ຍຸດທະສາດ ຍົກ​ລະ​ດັບສ້າງແຜນພັດທະນາເສດຖະກິດ ສ​ປ​ປ​ ລາວ

SA Game

ຂປລ.

ຄະນະກໍາມະການຮ່ວມມືລາວ-ຈີນ ອົບ​ຮົມຍົກລະດັບ ຍຸດທະສາດ ສ້າງແຜນພັດທະນາເສດຖະກິດ

ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ຂອງ ລາວ ປະຈຳປີ 2023 ໄດ້​ຈັດ​ອົບ​ຮົມ​ຂື້ນໃນວັນທີ 21 ມິຖຸນາ ນີ້ ທີ່ສູນຝຶກອົບຮົມ, ສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ ກະຊວງການຄ້າ ແຫ່ງ ສປ ຈີນ ຮ່ວມກັບ ຄະນະກໍາມະການຮ່ວມມືລາວ-ຈີນ ອົບຮົມ ໃນຫົວຂໍ້ “ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ຂອງ ລາວ ປະຈຳປີ 2023” ໃຫ້ແກ່ສໍາມະນາກອນ ຈໍານວນ 45 ທ່ານ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນຂອງຂະແໜງແຜນການ ແລະ ການລົງທຶນລາວ (ຜທ) ໃນທົ່ວປະເທດ.

ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ລັດມະນີ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ຫານ ເປັຍ ເລຂາເອກທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ເຊິນ ຣຸນຢູນ (Chen Run Yun) ຮອງຫົວໜ້າ ສະຖາບັນການຝຶກອົບຮົມສາກົນ ກະຊວງການຄ້າ ສປ ຈີນ, ມີຜູ້ຕາງໜ້າຈາກກົມຈັດຕັ້ງພະນັກງານ ແລະ ກົມກວດກາ ກະຊວງ ຜທ, ພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ ຢ່າງພ້ອມພຽງ.

SA Game
ຂປລ.

ທ່ານ ຄໍາແພງ ລັດມະນີ ກ່າວວ່າ:

ໃນຊຸມປີຜ່ານມາພາຍໃຕ້ການນໍາພາຂອງສອງພັກ ແລະ ລັດ ຖະບານ ຂອງສອງປະເທດລາວ ແລະ ຈີນ; ສອງປະເທດໄດ້ມີການຮ່ວມມືພາຍໃຕ້ ຈິດໃຈ 4 ດີ: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ສະຫາຍທີ່ດີ

, ເຮັດໃຫ້ການຮ່ວມມືຂອງສອງຝ່າຍ ໄດ້ກ້າວເຂົ້າສູ່ລະດັບອັນໃໝ່ທີ່ສູງກວ່າເກົ່າ, ສອງລັດຖະບານລາວ ແລະ ຈີນ ແມ່ນໄດ້ໃຫ້ຄວາມສຳຄັນສູງ ຕໍ່ວຽກງານການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການຍົກລະດັບຄວາມສາ ມາດໃຫ້ແກ່ບຸກຄະລາກອນລາວ ຜ່ານການຈັດຝຶກອົບຮົມ ແລະ ສໍາມະນາ ໃນຫົວຂໍ້ຕ່າງໆ.

ສະນັ້ນຈຸດ ປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະ ກອນລາວ ໂດຍສະເພາະດ້ານວຽກງານການວາງແຜນ ແລະ ຍຸດທະສາດການພັດທະນາເສດຖະກິດຂອງລາວ ຊຶ່ງບົດຮຽນປະສົບການທີ່ວິທະຍາກອນ ແລະ ຄູ-ອາຈານ ຈາກ ສປ ຈີນ ໄດ້ນຳສະເໜີນັ້ນ ລ້ວນແຕ່ເປັນສິ່ງລໍ້າຄ່າ ທີ່ພະນັກງານ, ບຸກຄະລາກອນ ຢູ່ໃນຂົງເຂດວຽກງານແຜນການ ແລະ ການລົງທຶນ ຄວນຈະຕ້ອງໄດ້ສຶກສາຮ່ຳຮຽນ ແລະ ຖອດຖອນບົດຮຽນ ເພື່ອນໍາມາໝູນໃຊ້ໃນວຽກງານທີ່ຕົນຮັບຜິດ ຊອບ.

ທ່ານ Chen Run Yun ໄດ້ເຂົ້າຮ່ວມພິທີປິດ ໂດຍຜ່ານລະບົບ (Online) ຊຶ່ງທ່ານໄດ້ກ່າວວ່າ: ນັບຕັ້ງແຕ່ການລະບາດຂອງ ພະຍາດໂຄວິດ-19 ເປັນຕົ້ນມາ, ການຈັດຝຶກອົບຮົມແບບຊ່ອງໜ້າ ຫົວຂໍ້ນີ້ເປັນຫົວຂໍ້ທໍາອິດທີ່ຈັດຂຶ້ນຢູ່ຕ່າງປະເທດ ຊຶ່ງກະຊວງການຄ້າຈີນ ກໍໄດ້ເລືອກເອົາ ສປປ ລາວ ເປັນແຫ່ງທຳອິດ ໃນການຈັດສຳມະນາຢູ່ຕ່າງປະເທດ.

ສະຖາບັນການຝຶກອົບຮົມ ພະນັກງານການຄ້າສາກົນ, ກະ ຊວງການຄ້າ ສປ ຈີນ(AIBO) ໄດ້ເອົາໃຈໃສ່ສູງໃນການກະກຽມ ແລະ ດຳເນີນການຈັດຊຸດຝຶກອົບຮົມໃນຄັ້ງນີ້

SA Game ຍຸດທະສາດ
ຂປລ.

ໂດຍໄດ້ມີການເຊື້ອເຊີນວິທະຍາກອນ ແລະ ຄູ-ອາຈານ ຈາກມະຫາວິທະຍາໄລ Qing Hua ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ ອັນດັບໜຶ່ງ ຂອງ ສປ ຈີນ ແລະ ລະດັບແຖວໜ້າຂອງໂລກ ເພື່ອມາແບ່ງປັນປະສົບການຄວາມຮູ້ອັນມີຄຸນຄ່າ ແລະ ລະອຽດເລິກເຊິ່ງ ໃຫ້ແກ່ສໍາມະນາກອນ ເຊັ່ນ:

ແນວຄວາມຄິດການຫັນປ່ຽນເປັນອຸດສາຫະກໍາການຜະລິດຂອງຈີນ, ປະສົບການສຳລັບນະໂຍບາຍການຫັນເປັນດີຈິຕອນຂອງຈີນ, ການວາງແຜນການພັດທະນາ ແລະ ການຈັດຕັ້ງປະຕິບັດແຜນການຂອງຈີນ ແລະ ອື່ນໆ ລວມ 20 ຫົວຂໍ້ ແລະ ມີຄູ-ອາຈານຈີນ ມາຜັດປ່ຽນກັນບັນລະຍາຍ 7 ທ່ານ.

ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນເລີ່ມມາແຕ່ວັນທີ 1-21 ມິຖຸນາ 2023, ລວມເວລາ 21 ວັນ, ທີ່ນະຄອນຫລວງວຽງຈັນ ຊຶ່ງສຳມະນາກອນລາວ ກໍມີຄວາມຕັ້ງໃຈນຳໃຊ້ໂອກາດນີ້ໃນການຮໍ່າຮຽນ ແລະ ຍົກຄໍາຖາມແລກປ່ຽນປະສົບການ ກັບບັນດາຄູ-ອາຈານຈາກຈີນ ຢ່າງກົງໄປກົງມາ, ຜ່ານການຝຶກອົບຮົມໃນຄັ້ງນີ້ ຈະສາມາດນໍາເອົາບົດຮຽນໄປໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ຕົນຮັບຜິດ ຊອບ ໃຫ້ເກີດປະສິດທິຜົນສູງສຸດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.