ຮູ້​ຈັກ​ບໍ່ ຄໍາວ່າ “ລາບ” ໃນພາສາລາວຄວາມ​ໝາຍ​ແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ລາບ” ມີຄວາມໝາຍແນວໃດ?

​ຄໍາວ່າ “ລາບ” ແມ່ນຊື່ອາຫານຢ່າງນຶ່ງ ອັນເປັນທີ່ນິຍົມຂອງຄົນລາວ ເຮັດດ້ວຍຊີ້ນ ເຊັ່ນ: ຊີ້ນງົວ, ຊີ້ນ ຄວາຍ, ຊີ້ນປາ, ຊີ້ນເປັດ ຫຼື ຊີ້ນອື່ນໆ, ບາງເທື່ອກໍເອົາເລືອດໃສ່ນໍາ ເອີ້ນ ລາບເລືອດ.

ພິເສດ ນອກຈາກ ລາບຊີ້ນແລ້ວຍັງມີເທົາອີກດ້ວຍ ເອີ້ນ ລາບເທົາ. ຄໍາວ່າ “ລາບ” ຍັງໝາຍເຖິງມີໂຊກ ຫຼື ໂຊກດີ ຊຶ່ງສະ ແດງອອກໃນເວລາຄົນໄດ້ດີມີໂຊກແບບບໍ່ຄາດຝັນເອີ້ນວ່າ ມີໂຊກມີລາບ. ພ້ອມກັນນັ້ນ, ຍັງສາມາດນໍາ ໄປບວກກັບຄໍາອື່ນເຊັ່ນ: ລາບຄາບ ຫຼື ກ້ຽງລາບຄາບ, ລົ້ມລາບຄາບ, ປາບລາບຄາບ, ທະຫານລາບ ຊຶ່ງໝາຍເຖິງທະຫານທີ່ໃຊ້ປະຈັນບານແບບເດີນດ້ວຍຕີນ ແຕກຕ່າງຈາກທະຫານອາກາດ, ທະຫານສື່ສານ, ທະຫານຊ່າງແສງ, ລາບຍົດ ໝາຍເຖິງຊື່ສຽງ ​ຖານະຕຳແໜ່ງ ແລະ ຜົນປະໂຫຍດຄວາມລ້ຳລວຍຂອງບຸກຄົນ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ລາບ”.

“ລາບ” (1. ຄໍານາມ) ຊື່ອາຫານຢ່າງນຶ່ງເຮັດດ້ວຍຊີ້ນ ຫຼື ປາ ຟັກໃຫ້ແຫຼກ, ຖ້າໃສ່ເລືອດນໍາ ຮຽກ ລາບເລືອດ, ຊື່ອາຫານທີ່ນໍາເອົາເທົາມາປຸງແຕ່ງເອີ້ນ ລາບເທົາ. (2. ຄໍານາມ) ຂອງທີ່ໄດ້ມາ ຫຼື ການໄດ້ມາຢ່າງງາມໂດຍບໍ່ໄດ້ຄືດວ່າຈະໄດ້, ການໄດ້, ກໍາໄລ, ໄດ້ຫຼາຍເກີນຄາດໝາຍໄວ້.

ຕົວ­ຢ່າງ: 

  • ຂ້າພະເຈົ້າມັກລາບຫຼາຍ ແຕ່ໃນບັນດາລາບແມ່ນມັກລາບປາທີ່ສຸດ ເພາະກິນແລ້ວບໍ່ມີໄຂມັນຫຼາຍຄືລາບງົວ, ລາບຄວາຍ.
  • ຫຼາຍຄົນມັກກິນລາບເລືອດ ແຕ່ບາງຄົນກະບໍ່ກ້າກິນ ເພາະເຫັນແລ້ວຂີ້ຢ້ານ.
  • ເວລາເຮັດລາບເທົາ ດີແທ້ແມ່ນຕ້ອງມີໝາກແຂ້ງ ແລະ ຜັກຫອມລາບ ໄວ້ກັບຈິ່ງຄັກ.
  • ການມີສຸຂະພາບດີ, ບໍ່ມີພະຍາດໂລຄາແມ່ນລາບອັນປະເສີດ ເພາະເວລາແຂງແຮງຈິ່ງສາມາດໄປຫາ ເງິນຫາຄໍາໄດ້.
  • ລາວມີໂຊກມີລາບແທ້ໆ ຖືກເລກລາງວັນທີໜຶ່ງ ໄດ້ເງິນຫຼາຍລ້ານ ໄດ້ເປັນເສດຖີແບບບໍ່ທັນຕັ້ງໂຕ.
  • ມື້ນີ້ຈັງແມ່ນຂ້ອຍມີລາບປາກ ອອກເຮືອນຖືກຍາມ ພໍເຂົ້າຫ້ອງການໝູ່ຊື້ພິດຊາ ມາໃຫ້ກິນ ແລະ ຍັງລ້ຽງນໍ້າອີກ.

ສະຫຼຸບ.

ຄໍາວ່າ “ລາບ”​ ແມ່ນຊື່ອາຫານຢ່າງນຶ່ງເຮັດດ້ວຍຊີ້ນ ຫຼື ປາ ຫຼື ເທົາ ແລະ ຍັງໝາຍເຖິງມີໂຊກມີລາບ ຫຼື ໂຊກດີ ໄດ້ສິ່ງດີຢ່າງໃດນຶ່ງໂດຍບໍ່ໄດ້ຄືດ ຫຼື ໄດ້ຫຼາຍເກີນຄາດໝາຍໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo