ຄຳວ່າ “ຂັດ” ແລະ “ຄັດ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຂັດ” ແລະ “ຄັດ”.

ແນ່ນອນຄຳວ່າ “ຂັດ” ແລະ “ຄັດ” ມີຄວາມໝາຍຄົນລະຢ່າງ ແຕ່ການອອກສຽງພັດໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຂັດ” ໝາຍເຖິງການບໍ່ເຮັດຕາມ ຫຼື ເອົາໄມ້, ມາຍເຖິງສິ່ງຂອງໃດນຶ່ງມາໄຂວ່ກັນໄວ້. ເມື່ອນໍາຄໍາ ວ່າຂັດ ຍັງສາມາດນໍາໄປບວກກັບຄໍາອື່ນອີກເຊັ່ນ: ຂັດຂີນ ຫຼື ຂັດຂືນ ໝາຍເຖິງບໍ່ເຮັດຕາມ, ຂັດຂ້ອງ ໝາຍເຖິງບໍ່ສະດວກ, ຂັດຂວາງ ໝາຍເຖິງກັ້ນກາງ ຫຼື ຫ້າມ ຫຼື ເຮັດໃຫ້ບໍ່ສະດວກ, ຂັດຄໍ ແມ່ນບໍ່ລົງ ລອຍກັນ ຫຼື ບໍ່ເຫັນດີນໍາ, ຂັດໃຈ ແມ່ນຜິດໃຈກັນ, ຂັດຫູຂັດຕາ ແມ່ນບໍ່ຖືກຕາ ຫຼື ບໍ່ງາມແກ່ຕາ, ຂັດ ເຄືອງແມ່ນບໍ່ພໍໃຈ ເປັນຕົ້ນ.

ຄຳວ່າ “ຄັດ” ໝາຍເຖິງການເລືອກເອົາ ຫຼື ແຍກເອົາ ເອີ້ນຄັດເລືອກ, ມາຍເຖິງການກ່າຍ ຫຼື ສໍາເນົາ ເຊັ່ນ: ການຄັດໜັງສືທໍາ, ການຄັດລອກຂໍ້ເສັງ ເປັນຕົ້ນ. “ຄັດ” ຍັງມາຍເຖິງແໜ້ນ ເຊັ່ນ: ຄັດເອີກ, ຄັດທ້ອງ. ນອກຈາກນັ້ນ, ຄັດເມື່ອນໍາໄປບວກກັບຄໍາອື່ນ ຍັງໃຫ້ຄວາມໝາຍຫຼາຍຢ່າງອີກເຊັ່ນ: ຄັດຄ້ານໝາຍເຖິງ ຕ້ານທານ, ບໍ່ເຫັນດີນໍາ, ບໍ່ຍອມຕາມ. ຄັດເຄ່ງ ໝາຍເຖິງ ບໍ່ຢ່ອນຍານ ຫຼື ເປັນໄປຕາມລະບຽບການ. ຄັດແຄ້ນ ໝາຍເຖິງແໜ້ນໃຈ, ເຈັບໃຈ.

SA Game
DooDiDo

ຄວາມໝາຍຄຳ​ວ່າ “ຂັດ”:

“ຂັດ” (1.ຄໍາກິລິຍາ) ບໍ່ເຮັດຕາມ, ບໍ່ສະດວກ, ເອົາໄຂວ່ກັນ.

ຕົວ​ຢ່າງ:

  • ໃນເວລາປະຊຸມລາວມັກຂັດຂວາງບໍ່ໃຫ້ຜູ້ອື່ນອອກຄໍາເຫັນສະເໝີ ດັ່ງນັ້ນຫຼາຍຄົນຈິ່ງບໍ່ມັກລາວ.
  • ການສານຝາກເຮືອນ ແມ່ນເອົາໄມ້ຊອດທີ່ສັບໄວ້ມາສານໄຂວ່ກັນໄປມາ ມີຫຼາຍຮູບແບບ ເອີ້ນ ສານລາຍຂັດແບບສອງລາຍຂັດ ຫຼື ສາມລາຍຂັດ.

ຄວາມໝາຍຄຳ​ວ່າ “ຄັດ”:

“ຄັດ” (1.ຄໍາກິລິຍາ) ເລືອກ, ກ່າຍ (ຄັດໜັງສື), ແໜ້ນ (ຄັດແຄ້ນ).

ຕົວ​ຢ່າງ:

  • ການຄັດເລືອກເອົານັກກິລາບານເຕະທິມຊາດ ແມ່ນມີຫຼາຍຂັ້ນຕອນ ແລະ ຕ້ອງໄດ້ຜ່ານການຝຶກ ຊ້ອມຕົວຈິງ.
  • ໃນເວລາສອບເສັງຫ້າມຄັດລອກ ຫຼື ກ່າຍກັນ ຖ້າຖືກພົບເຫັນແມ່ນຈະຖືກໄລ່ອອກຈາກຫ້ອງທັນທີ.
  • ກິນເຂົ້າອີ່ມແຮງ ພໍດື່ມນໍ້າໃສ່ອີກ ເຮັດໃຫ້ຄັດທ້ອງ ແລະ ຢູ່ຢາກ.

ສະ​ຫຼຸບ.

ຄຳວ່າ “ຂັດ” ແລະ “ຄັດ” ເຖິງຈະມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ພັດມີຄວາມໝາຍກະແຕກຕ່າງກັນໂດຍແທ້ ຄຳວ່າ “ຂັດ” ໝາຍເຖິງບໍ່ເຮັດຕາມ, ໝາຍເຖິງການເອົາໄຂວ່ກັນ. ສໍາລັບຄຳວ່າ “ຄັດ” ໝາຍເຖິງການເລືອກ, ການກ່າຍ ແລະ ໝາຍເຖິງ ແໜ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo