ອຳມະຕະຊິດຕີ້ ລາວ ເຮັດ MOU ກັບ ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ.

SA Game

ພາບ​: laoedaily.com.la

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການບໍລິການທະນາຄານ ໂຄງການອຳມະຕະຊິດຕີ້ ລາວ.

ໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຈຳກັດຜູ້ດຽວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)ໄດ້​ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການບໍລິການທະນາຄານ ໃຫ້ແກ່ ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້.

ໂດຍຕາງໜ້າລົງນາມລະຫວ່າງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ກັບ ທ່ານ ວະລົງ ຕັງປະພິດກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ອຳມະຕະ ຊິດຕີ້ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ, ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ ທະນາຄານແຫ່ງ ສປປ ລາວ .

SA Game
ພາບ​: laoedaily.com.la

ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຕ່າງ​ໜ້າ ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ, ທ່ານ ພູຂົງ ຈັນທະຈັກ ກ່າວວ່າ:

ທຄຕລ ພວກເຮົາມີຄວາມຍີນດີທີ່ຈະໄດ້ໃຫ້ບໍລິການດ້ານການພັດທະນາໃຫ້ແກ່ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້ ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ອີກໂຄງການໜຶ່ງຂອງກຸ່ມບໍລິສັດອຳມະຕະ, ເປັນບໍລິສັດທີ່ດຳເນີນທຸລະກິດອະສັງຫາລິມມະຊັບ ທີ່ມີຊື່ສຽງທີ່ສຸດຂອງປະເທດໄທ ແລະ ພາກພຶ້ນອາຊີ ເຊິ່ງການໃຫ້ບໍລິການຂອງ ທຄຕລ ໃນໂຄງການດັ່ງກ່າວ ຈະປະກອບມີ.

  1.  ການບໍລິການເປີດບັນຊີເງິນຝາກ,
  2.  ການບໍລິການໂອນເງິນຊຳລະ ເຊິ່ງສາມາດປະຕິບັດໄດ້ທາງອີເລັກໂຕຣນິກ ໂດຍຜ່ານ ຊ່ອງທາງຂອງ ທຄຕລ,
  3.  ການໃຫ້ບໍລິການໂອນເງິນທັງພາຍໃນ ແລະ ຕ່າງປະເທດ ສຳລັບໂຄງການ.
  4.  ການເບີກຈ່າຍເງິນທົດແທນໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງການ ແລະ ລວມໄປເຖິງ ຄວາມເປັນໄປໄດ້ໃນການສະໜອງແຫຼ່ງທຶນ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງ ທຄຕລ.

ຕ່າງ​ໜ້າບໍລິສັດ ອຳມະຕະ ຊິດຕີ້ ລາວ, ທ່ານ ວະລົງ ຕັງປະພິດກຸນ ກ່າວວ່າ:

ໃນນາມຕາງໜ້າ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຂໍຂອບໃຈເປັນຢ່າງສູງມາຍັງ ທຄຕລ ທີ່ຈະມາເປັນຜູ້ເຮັດວຽກກ່ຽວກັບທຸລະກຳດ້ານການເງິນທັງໝົດ ເຊິ່ງກຸ່ມບໍລິສັດພວກເຮົາເປັນບໍລິສັດທີ່ມີປະສົບການດຳເນີນທຸລະກິດອະສັງຫາລິມມະຊັບໃນປະເທດໄທ ຫຼາຍກວ່າ 40 ແລະ ມີໂຄງການຢູ່ ສສ ຫວຽດນາມ 20 ກວ່າໂຄງການ, ແຕ່ສຳລັບ ສປປ ລາວ ທາງບໍລິສັດຖືວ່າເປັນນ້ອງໃໝ່ເພາະຫາກໍເຂົ້າມາລົງທຶນໄດ້ພຽງ 2 ປີເທົ່ານັ້ນ.

ສະນັ້ນ, ການທີ່ມີ ທຄຕລ ເປັນຜູ້ຊ່ວຍໃນເລື່ອງການເຮັດທຸລະກຳຕ່າງໆຖືເປັນກ້າວສຳຄັນຂອງບໍລິສັດທີ່ຈະມາລົງທຶນໃນ ສປປ ລາວ ໂດຍສະເພາະເລື່ອງການຊົດເຊີຍຈ່າຍເງິນໃຫ້ກັບປະຊາຊົນ ເນື່ອງຈາກ ທຄຕລ ມີສາຂາ, ໜ່ວຍບໍລິການຢູ່ທຸກເມືອງ, ທຸກແຂວງ ແລະ ໂຄງການຈະໄປລົງທຶນຢູ່ແຂວງອຸດົມໄຊ ແລະ ຫຼວງນ້ຳທາ ພາຍໃນຕົ້ນປີ 2021 ໂດຍຈະເລີ່ມການກໍ່ສ້າງທັງ 2 ແຫ່ງ ແລະ ຄາດວ່າຈະໃຫ້ສາມາດເປີດໃຊ້ໄດ້ພາຍໃນທ້າຍປີ 2021-2022.

ທັງນີ້, ໂຄງການ ພັດທະນາເມືອງໃໝ່ທັນສະໄໝ ອຳມະຕະ ຊິດຕີ້ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນໃນການສ້າງແຜນຜັງເມືອງຕາມເຂດລ່ອງທາງລົດໄຟລາວ-ຈີນ ໂດຍສະເພາະທີ່ແຂວງ ອຸດົມໄຊ ແລະ ຫຼວງນໍ້າທາ ໃຫ້ກາຍເປັນເຂດເສດຖະກິດ, ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຈາກຕ່າງປະເທດ,

ໂຄງການແມ່ນຈະຊ່ວຍໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຈະເລີນຂຶ້ນໃນຕໍ່ໜ້າ ເຊິ່ງຈະເປັນປະໂຫຍດ ໂດຍລວມຕໍ່ປະເທດ ແລະ ພໍ່ແມ່ປະຊາຊົນລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la