ເຈົ້າແຂວງຄຳມ່ວນຕ້ອນ​ຮັບ​ການ​ລົງ​ມາ​ຊີ້​ນຳ​ວຽກ​ຂອງ​ນາ​ຍົກ

SA Game

ກົມປະຊາສຳພັນ, ຫສນຍ

ທ່ານ ສອນໄຊ ສີພັນດອນ ລົງ​ເຮັດ​ວຽກງານຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາບັນ ດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ ແຂວງຄຳມ່ວນໃນວັນທີ 17 ກຸມພາ 2023 ນີ້

ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຄື່ອນໄຫວເຮັດວຽກຮ່ວມ.

ໃນຕອນເຊົ້າ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການໄຟຟ້ານໍ້າເທີນ 2 ແລະ ລົງຕິດ ຕາມກວດກາເບິ່ງພື້ນທີ່ ທີ່ມີແຜນຈະກໍ່ສ້າງປະຕູນໍ້າ ແລະ ລະບົບຊົນລະປະທານ ປ່ອງ 1 ແລະ ປ່ອງ 5 ຈາກນໍ້າລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເພື່ອສະໜອງນໍ້າ ໃຫ້ແກ່ພື້ນທີ່ທຳການຜະລິດ ຢູ່ເຂດເມືອງຍົມມະ ລາດ

ໂດຍໄດ້ຮັບຟັງການລາຍງານ ຈາກຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ກ່ຽວກັບສະພາບການພັດ ທະນາ ແລະ ດຳເນີນງານຂອງໂຄງການ ເຊິ່ງເຂື່ອນໄຟຟ້ານ້ຳເທີນ 2 ໄດ້ກໍ່ສ້າງສຳເລັດໃນເດືອນທັນວາ 2009 ມີກຳລັງຕິດຕັ້ງໄຟຟ້າ 1.070 MW, ມີຄວາມອາດສາມາດໃນການຜະລິດ 6.000 GWH ຕໍ່ປີ

SA Game
ກົມປະຊາສຳພັນ, ຫສນຍ

ເລີ່ມຜະລິດ ແລະ ຂາຍກະແສໄຟຟ້າ ໃນວັນທີ 30 ເມສາ 2010, ມີອາຍຸສໍາປະທານ 25 ປີ (2010-2035), ຈະສາມາດສ້າງລາຍຮັບ ເຂົ້າງົບປະມານແຫ່ງລັດ ປະມານ 2 ຕື້ໂດລາສະຫະລັດ ຕະຫລອດອາຍຸສຳປະທານ

ບໍລິສັດໄດ້ສືບຕໍ່ດຳເນີນທຸລະ ກິດຕາມເປົ້າໝາຍການລົງທຶນພັດທະນາ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຍືນຍົງທາງດ້ານເສດຖະ ກິດ-ສັງຄົມ ແລະ ສິ່ງແວດລ້ອມ.

ພ້ອມນີ້, ທ່ານຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ກໍໄດ້ລາຍງານໃຫ້ ຊາບວ່າ ໂດຍອີງຕາມ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງແມ່ນຈະແບ່ງເອົານໍ້າຈາກອ່າງດັດສົມນໍ້າ ປະມານ 5 ແມັດກ້ອນ/ວິ ນາທີ ເປັນລະບົບຊົນລະປະທານ ປ່ອງ 1 ເພື່ອສະໜອງໃຫ້ແກ່ເນື້ອທີ່ທຳການຜະລິດ 3.200 ເຮັກຕາ (ລະດູແລ້ງ 2.400 ເຮັກຕາ), ກວມເອົາ 12 ບ້ານ, ມີ 1.381 ຫລັງຄາເຮືອນ, ມີ 1.502 ຄອບຄົວ, ພົນລະເມືອງ 6.722 ຄົນ. ສ່ວນປະຕູເອົານໍ້າປ່ອງ 5 ແມ່ນຈະແບ່ງເອົານໍ້າຈາກຄອງລະບາຍນໍ້າເທີນ 2 ປະມານ 1,3 ແມັດກ້ອນ/ວິນາທີ ເພື່ອສະ ໜອງໃຫ້ເນື້ອທີ່ການຜະລິດ 900 ເຮັກຕາ (ລະດູແລ້ງ 550 ເຮັກຕາ), ກວມເອົາ 01 ບ້ານ, ມີ 114 ຫລັງຄາເຮືອນ, ພົນລະເມືອງ 640 ຄົນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ວຽກງານສຳຄັນບາງດ້ານ ເປັນຕົ້ນ ໃຫ້ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ສົມທົບກັນສ້າງແຜນຮອງ ຮັບ ໃນການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໂຄງການໄຟຟ້ານໍ້າເທີນ 2 ພາຍຫລັງໝົດອາຍຸການສຳປະທານ ໃຫ້ເປັນຮູບປະທຳທີ່ຊັດເຈນ ແລ້ວລາຍງານຂໍທິດຊີ້ນຳຈາກລັດຖະບານ

ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ເປັນ ວຽກບູລິມະສິດ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເມືອງນາກາຍ ກໍຄື ປະຊາຊົນ ທີ່ດຳລົງຊີວິດ ຕິດພັນ ກັບໂຄງການເຂື່ອນໄຟຟ້ານໍ້າເທີນ 2 ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ ແລະ ໃຫ້ບັນລຸຄາດໝາຍຫລຸດພົ້ນ ອອກຈາກຄວາມທຸກຍາກ ເປັນກ້າວໆ

SA Game
ກົມປະຊາສຳພັນ, ຫສນຍ

ໂດຍສະເພາະ ຄຸນນະພາບຊີວິດ, ສຸຂະພາບ, ການສຶກສາ, ການສ້າງອາຊີບ-ວຽກເຮັດງານທຳ, ລະບົບການຈັດຕັ້ງບ້ານ, ການພັດທະນາໂຄງລ່າງພື້ນຖານບ້ານ, ການໂຮມບ້ານນ້ອຍ ທີ່ກະແຈກ ກະຈາຍ ເປັນບ້ານໃຫຍ່, ລວມທັງການນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ແລະ ອື່ນໆ

ທົບທວນ ແລະ ປັບປຸງຄືນ ແຜນການ ແລະ ລະບຽບການໃນການຄຸ້ມຄອງ ແລະ ນຳໃຊ້ເງິນກອງທຶນພັດທະນາ ທ້ອງຖິ່ນ ທີ່ໂຄງການສະໜອງໃຫ້ໃນແຕ່ລະປີນັ້ນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ຕົວຈິງ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ

ສະເໜີຕໍ່ບໍລິສັດ ໄຟຟ້ານໍ້າເທີນ 2 ສືບຕໍ່ປະຕິບັດ ພັນທະຕ່າງໆ ສອດຄ່ອງກັບສັນຍາສຳປະທານ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະ ການຊໍາລະ ສະສາງຕ່າງໆ ຜ່ານລະບົບທະນາຄານ ໃນ ສປປ ລາວ

ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມ ທົບກັບພາກ ສ່ວນກ່ຽວຂ້ອງ ກວດກາຄືນບັນດາການອອກແບບລະບົບຊົນລະປະທານ ປະຕູນໍ້າປ່ອງ 1 ແລະ ປ່ອງ 5 ລວມທັງ ມູນຄ່າການກໍ່ສ້າງ ເພື່ອໃຫ້ສາມາດຮັບປະກັນທາງດ້ານເຕັກນິກ, ຄວາມໂປ່ງໃສ ແລະ ປະຢັດມັດທະຍັດ.

ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ພົບປະໂອ້ລົມ ຕໍ່ການນຳຂອງເມືອງນາກາຍ, ອົງ ການປົກຄອງບ້ານ ແລະ ປະຊາຊາຊົນ ບ້ານທົ່ງນ້ອຍ, ພ້ອມທັງມອບຫໍພັກນັກຮຽນ ແລະ ໂຮງໝໍນ້ອຍ ບ້ານທົ່ງ ນ້ອຍ ແລະ ຝາຍຊົນລະປະທານ ບ້ານມະກາ ໃຫ້ພາກສ່ວນກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ນຳໃຊ້ ພາຍຫລັງສຳ ເລັດການກໍ່ສ້າງໃໝ່ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ, ຫສນຍ