ມາຮູ້ຈັກຄວາມ​ໝາຍ​ຂອງຄໍາວ່າ: “ພໍ່” ໃຫ້ກ້ວາງອີກຈັກເລັກນ້ອຍ.

SA Game

​ເວົ້າ​ລາວ​ກັນ

ຄວາມ​ໝາຍ​ຂອງ​ຄຳ​ວ່າ​ພໍ​່​ທີ່​ມີ​ຄວາມ​ໝາຍ​ອັນ​ຫລາກ​ຫລາຍ.

“ພໍ່” ຄື​ຄຳ​ທີ່​ທຸກ​ຄົນ​ຮູ້​ກັນ​ດີ​ຢູ່​ແລ້ວ ​ທັງ​ການ​ໃຊ້​ພາ​ສາ ແລະ ຊິ​ວິດ​ປົກ​ກະ​ຕິ​ແຕ່​ລະ​ມື້.

ຄຳ​ເວົ້າ​ປະ​ຈຳ​ວັນ​ຂອງ​ພວກ​ເຮົາ​ໃນ​ການ​ເອີ້ນ “ພໍ່”, ເຊິງ​ໄດ້​ມີ​ຫລາຍໆ​ຄຳ ຫລາຍໆ​ແບບ, ບາດ​ນີ້​ເຮົາ​ຈະ​ມາ​ເວົ້າ​ແບບ​ລະ​ອຽດ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ​ເອງ​

ພໍ່ ເປັນຄໍານາມ ທີ່ມີຫຼາຍຄວາມໝາຍແຕກຕ່າງກັນເຊັ່ນ:

ຄໍາວ່າ: ພໍ່ ຄື:

1.ເປັນຜູ້ຊາຍທີ່ໃຫ້ກໍາເນີດເຮົາມາ ເປັນຄົນທີ່ແຕ່ງງານກັບແມ່ຂອງເຮົາແລ້ວຄອດເຮົາອອກມາຫຼືເອີ້ນວ່າພໍ່ຜູ້ບັງເກີດເກົ້າ ຫຼື ພໍ່ແທ້ໆພໍ່ຄີງໆທີ່ມີຜູ້ດຽວໃນຊີວິດຂອງເຮົາ.

SA Game
​ເວົ້າ​ລາວ​ກັນ
  1. ພໍ່ ຄື:ຜູ້ຊາຍທີ່ເຮົານັບຖື ໂດຍບໍ່ແມ່ນພໍ່ທີ່ກໍາເນີດເຮົາມາອາດຈະເປັນຍາດຕິພີ່ນ້ອງ ຫຼື ບໍ່ແມ່ນຍາດຕິພີ່ນ້ອງກໍ່ເປັນໄປໄດ້ ເປັນບຸກຄົນທີ່ເຮົາໃຫ້ຄວາມເຄົາລົບນັບຖືຈະມີອາຍຸໜ້ອຍຫຼືຫຼາຍກວ່າພໍ່ຂອງເຮົາກໍ່ຕາມອາດຈະເປັນພໍ່ຂອງເມຍ ພໍ່ຂອງໝູ່ເພື່ອນເຮົາ ພໍ່ຂອງນ້ອງຊາຍ,ນ້ອງສາວ,ເອື້ອຍ,ອ້າຍ ທີ່ເຮົານັບຖືໃນສັງຄົມທົ່ວໄປກໍ່ສາມາດເອີ້ນພໍ່ໄດ້.
  2. ພໍ່ ຄື: ຜູ້ຊາຍທີ່ມີອາຍຸຮຸ່ນລາວຄາວດຽວກັບພໍ່ຂອງເຮົາ ແລະ ເປັນບຸກຄົນໃກ້ຊິດ ສະໜິດສະໜົມ ແລະ ຮັກແພງກັນກັບພໍ່ຂອງເຮົາ ເຊິ່ງພໍ່ເຮົາເອີ້ນວ່າ:ສ່ຽວ ໃນນາມເຮົາເປັນລູກກໍ່ຈະເອີ້ນໄປຕາມພໍ່ເອີ້ນວ່າ: ພໍ່ ຫຼື ພໍ່ສ່ຽວ ນັ້ນກໍ່ຄືສ່ຽວ ຫຼື ໝູ່ເພື່ອນຂອງພໍ່ນັ້ນເອງ.
  3. ພໍ່ ຄື: ຜູ້ຜູ້ຊາຍທີ່ມີຄວາມຜູກພັນກັບເຮົາຄືລູກຄີງໆ ເອົາໃຈໃສ່ດູແລ ແລະ ຮັກຫອມເຮົາຢ່າງຈິງໃຈ ບາງທີເຖິງຂັ້ນແບ່ງມູນມັງ ຫຼື ຊັບສິນໃຫ້ຄືກັບ ພໍ່,ແມ່ ຂອງເຮົາ ເຊິ່ງຄົນລາວມັກເອີ້ນພໍ່ຊະນິດນີ້ວ່າ: ພໍ່ຮັກ ຫຼື ພໍ່ບຸນທໍາ ເອີ້ນນັບຖືໄປກວ່ານັ້ນວ່າ: ພໍ່ ເຊິ່ງມີຄວາມໝາຍທຽບກັບພໍ່ຂອງເຮົາ.

ນອກຈາກນີ້ຄໍາທີ່ຂຶ້ນຕົ້ນດ້ວຍຄໍາວ່າພໍ່ຍັງມີອີກຫຼາກຫຼາຍເຊັ່ນວ່າ:

ພໍ່ຄົວ ຄືຜູ້ຊາຍທີ່ຊ່າງແຕ່ງກິນ(ຄົວກິນ);

ພໍ່ຄ້າ ຄື: ຄືຜູ້ຊາຍທີ່ທໍາທຸລະກິດ,ຄ້າຂາຍ;

ພໍ່ເຖົ້າ ຄື: ພໍ່ຂອງແມ່ ຫຼື ພໍ່ຂອງເມຍ;

ພໍ່ຕາ ຄື: ນ້ອງຊາຍຂອງພໍ່ເຖົ້າ;

ພໍ່ປູ່ ຄື: ພໍ່ຂອງຜົວ ຫຼື ພໍ່ຂອງພໍ່ເຮົາ;

ພໍ່ບ້ານ ຄື: ຜູ້ຊາຍທີ່ຖືກລູກບ້ານເລືອກໃຫ້ເປັນຜູ້ຕາງໜ້າແລະຮັບຜິດຊອບເບິ່ງແຍງການເປັນຢູ່ຂອງຊາວບ້ານ;

ພໍ່ດອງ ຄື: ຜູ້ຊາຍທີ່ເປັນພໍ່ຂອງລູກເຂີຍ ຫຼື ລູກໄພ້;

ພໍ່ລ້ຽງ ຄື: 1.ຄືຜູ້ຊາຍທີ່ເອົາລູກຜູ້ອື່ນມາລ້ຽງ;

2. ພໍ່ລ້ຽງຄື: ຜູ້ຊາຍທີ່ເປັນຄົນທຳທຸລະກິດ ຄ້າຂາຍມີເງິນເໜືອກຸ່ມຄົນຈຳນວນໜຶ່ງ;

ພໍ່ຮ້າງຄື: ຄືຜູ້ຊາຍທີ່ຢ່າຮ້າງກັບເມຍ ຫຼື ປະເມຍແລ້ວແຕ່ຍັງບໍ່ທັນໄດ້ແຕ່ງງານໃໝ່;

ພໍ່ໝ້າຍຄື:ຜູ້ຊາຍທີ່ເມຍຕາຍປະແຕ່ບໍ່ທັນໄດ້ແຕ່ງງານຫຼືສ້າງຄອບຄົວໃໝ່…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo