ຮູ້ລະອຽດຄວາມໜາຍພາສາລາວຂອງຄຳວ່າ ດົນ ແລະ ນານ

SA Game

​ເວົ້າ​ລາວ​ກັນ

ອະ​ທິ​ບາຍ​ພາ​ສາ​ລາວຄຳ​ວ່າ ດົນ ແລະ ນານ.

​ໃນ​ພາ​ສາ​ລາວ ຄຳ​ວ່າ ດົນ ແລະ ນານ ມີ​ຄວາມ​ໝາຍ​ທີ່​ຄ້າຍ​ຄື​ກັນ ພຽງ​ແຕ່​ການ​ນຳ​ໃຊ້​ມີ​ຄວາມ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ຈົນ​ຖ້າ​ບໍ່​ແຍກ​ເບິ່ງ​ດີໆ​ກໍ່​ຄົ່ງ​ຈະ​ບໍ່​ຮູ້,  ແລະ ເຊື່ອ​ແນ​ວ່າຄົນລາວຈຳນວນບໍ່ໜ້ອຍທີ່ເຂົ້າໃຈສອງສັບນີ້ແບບຜິວເຜີນ ຫລາຍໆ​ຄົນກໍ່ເຄີຍໃຊ້ສອງສັບນີ້ຄູ່ກັນ ແລ້ວມີຄົນຖາມວ່າ “ນານ” ເປັນຄຳລາວເຮົາບໍ ? ຈຶ່ງຕອບວ່າ “ແມ່ນ” ດັ່ງນັ້ນ, ຈຶ່ງນຳມາອະທິບາຍ ໂດຍໃຫ້ເຂົ້າໃຈດັ່ງລຸ່ມນີ້.

ຄວາມໝາຍດ້ານຮູບສັບ

ດົນ ປະກອບພະຍາງຕາມໂຄງສ້າງ “ພ1 + ສ + ພ2+ວ1” (ດ + ໂ×ະ + ນ) ເອີ້ນວ່າ #ພະຍາງອັດ-ເປັນ.

ນານ ປະກອບສ້າງພະຍາງ ຕາມໂຄງສ້າງ “ພ1 + ສ + ພ2+ວ1” (ນ ×າ + ນ) ເອີ້ນວ່າ #ພະຍາງອັດ-ເປັນ.

SA Game
​ເວົ້າ​ລາວ​ກັນ
ຄວາມໝາຍ

ດົນ ແລະ #ນານ ລ້ວນແຕ່ເປັນຄຳລາວ ເປັນປະເພດຄຳດຽວກັນ ຄື “ຄຸນນາມ” ແປວ່າ ຊ້າ, ເຫີງ, ບໍ່ໄວ, ໃຊ້ເວລາຫຼາຍກວ່າກຳນົດ. (ດົນ ໜ້າຈະແປງມາຈາກພາສາຂະເໝນ ເພາະໃນວັດຈະນານຸກົມບອກວ່າ ດົນ ໃນພາສາຂະເໝນແປວ່າ ຮອດ, ໄປ, ລ່ວງ, ລື່ນ).

ການນຳໃຊ້

ດົນ ໃຊ້ກັບເຫດການຕ່າງໆ ໂດຍໃຊ້ຢູ່ຫຼັງຄຳອື່ນໆເຊັ່ນ: ຖ້າດົນ, ລໍດົນ, ໄປດົນ, ມາດົນ, ຂີ້ດົນ, ຢູ່ດົນ, ກິນດົນ, ເຮັດດົນ, ປ່ວຍດົນ, ໄຂ້ດົນ, ຮັກກັນດົນ, ຊັງກັນດົນ, ເວລາດົນ, ຕາຍແຕ່ດົນ, ມາແຕ່ດົນ, ຈົບແຕ່ດົນ, ໄດ້ແຕ່ດົນ, ກິນແຕ່ດົນ, ຕັ້ງແຕ່ດົນ, ຍັງອີກດົນ…

ນອກຈາກນີ້ແລ້ວຍັງນຳໜ້າບາງຄຳເຊັ່ນ ດົນນານ, ດົນກະດໍ້ກະເດ້ຍ, ດົນໆ.

ນານ ໃຊ້ກັບເຫດການຕ່າງໆ ໂດຍຢູ່ນຳໜ້າຄຳອື່ນໆເຊັ່ນ ນານຈົບ, ນານຈອດ, ນານຮອດ, ນານໄດ້, ນານຕາຍ, ນານໄປ, ນານມາ, ນານໄດ້ກິນ, ນານນັບ, ນານປີ, ນານແລ້ວ, ນານມາແລ້ວ, ນານດົນ, ນານໆ, ນານຂຶ້ນ, ນານລົງ…

ນອກຈາກນີ້ຍັງຢູ່ທ້າຍຄຳອື່ນເຊັ່ນ ກາລະນານ, ເຫີງນານ, ດົນນານ .

“ນານ” ຍັງໃຊ້ແທນຄຳວ່າ ດົນ ໄດ້ທຸກໆຄຳ ເຊັ່ນ ໄປນານ, ກິນນານ, ຢູ່ນານ…. ຄຳວ່າ “ດົນ” ກໍສາມາດແທນ ຄຳວ່ານານໄດ້ ຈະໃຊ້ໃນຂໍ້ຄວາມຍາວ ເຊັ່ນ ດົນຄັກກ່ອນຈະໄດ້ກິນ, ດົນຊິມາຮອດຮອດ, ດົນແລ້ວທີ່ລາວເຮັດ…

ເຖິງແມ່ນວ່າສອງຄຳຈະວາງໄວ້ໜ້າ ໄວ້ຫຼັງ ໃນຄວາມໝາຍຄືກັນກໍຕາມ ແຕ່ຄວາມໝາຍຕ່າງກັນເຊັ່ນ

ຕາຍດົນ = ຕາຍໄປແລ້ວ #ນານຕາຍ =ຍັງບໍ່ຕາຍ

ໄປດົນ = ໄປແລ້ວ #ນານໄປ = ຍັງບໍ່ໄປ

ກິນດົນ = ກຳລັງກິນຢູ່ບໍ່ທັນແລ້ວ #ກິນດົນແລ້ວ = ເຄີຍກິນມາແລ້ວ #ນານກິນ = ຍັງບໍ່ກິນ

ຈົບດົນ = ຈົບແລ້ວ #ນານຈົບ = ຍັງບໍ່ຈົບ

ການໃຊ້ໃນເຫດການດຽວກັນ
  • ສັ່ງເຂົ້າປຽກແຕ່ດົນ ນານໄດ້ເອົາແທ້ເອົາວ່າ
  • ມາຖ້າຕັ້ງແຕ່ດົນ ນານຮອດພິລຶກ
  • ກິນແຕ່ດົນ ນານແລ້ວແທ້
  • ຮັກກັນມາຕັ້ງແດ່ດົນເນາະ ນານເລີກກັນແທ້
  • ຕັ້ງແຕ່ດົນນານມາແລ້ວ….
    -ເກີດດົນແຕ່ນານຕາຍ
  • ໄປຕັ້ງແຕ່ດົນ ນານກັບມາພິລຶກ
  • ຮຽນຈົບແຕ່ດົນ ນານໄດ້ເຮັດວຽກ
ສະຫຼຸບ.

ຄວາມວ່າ “ດົນ” ແລະ “ນານ”ຄວາມໝາຍດຽວກັນ ແຕ່ຕ່າງເວລາໃຊ້ ຄືດົນໃຊ້ໄວ້ຫຼັງຄຳອື່ນ ສ່ວນນານໃຊ້ນຳໜ້າຄຳອື່ນ. ຖ້າໃຊ້ໃນເຫດການດຽວກັນ ມັກເວົ້າ ດົນ ກ່ອນແລ້ວຈັ່ງ ນານ ຕາມຫຼັງ. ແງ່ຄວາມໝາຍ ດົນ ເວລາທີ່ແລ້ວໄປແລ້ວ, ສ່ວນນານ ຍັງບໍ່ທັນລົງມື.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປ່ອງຢ້ຽມພາສາລາວ