ການນຳໃຊ້ ຕື່ມ ແລະ ເຕີມ ແລະ ຄວາມໝາຍໃນພສາລາວ

SA Game

​ເວົ້າ​ລາວ​ກັນ

ພາ​ສ​າ​ລາວ ​ອະ​ທິ​ບາຍຄວາມ​ໝາຍ​ຂອງ​ຄຳ​ວ່າ ຕື່ມ ແລະ ເຕີມ.

ໃນ​ບົດ​ນີ້​ເຮົາ​ຈະ​ຂໍ​ຍົກ​ເອົາ​ສອງ​ຄຳ​ທີ່​ຄ້າຍ​ຄື​ກັນ​ອີກ​ມາ​ເພື່ອ​ອະ​ທິ​ບາຍ ແລະ ລົມກັນເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ພາ​ສາ​ລາວ​ແຕ່​ລະ​ຄຳ​ໃຫ້​ດີ​ຂື້ນ​ພ້ອມ​ທັງ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ໃສ​ພາ​ສາ​ລາວ, ສອງ​ຄຳ​ນັ້ນ​ກໍ່​ຄື ຕື່ມ ແລະເຕີມ ເຊິ່ງ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຂໍ​ຂອບ​ໃຈ​ ​ເພ​ຈ ປ່ອງ​ຢ້ຽມ​ພາ​ສາ​ລາວ​ ທີ່​ເປັນ​ເພ​ຈ ທີ່​ຂ້າ​ພະ​ເຈົ້າ​ຕິດ​ຕາມ​ມາ​ຕະ​ຫລອດ ແລະ ສອງ​ຄຳ​ນີ້​ກໍ່​ເຊັ່ນ​ດຽວ​ກັນ ໄດ້​ນຳ​ເອົາ​ມາ​ຈາກເພ​ຈ ປ່ອງ​ຢ້ຽມ​ພາ​ສາ​ລາວ ມາ​ໃຫ້​ບັນ​ໄດ້​ທ່ານ​ໄດ້​ຮູ້​ລະ​ອຽດ​ນຳ​ກັນ.

ຍ້ອນສອງຄຳນີ້ມີຄວາມໝາຍອັນດຽວກັນ ຈຶ່ງມີຄົນສົງໄສວ່າ ອັນໃດຖືກ-ອັນໃດຜິດ, ອັນໃດເໝາະສົມ-ອັນໃດບໍ່ເໝາະສົມ, ອັນໃດທາງການ-ອັນໃດເວົ້າ ແລະ ຈະ​ນຳ​ໃຊ້​ແບບ​ໃດ​ເພື່ອ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ການ​ໃນ​ພາ​ສາ​ລາວ, ເຊິ່ງວ່າຄຳ​ວ່າ ຕື່ມ ແລະ ເຕີມ ​ຖ້າ​ຈະ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ມັນ​ນັ້ນແມ່ນມີຄວາມໝາຍດຽວກັນຄືໝາຍເຖິງ “ແຖມ, ເຮັດໃຫ້ຫຼາຍຂຶ້ນ, ເພີ່ມເຂົ້າ, ເອົາໃຫ້ອີກ, ເສີມໃສ່…

SA Game
​ເວົ້າ​ລາວ​ກັນ
ຄວາມຈິງຄຳສອງຄຳນີ້ມີບໍລິບົດທີ່ແຕກຕ່າງເຊັ່ນ:
  • ໄດ້ຂໍ້ມູນເພີ່ມເຕີມຈາກ…..
  • ຊອກຫາຂໍ້ມູນເພີ່ມຕື່ມໄດ້ທີ່….
  • ເຕີມຮັກທີ່ຂາດຫາຍ ເຕີມໃຈທີ່ຂາດຮັກ
  • ເຕີມຮັກເຕີມໃຈ (ຖ້າວ່າຕື່ມໃຈ ຈະໝາຍເຖິງເຮັດໃຫ້ມີຫຼາຍໃຈ)
  • ເພີ່ມເຕີມເສີມໃສ່
  • ໃສ່ອີກຕື່ມ, ເອົາຕື່ມ, ກິນຕື່ມ
  • ຕື່ມໃສ່ບ່ອນວ່າງ
  • ບັດຕື່ມເງິນ
  • ຂ້ອຍຊິແວ່ເຕີມນໍ້າມັນລົດ ເງິນບໍ່ພໍຂໍຕື່ມແດ່
  • ຕື່ມໃສ່ຜູ້ລະເລັກລະໜ້ອຍ ເພື່ອໃຫ້ເຕີມເຕັມ
  • ນໍ້າແກງໜ້ອຍ ເອົານໍ້າໃສ່ຕື່ມ
  • ເມື່ອກີ້ຂ້ອຍເຫັນນໍ້າແກງໜ້ອຍ ຈຶ່ງເຕີມນໍ້າໃສ່ອີກຕື່ມ
  • ສຳລັບບໍລິບົດຂອງກອນສາມາດທົດແທນກັນໄດ້ເຊັ່ນ -ເຕີມຕື່ມນໍ້າ…ນົວເພີ່ມພໍດີ
  • ຄັນວ່າເຮົາເຕີມເຕັມ ຕື່ມໃຈຈອງໄວ້
  • ພຽງແຕ່ເຕີມເຕັມໃຫ້ ຫົວໃຈເຕັມຕື່ມ ……..

ຈາກການຍົກຕົວຢ່າງມາຂ້າງເທິງ ເຫັນໄດ້ວ່າ ທັງຕື່ມ ແລະເຕີມສາມາດໄປນຳກັນ, ທົດແທນກັນໄດ້ ແຕ່ກໍເຫັນຄວາມແຕກຕ່າງເຊັ່ນ

  • ອີກຕື່ມ ບໍ່ໃຊ້ຄຳວ່າ ອີກເຕີມ ຈະກາຍ ເຕີມອີກ,
  • ເອົານໍ້າໃສ່ຕື່ມ = ເຕີມນໍ້າໃສ່
  • ຕື່ມບໍ່ໃຊ້ກັບຄວາມຮັກ.
ສະຫຼຸບຄື:
  • ຕື່ມ ຈະໄດ້ເປັນຈຳນວນນັບຫຼາຍຂຶ້ນ
  • ເຕີມ ຈະໄດ້ຫຼາຍ ເພີ່ມຂຶ້ນ ແຕ່ບໍ່ເປັນຈຳນວນນັບ ອາດເປັນບໍລິມາດ ຫຼື ຄວາມຮູ້ສຶກ.

​ແລະ ໄດ້​ຍິນ​ບາງ​ທ່ານ​ເຂົາ​ເຈົ້າ​ໜ້າຈະ​​ເດົາເອົາວ່າ ຕື່ມ ໜ້າຈະເກີດຫຼັງ ເຕີມ ອັນ​ນີ້​ເປັນ​​ຄວາມ​ຄິດ​ເຫັນ​ສ່ວນ​ບຸກ​ຄົນ​ບໍ່​ໄດ້​ມີ​ເອ​ກະ​ສານ​ອ້າງ​ອີງ​ຫຍັງ​ເປັນ​ພຽງ​ການ​ສັນ​ນິ​ຖານ
ເມື່ອເຮົາເວົ້າຄຳວ່າ ເຕີມ ເປັນສຽງສັ້ນ ເຕິມ ຈະຄ້າຍກັບ ຕື່ມ ແລະ ຕື່ມ ມີວັນນະຍຸດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປ່ອງຢ້ຽມພາສາລາວ