ປະທານສະພາແຫ່ງຊາດຢ້ຽມ​ຢາມ​ໃຫ້​ທິດ​ການ​ນຳຫຼັກ​ແຫຼ່ງ​ໄຊ​ຍະ​ບູ​ລີ

SA Game

ຂ​ປ​ລ

ແຫລ່ງແຂວງໄຊຍະບູລີຕ້ອນ​ຮັບ​ການ​ມາ​ຢ້ຽມ​ຢາມ​ຂອງປະທານສະພາແຫ່ງຊາດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ໂອ້ລົມຕໍ່ການນໍາຫລັກແຫລ່ງຂອງແຂວງໄຊຍະບູລີ ໃນວັນທີ 17 ກຸມພາ 2023 ນີ້, ໃຫ້ການຕ້ອນຮັບ​ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄະນະບໍລິຫານງານພັກແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງທົ່ວແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ເໜນັ້ນໃຫ້ການນໍາທຸກພາກສ່ວນຂອງແຂວງ ຈົ່ງສືບຕໍ່ຈັດຕັ້ງ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ທົ່ວເຖິງ ແລະ ເລິກເຊິ່ງ; ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງ, ໜັກແໜ້ນ; ສະກັດກັ້ນອາຊະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ

SA Game
ຂ​ປ​ລ

ເພີ່ມທະວີການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຄົ້ນຄວ້າວາງແຜນ ແລະ ຈັດແບ່ງເຂດການຜະລິດກະສິກໍາໃຫ້ເໝາະສົມ, ຄົ້ນຄວ້າກໍານົດທ່າແຮງບົ່ມຊ້ອນທາງດ້ານການຜະ ລິດກະສິກໍາ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ;ເອົາໃຈໃສ່ນໍາພາ-ຊີ້ນໍາໃນ ການປົກປັກຮັກສາແຫລ່ງທ່ອງທ່ຽວໃຫ້ຍືນຍົງ ແລະ ພັດທະນາຄຸນຄ່າຂອງແຫລ່ງທ່ອງທ່ຽວໃຫ້ຄົງຢູ່ຍາວນານຕະຫລອດ ໄປ

ເອົາໃຈໃສ່ ລົງເລິກຕິດຕາມກວດກາເບິ່ງຄຸນນະພາບການສຶກສາຢູ່ໂຮງຮຽນ, ສະຖາບັນການສຶກສາຕ່າງໆ ໃຫ້ຮັບ ປະກັນດ້ານມາດຕະຖານຕາມກົດໝາຍກໍານົດ; ເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ຖືເອົາວາລະ ແຫ່ງຊາດ ເປັນພາລະກິດທົ່ວປວງຊົນ ຊຶ່ງສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄື ພໍ່ແມ່ປະຊາຊົນບັນດາເຜົ່າ ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດ

ເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບງົບປະມານບໍ່ໃຫ້ຮົ່ວໄຫລ ດ້ວຍການນໍາໃຊ້ເຄື່ອງມືເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການເກັບລາຍຮັບ; ເອົາໃຈໃສ່ປຸກລະດົມຂົນຂວາຍໃຫ້ ພໍ່ ແມ່ປະຊາຊົນບັນດາເຜົ່າ ເຫັນໄດ້ຜົນຮ້າຍຂອງບັນຫາຢາເສບຕິດ ທີ່ມີຕໍ່ປະເທດຊາດ, ສັງຄົມ, ຄອບຄົວ ກໍຄື ສຸຂະພາບ ຂອງລູກຫລານ

ພ້ອມດຽວກັນ ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ມອບຄອມພິວເຕີຈໍານວນ 5 ຊຸດໃຫ້ສະ ພາປະຊາຊົນແຂວງ, ມອບເຄື່ອງອຸປະກອນການແພດໃຫ້ໂຮງໝໍແຂວງ ແລະ ມອບເງິນສົດຈໍານວນ 100 ລ້ານກີບ ໃຫ້ອົງການປົກຄອງແຂວງ ໄຊຍະບູລີ.

SA Game
ຂ​ປ​ລ

ໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງ ຄົມຂອງແຂວງໂດຍສັງເຂບ, ເຊິ່ງມາຮອດປັດຈຸບັນ, ເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບ 4,9% ທຽບໃສ່ຄາດໝາຍວາງໄວ້ເພີ່ມຂຶ້ນ 0,1% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງ 29,47 ລ້ານກີບ ຫລື ເທົ່າກັບ 1.734 ໂດລາສະຫະລັດ, ດ້ານລາຍຮັບປະຕິບັດໄດ້ທັງໝົດ 1.197,84 ຕື້ກີບ

ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 920,34 ຕື້ກີບ, ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ 277,5 ຕື້ກີບ ແລະ ຄຸ້ມ ຄອງລາຍຈ່າຍທັງໜົດ 536,49 ຕື້ກີບ, ການຜະລິດພວກເຮົາໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ, ທົ່ວແຂວງໄດ້ຊົມໃຊ້ໄຟຟ້າຖາວອນໃນລະບົບກວມ 98,60%; ອັດຕາການຊົມໃຊ້ນໍ້າສະອາດ 97,61% ຂອງຄອບຄົວທັງໝົດ, ຄອບຄົວທຸກຍາກຍັງເຫລືອ 26.648 ຄອບຄົວ ກວມ 33,15%.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.