ຄຳວ່າ “ຄິດ” ແລະ “ຄຶດ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ “ຄິດ” ແລະ ຄຶດ”.

ຄໍາວ່າ “ຄິດ” ໝາຍເຖິງເອົາເລັບມື ຫຼື ນິ້ວມືເຂ່ຍຄ່ອຍໆ ຫຼື ດີດ ເຊັ່ນ: ຫຼີ້ນຄິດແກ່ນໝາກຂາມ, ເອົານີ້ວ ມືຄິດຕຸ່ມຍຸງກັດ, ເອົາມືຄິດລູກຄິດ. ພ້ອມກັນນັ້ນ, ມີຄວາມໝາຍຄືກັນກັບ ຄຶດ, ຄຶດຫາ, ນຶກ, ຄໍານຶງ, ຫງໍ່າ ແລະ ຄະນິງ.

ຄໍາວ່າ “ຄິດ” ໝາຍເຖິງການໃຊ້ສະໝອງຄິດ ເຊັ່ນ: ຄິດໄລ່, ຄິດເລກ, ຄິດຄົ້ນ, ຄິດໃນໃຈ, ຄິດຖີ່ຖ້ວນ, ຄິດຍາກ, ຄິດບໍ່ອອກ, ຄິດວຽກໄລ່ງານ, ຄິດໜ້າຄິດຫຼັງ, ຄິດຫາ, ຄິດລະແວງ, ຄິດຮອດ, ຄິດອຸບາຍ, ຄິດເຖິງ, ຄິດທໍລະຍົດ, ຄິດກ່ອນຈຶ່ງເວົ້າ ເລົ່າກ່ອນຈຶ່ງທຳ, ຄິດເຫັນແຕກຕ່າງກັນ, ຄິດໄປຄິດມາ ແລະ ອື່ນໆ.

ຄໍາວ່າ “ຄຶດ” ມີຄວາມໝາຍຄືກັບຄິດ ຫຼື ຄິດເຖິງ, ນຶກ, ຄໍານຶງ, ຫງໍ່າ ແລະ ຄະນິງ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າ “ຄິດ”:

“ຄິດ” (1. ຄຳກິລິຍາ) ເອົາເລັບມື ຫຼື ນິ້ວມືເຂ່ຍຄ່ອຍໆ ເພື່ອໃຫ້ເຊົາຄັນ ຫຼື ເພື່ອເຕືອນໃຫ້ຮູ້ເມື່ອຄີງ. ຄຶດ, ນຶກ, ຄໍານຶງ, ຫງໍ່າ, ຄະນິງ.

ຕົວ​ຢ່າງ:

  • ຄິດເຫັນຕອນຍັງນ້ອຍ ມັກພາກັນຫຼີ້ນຄິດແກ່ນໝາກຂາມ ມ່ວນຫຼາຍ, ບາງເທື່ອກໍຫຼີ້ນຄິດໄມ້.
  • ການເອົານີ້ວມືຄິດລູກຄິດແມ່ນຕ້ອງມີການວາງມືໃຫ້ຖືກຄັກແນ່.
  • ຈາກບ້ານມາຫຼາຍປີ ຄິດຮອດພໍ່ແມ່ພີ່ນ້ອງ ຄິດວ່າຖ້າມີໂອກາດຈະໄປຢາມເຂົາໃຫ້ໄວທີ່ສຸດ.
  • ລາວຄິດໄລ່ເລກໄວຂະໜາດ ຈັ່ງແມ່ນເກັ່ງໄດ້ແນວພໍ່ແມ່.

ຄວາມໝາຍຄຳ​ວ່າ “ຄຶດ”:

“ຄຶດ” (1. ຄໍາກິລິຍາ) ລະນຶກ, ຄະນິງ, ເອົາໃຈໃສ່ຫາ (ຄິດ ກໍວ່າ). ນຶກ, ຄໍານຶງ, ຫງໍ່າ, ຄະນິງ.

ຕົວຢ່າງ:

  • ເຫັນເດັກນ້ອຍຮຽນຍ່າງລົ້ມຫຼາຍເທື່ອ ຄຶດໄປຄຶດມາແລ້ວກະຢາກຫົວ ຕອນເຮົາຍັງເດັກກໍໜ້າຈະຄືກັນ.
  • ໃຫຍ່ແລ້ວໃຫ້ຄຶດເອົາອັນໃດດີອັນໃດຊົ່ວ ກ່ອນຊິເຮັດຫຍັງໃຫ້ຄຶດຖີ່ຖ້ວຍ ແລະ ຄຶດຄັກໆເດີ.

ສະຫຼຸບ.

ຄຳວ່າ “ຄິດ” ໝາຍເຖິງການເອົາມື ຫຼື ໄມ້ ຫຼື ອຸປະກອນໃດນຶ່ງຄິດ ຫຼື ດິດ ສິ່ງໃດນຶ່ງ. ນອກຈາກນັ້ນ, ຄິດ ຍັງມີຄວາມໝາຍຄືກັນກັບ “ຄຶດ” ຫຼືໝາຍເຖິງ ນຶກ, ຄໍານຶງ, ຫງໍ່າ, ຄະນິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo