ກອງ​ປະ​ຊຸມສະຫລຸບ ວຽກກໍ່ສ້າງພັກພະນັກງານ ແຂວງ​ໄຊ​ຍະ​ບູ​ລີ

SA Game

ຂ​ປ​ລ

ແຂວງໄຊຍະບູລີ ສະຫລຸບ ປີ2022 ຂອງວຽກກໍ່ສ້າງພັກ ແລະ ປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 27-28 ກຸມພາ 2023 ນີ້, ແຂວງ​ໄຊ​ຍະ​ບູ​ລີ​ໄດ້​ຈັດກອງປະຊຸມ ສະຫລຸບວຽກງານກໍ່ສ້າງພັກ-ພະ ນັກງານ, ປັບປຸງກົງຈັກການຈັດຕັ້ງທົ່ວແຂວງໄຊຍະບູລີ ປະຈໍາປີ 2022, ທິດທາງແຜນການປີ 2023 ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ

ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ ການ, ມີເລຂາພັກເມືອງ, ເຈົ້າເມືອງ, ມີຫົວໜ້າຂະແໜງຈັດຕັ້ງແຕ່ລະພະແນກການ ແລະ ຫົວໜ້າຄະນະຈັດຕັ້ງ 11 ເມືອງເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະຫລຸບ ແລະປະກອບ ຄໍາຄິດ-ຄໍາເຫັນໃສ່ເນື້ອໃນສໍາຄັນ ຕົ້ນຕໍຄື: ບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປີ 2023

SA Game
ຂ​ປ​ລ

ຮັບຟັງການປະກອບຄຳເຫັນກ່ຽວກັບສະພາບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢູ່ບ້ານແສງຈະເລີນເມືອງພຽງ; ການປັບປຸງກົງຈັກການຈັດ ຕັ້ງໃນທົ່ວແຂວງ; ການກະກຽມ ແລະ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກເມືອງຊຽງຮ່ອນ; ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນເມືອງ ຄຸ້ມຄອງຢູ່ເມືອງຫົງສາ ແລະ ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາມະຕິຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງຄະນະເລຂາທິ ການສູນກາງພັກອີກຈໍານວນໜຶ່ງ.

ຈາກນັ້ນ, ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ ໃຫ້ຮູ້ວ່າ: ຮອດປັດຈຸບັນ, ທົ່ວແຂວງ ມີຮາກຖານພັກທັງໝົດ 1.400 ຮາກຖານ (ຫລຸດລົງ 7 ໜ່ວຍພັກ ສາ ເຫດຍ້ອນຍຸບ ແລະ ໂຮມໜ່ວຍພັກເຂົ້າກັນ).

SA Game
ຂ​ປ​ລ

ໃນນີ້, ມີ 88 ຄະນະພັກຮາກຖານ, ມີ 890 ໜ່ວຍພັກຮາກຖານ, ມີ 422 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ. ຜ່ານການກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ຍັງຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 1.095 ໜ່ວຍ ເທົ່າກັບ 83%, ໜ່ວຍພັກກາງ 216 ໜ່ວຍພັກ, ອ່ອນ 2 ໜ່ວຍພັກ; ບໍ່ແບ່ງ 6 ໜ່ວຍພັກ (ສ້າງຕັ້ງໃໝ່), ການຕີລາຄາແບ່ງປະເພດສະມາຊິກພັກ ມີ 20.399 ສະຫາຍ, ຍິງ 5.871 ສະຫາຍ, ໄດ້ປະເພດແຂງ 17.625 ສະຫາຍ, ຍິງ 5.250 ສະຫາຍ ກວມ 86,40%; ກາງ 1.514 ສະຫາຍ, ຍິງ 292 ສະຫາຍ, ອ່ອນ 60 ສະຫາຍ, ຍິງ 4ສະຫາຍ, ເສຍທາດ 11 ສະຫາຍ ແລະ ບໍ່ແບ່ງ 1.189 ສະຫາຍ, ຍິງ 325 ສະຫາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ