ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ທູດ​ຍີ່​ປຸ່ນ​ປະ​ຈຳ ສ​ປ​ປ ລາວ ຄົນ​ໃໝ່

SA Game

ກະຊວງ ຕສ

ລັດຖະມົນຕີ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອນຮັບທູດຢີ່ປຸ່ນ ປະຈໍາ ສປປ ລາວ ຄົນໃໝ່

ທູດ​ຄົນ​ໃໝ່ ຍີ່​ປ​ຸ່ນ​ປະ​ຈຳ ສ​ປ​ປ ລາວ ໄດ້​ໃຫ້​ກຽດ​ຢ້ຽມ​ຢາມກະຊວງເຕັກໂນໂລຊີ ແລະ ການສື່ສານ ສ​ປ​ປ ລາວ, ເຊິ່ງທ້າຍອາທິດຜ່ານມາ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ຍີ່ປຸ່ນ ປະຈໍາ ສປປ ລາວ ເນື່ອງໃນໂອກາດ ທີ່ມາດໍາລົງ ຕໍາແໜ່ງ ເປັນເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ທ່ານ ໂຄບາຢາຊິ ເຄນອິຈິ ທີ່ໄດ້ປະຕິບັດໜ້າທີ່ການ ທູດຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ໄດ້ສະ ແດງຄວາມຂອບໃຈ ຕໍ່ການຮ່ວມມືຊ່ວຍເຫລືອໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການຊ່ວຍເຫລືອ ທາງດ້ານການຈັດຝຶກອົບຮົມຕ່າງໆ ເພື່ອພັດທະນາດ້ານຊັບພະຍາກອນມະນຸດ ຢູ່ ສປປ ລາວ

SA Game
ກະຊວງ ຕສ

ຊ່ວຍເຫລືອ ສ້າງສູນຂໍ້ມູນ ທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບແຫ່ງ ສປປ ລາວ (Lao PDR Energy Efficient Data Center) ໂດຍຜ່ານອົງການ ພັດທະນາອຸດສາຫະກຳ ເຕັກໂນໂລຊີ ແລະ ພະລັງງານໃໝ່ ເຊິ່ງໄດ້ເປີດນຳໃຊ້ ໃນປີ 2016 ທີ່ຜ່ານມາ.

ໂອກາດດຽວກັນນີ້, ທັງສອງຝ່າຍໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືກັນທາງດ້ານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກໍ່ຄື ການເສີມຂະຫຍາຍສາຍພົວພັນ ຮ່ວມມືອັນດີງາມລະຫວ່າງ ສອງລັດຖະບານ ແລະ ສອງປະເທດຊາດ ລາວ-ຍີ່ປຸ່ນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.

ທ່ານ ໂຄບາຢາຊິ ເຄນອິຈິ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກຕສ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນເລື້ອຍໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ກະຊວງ ຕສ