ຮ່ວມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ລາວ-ເກົາຫຼີ​ໃນ​ລະ​ບົບ​ຈ້າງ​ງານ

SA Game

ກະຊວງ ຮສສ

ລາວ-ເກົາຫລີ ​ພັດ​ທະ​ນາ ແລະ ຮ່ວມສົ່ງແຮງງານລາວໄປເຮັດວຽກໃນລະບົບຈ້າງງານ

ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ ແລະ ກົມ​ແຮງ​ງານ​ລະ​ຫວ່າງ​ລາວ-ເກົາຫຼີ​ໄດ້​ກ້າວ​ໄປ​ອີກ​ລະ​ດັບ​ໜຶ່ງ, ແຮງ​ງານ​ຈາກ ສ​ປ​ປ ລາວ ຫລາຍ​ຄົນ​ກໍ​ໄດ້​ອອກ​ໄປ​ເຮັດ​ວຽກ​ທີ່​ປະ​ເທດ​ເກົາຫຼີ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ພົບປະສອງຝ່າຍກັບ ທ່ານ Uh Soo Bong ປະທານອົງການບໍລິການພັດທະນາຊັບພະຍາ ກອນມະນຸດ ສ ເກົາຫລີ (HRD Korea)

ເພື່ອເປັນການແລກປ່ຽນການຮ່ວມມື ໃນການຈັດສົ່ງແຮງງານລາວໄປເຮັດວຽກ ໃນລະບົບການຈ້າງງານ (EPS) ແລະ ວຽກງານການພັດທະນາສີມືແຮງງານ, ພ້ອມຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ສອງຝ່າຍຈະຕ້ອງໄດ້ພ້ອມກັນແກ້ໄຂ ແລະ ວາງແຜນການຮ່ວມກັນໃນຕໍ່ໜ້າ.

ທ່ານ ພົງໄຊສັກ ອິນຖາລາດ ໃຫ້ຮູ້ວ່າ: ການຈັດສົ່ງແຮງງານລະບົບ EPS ແມ່ນການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫລີ ໂດຍໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີ ຕາມລະບົບ EPS ໃນເດືອນ ກັນຍາ 2016 ຜ່ານມາ.

SA Game
ກະຊວງ ຮສສ

ການຈັດສົ່ງແຮງງານໄປເຮັດວຽກຜ່ານລະບົບນີ້ ແມ່ນປະຕິບັດຕາມລະບົບຂອງ ສ ເກົາຫລີ ທີ່ເອີ້ນວ່າ Employment Permit System (EPS) ທຸກປະເທດທີ່ສົ່ງແຮງງານເຂົ້າໄປເຮັດວຽກຢູ່ປະເທດດັ່ງກ່າວ ຕ້ອງໄດ້ປະຕິບັດຕາມລະບົບການອະນຸຍາດຈ້າງງານຢ່າງເຄັ່ງຄັດ ແລະ ເປັນເອກະພາບກັນ ບໍ່ມີກໍລະນີຍົກເວັ້ນໃຫ້ປະເທດໃດປະເທດໜຶ່ງເປັນພິເສດ.

ພ້ອມນີ້, ແຮງງານທຸກຄົນຕ້ອງໄດ້ຜ່ານການເສັງຄັດເລືອກດ້ານພື້ນຖານພາສາເກົາຫລີ ແລະ ສອບສຳພາດຜ່ານທາງດ້ານທັກສະ ແລະ ນາຍຈ້າງເປັນຜູ້ຄັດເລືອກເອົາຜູ້ທີ່ໄດ້ຜ່ານການສອບເສັງ.

ນອກຈາກນັ້ນ, ຜູ້ທີ່ເສັງຜ່ານຕ້ອງໄດ້ເຂົ້າຮຽນຫລັກສູດວັດທະນະທຳ ແລະ ພາສາເກົາຫລີ 45 ຊົ່ວໂມງ, ຝຶກອົບຮົມກ່ອນການເດີນທາງ ແລະ ກວດສຸຂະພາບ ກ່ອນເດີນທາງໄປເຮັດຮຽນຢູ່ ສ ເກົາຫລີ ພາຍໃຕ້ການອະນຸຍາດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມນີ້ ຜູ້ທີ່ເສັງຜ່ານຕ້ອງມີສຸຂະພາບແຂງແຮງຕາມເງື່ອນໄຂ ທີ່ ສ ເກົາຫລີ ກໍານົດ.

ການໄປເຮັດວຽກຕາມລະບົບການອະນຸຍາດຈ້າງງານ (EPS) ແມ່ນມີໄລຍະ 3 ປີ ແລະ ສາມາດຕໍ່ໄດ້ອີກ 1 ປີ 10 ເດືອນ ພາຍຫລັງທີ່ຄົບສັນຍາ, ເດີນທາງກັບຄືນປະເທດ ແລະ ສາມາດສອບເສັງໄປໃໝ່ໄດ້.

ສຳລັບສະຖິຕິການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ນັບແຕ່ປີ 2018 ຫາ ປັດຈຸບັນ ແມ່ນສາມາດຈັດສົ່ງແຮງງານໄປເຮັດວຽກທີ່ ສ ເກົາຫລີ ຕາມລະບົບການຈ້າງງານ ໄດ້ທັງໝົດຈໍານວນ 1.119 ຄົນ, ຍິງ 79 ຄົນ.

ສປປ ລາວ ຍັງມີຂໍ້ຫຍຸ້ງຍາກ ຫລາຍດ້ານໃນການຈັດສົ່ງແຮງງານໄປເຮັດວຽກຕາມລະບົບການອະນຸຍາດຈ້າງງານ ເປັນຕົ້ນແມ່ນ ແຮງງານຕ້ອງໄດ້ຜ່ານການສອບເສັງພາສາ ແລະ ທັກສະທີ່ຈໍາເປັນ, ເຊິ່ງເຫັນວ່າແຮງງານທີ່ອາໄສຢູ່ຕ່າງແຂວງ ສ່ວນຫລາຍແມ່ນຜູ້ທຸກຍາກ ແລະ ເຂດຫ່າງໄກສອກຫລີກ ພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ສະຖານທີ່ຮຽນພາສາເກົາຫລີ ເພື່ອເຂົ້າສອບເສັງ; ການຄຸ້ມຄອງແຮງງານຍັງມີຄວາມຫຍຸ້ງຍາກ

ໂດຍສະເພາະການເກັບກໍາຂໍ້ມູນແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫລື ຍົກເລີກສັນຍາກັບຄືນປະເທດ; ແຮງງານລາວ ໂດຍສະເພາະເພດຍິງຜູ້ທີ່ສອບເສັງຜ່ານ ແມ່ນຍັງລໍຖ້າການຖືກຄັດເລືອກຈາກນາຍຈ້າງ ເປັນຈໍານວນຫລາຍ ຖ້າທຽບກັບ ອັດຕາສ່ວນແຮງງານເພດຊາຍ ທີ່ຖືກຄັດເລືອກ; ອີງໃສ່ສະພາບປັດຈຸບັນເຫັນວ່າການຈ່ອງຖ້ຽວບິນເດີນທາງແມ່ນບໍ່ສາມາດໄດ້ຕາມຈຳນວນທີ່ຝ່າຍເກົາຫລີ ກຳນົດ ເພາະເປັນລະດູການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວເກົາຫລີ ເຂົ້າມາ ສປປ ລາວ ຈຳນວນຫລາຍ ເຮັດໃຫ້ທີ່ນັ່ງໃນແຕ່ລະມື້ເຫລືອຈຳນວນໜ້ອຍ.

SA Game
ກະຊວງ ຮສສ

ຕໍ່ກັບຂໍ້ຫຍຸ້ງຍາກດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ຮສສ ໄດ້ສະເໜີໃຫ້ອົງການບໍລິການພັດທະນາຊັບພະຍາກອນມະນຸດ ສ ເກົາຫລີ ເພີ່ມທະວີການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ເປັນຕົ້ນ ຂໍ້ມູນຂອງແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫລື ຍົກເລິກສັນຍາກັບຄືນປະເທດ ແລະ ອື່ນໆ; ພິຈາລະນາໃຫ້ການຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ເພີ່ມຕື່ມໃນການຊ່ວຍເຫລືອແຮງງານລາວ ໃນໄລຍະເຮັດວຽກທີ່ ສ ເກົາຫລີ ເປັນຕົ້ນ ການໃຫ້ການຊ່ວຍເຫລືອແກ່ແຮງງານ ໃນກໍລະນີມີຂໍ້ຂັດແຍ່ງກັບນາຍຈ້າງ, ຕ້ອງການປ່ຽນໜ້າວຽກ; ຊຸກຍູ້ນາຍຈ້າງ ໃນການນໍາໃຊ້ແຮງງານເພດຍິງຫລາຍຂຶ້ນຕື່ມ ແລະ ຂໍເພີ່ມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາ ຫລີ ຕາມລະບົບ EPS ຈາກ 500 ຄົນ/ປີ ເພີ່ມເປັນ 2.000 ຄົນ/ປີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງ ຮສສ