ເຂດ​ເສດ​ຖະ​ກິດ​ບຶງ​ທາດ​ຫຼວງ​ຈະ​ຊ່ວຍ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ຫລາຍ​ຂື້ນ.

SA Game

ພາບ: suelao.com

ສປປ ລາວຈະ​ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ຂື້ນ​ຫລັງ​ຈາກເຂດເສດຖະກິດພິເສດບຶງທາດຫລວງສຳ​ເລັດ.

ດັ່ງ​ທີ່​ໄດ້​ເຫັນ​ກັນ​ທີ່​ນະ​ຄອນ​ຫລວງວຽງ​ຈັນ​ບຶງ​ທາດ​ຫລວງ​ທີ່​ກ່ຳ​ລັງ​ກໍ​ສ້າງ​ຂື້ນ​ເປັນ​ຮູບ​ເປັນ​ຮາງ​ເລັກ​ນ້ອຍ​ຕິດ​ກັບ​ສູນ​ການ​ຄ້າ​ລາວ​ໄອ​ເຕັກ​, ຫາກວ່າ​ການ​ກໍ​ສ້າງ​ສຳ​ເລັດ​ຕາມ​ແບບ​ແຜນ​ແລ້ວ​ຖື​ວ່າ​ຈະ​ເປັນ​ເມືອງ​ໜຶ່ງ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​, ພ້ອມ​ກັບ​ຫລາຍໆ​ທຸ​ລະ​ກິດ​ທີ່​ຈະ​ເກີດ​ຂື້ນ​ຫລາຍ​ຈາກ​ນັ້ນ.

ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫລວງນີ້ ຕັ້ງຢູ່ໃຈກາງຕົວເມືອງນະ ຄອນຫລວງວຽງຈັນ ທີ່ຈະພັດທະນາເປັນຕົວເມືອງໃໝ່ທັນສະໄໝ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດພາຍໃນປີ 2030 ແລະ ຈະສາມາດດຶງດູດບັນດານັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫລາຍຂຶ້ນຢ່າງ​ຕໍ່​ເນື່ອງ.

SA Game
ພາບ: suelao.com

ທ່ານ ຟູຈ້ຽນ ແລະ ທ່ານ ນາງ ຫວງ ຊີວເຫວີນ ຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ສິງຫາ 2020 ນີ້ວ່າ: ການພັດທະນາໂຄງການດັ່ງກ່າວ, ແມ່ນເລີ່ມມາແຕ່ປີ 2012 ແລະ ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງຫລາຍຢ່າງ ເຊັ່ນ:

ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດຫລວງ, ຕະຫລາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ.

ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ, ສະຖານທີ່ພັກຜ່ອນ ແລະ ອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ່ ທີ່ ກົມກືນກັບວັດທະນະທຳທ້ອງຖິ່ນ. ພາຍຫລັງສຳເລັດການກໍ່ສ້າງ ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ.

ພ້ອມກັນນ້ັນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ. ຂະນະດຽວກັນ, ກໍຈະສາມາດດຶງດູງນັກທ່ອງທ່ຽວ ກໍຄື ນັກທຸລະ ກິດຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ນັບມື້ນັບຫລາຍຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: suelao.com