ້ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພື່ອສົ່ງເສີມການຊົມໃຊ້ພາຍໃນ ແລະ ສົ່ງອອກ ແມ່ນເປັນໜ້າວຽກທີ່ສໍາຄັນ ແລະ ມີຜົນຕໍ່ການຊຸກຍູ້ການສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂອງຖານການຜະລິດພາຍໃນ ກໍຄືປະກອບສ່ວນໃນຖານເສດຖະກິດໜຶ່ງທີ່ໝັ້ນຄົງ ແລະ ຍືນຍົງຂອງຊາດ ໂດຍຕິດພັນ ແລະ ມີສ່ວນຮ່ວມຂອງຫຼາຍພາກສ່ວນ ສິ່ງສໍາຄັນແມ່ນການສະໜອງວັດຖຸດິບທີ່ສາມາດຮັບປະກັນທັງປະລິມານ ແລະ ຄຸນນະພາບ ເພື່ອປ້ອນເຂົ້າການຜະລິດ ເພື່ອຫັນເປັນອຸດສາຫະກໍາຢ່າງແທ້ຈິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມປະຊາຊົນ