ຄະນະຜູ້ແທນສະພາແຫ່ງຊາດລາວຢ້ຽມຢາມ 2 ແຂວງ ຫວຽດນາມ

SA Game

ຂ​ປ​ລ

ຫວຽດ​ນາມ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງຄະ​ນະສະພາແຫ່ງຊາດ​ ສ​ປ​ປ ລາວ

ໃນລະຫວ່າງວັນທີ 25-26 ກຸມພາ 2023 ນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ  ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ

ໂດຍສະເພາະລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ. ພ້ອມທັງເປັນການແລກປ່ຽນບົດຮຽນກ່ຽວກັບວຽກງານສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກັບສະພາແຫ່ງຊາດ ສສ ຫວຽດນາມ ເຊິ່ງເປັນຜູ້ທີ່ມີບົດຮຽນ ແລະ ພຶດຕິກຳຕົວຈິງ ໃນການຈັດຕັ້ງປະຕິບັດຜ່ານມາຫລາຍແລ້ວ ເພື່ອນຳມາປັບປຸງໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ.

SA Game
ຂ​ປ​ລ

ການເຄື່ອນໄຫວຢູ່ ສສ ຫວຽດນາມ ຄັ້ງນີ້, ສະຫາຍ ຄຳໃບ ດຳລັດ ໄດ້ພົບປະເຮັດວຽກກັບຄະນະຜູ້ແທນສະພາປະຊາຊົນແຂວງກວາງນາມ ເຊິ່ງນຳໂດຍ ສະຫາຍ ຟານ ຫວຽດ ເກື່ອງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງນາມ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນນຳກັນ ເປັນຕົ້ນ ວຽກງານກົງ ຈັກຂອງສະພາປະຊາຊົນຂັ້ນແຂວງ ສສ ຫວຽດນາມ

ວຽກງານການເລືອກຕັ້ງສະມາຊິກສະພາ ສສ ຫວຽດນາມ

ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ສສ ຫວຽດນາມ; ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ສສ ຫວຽດນາມ ແລະ ການປະເມີນນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ.

ພ້ອມນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຮັບການຕ້ອນຮັບ, ພົບປະ ແລະ ເຮັດວຽກກັບຄະນະສະ ມາຊິກສະພາປະຊາຊົນນະຄອນດານັງ ນຳໂດຍສະຫາຍ ເລື່ອງ ຫງວຽນ ມິ່ງ ຈຽດ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນດານັງ ເຊິ່ງສະຫາຍ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງນະຄອນດານັງ ແລະ ສະພາບການເຄື່ອນ ໄຫວວຽກງານຂອງສະພາປະຊາຊົນນະຄອນດານັງ ໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນບົດຮຽນປະສົບການ ແລະ ຕອບຄຳຊັກຖາມຕໍ່ບັນຫາຕ່າງໆທີ່ຝ່າຍລາວມີຄວາມສົນໃຈ.

SA Game
ຂ​ປ​ລ

ການເຄື່ອນໄຫວເຮັດວຽກຢູ່ແຂວງກວາງນາມ ແລະ ນະຄອນດານັງຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານເສດຖະກິດຈຳນວນໜຶ່ງຂອງທັງສອງແຂວງ. ຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງຈະໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ນະຄອນຮ່າໂນ້ຍ ຈົນເຖິງວັນທີ 28 ກຸມພາ 2023 ຈຶ່ງຈະສຳເລັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສພຊ