ຮອງ​ລັດ​ຖະ​ມົນ​ຕີຢ້ຽມ​ຢາມ​ພະ​ນັກ​ງານສໍາຫຼວດ ແລະ ປັກຫຼັກຊາຍແດນ

SA Game

ກົມການຂ່າວ ກະຊວງການຕ່າງປະເທດ

ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ເຄື່ອນໄຫວຢ້ຽມ​ຢາມ​ຢູ່ແຂວງຈໍາປາສັກກອງປັກຫຼັກຊາຍແດນ

ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວວຽກງານ ຢູ່ ແຂວງຈໍາປາສັກໃນລະຫວ່າງວັນທີ 16-18 ສິງຫາ 2022 ທີ່ຜ່ານມາ, ຈຸດປະສົງ ແມ່ນເພື່ອຊຸກຍູ້, ຕິດຕາມ, ກວດກາ ວຽກງານກໍ່ສ້າງພັກ-ວຽກງານຄຸ້ມຄອງພະນັກງານ ຢູ່ ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ

ເພື່ອໃຫ້ພະນັກງານ- ສະມາຊິກພັກ ກໍາແໜ້ນ 5 ຫຼັກການ, 3 ທິດນໍາຂອງພັກ ແລະ ໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຄຸ້ມຄອງພະນັກງານ, ເພື່ອເຮັດໃຫ້ພະນັກງານກໍາໄດ້ສະພາບການຕ່າງໆ ທັງພາກພື້ນ ແລະ ສາກົນ

ຈໍາແນກໄດ້ການຫັນປ່ຽນໂດຍສັນຕິຂອງພວກອິດທິກໍາລັງປໍລະປັກ, ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ ໃນການປະຕິບັດໜ້າທີ່ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ກັບປະເທດໃກ້ຄຽງທີ່ຍັງບໍ່ທັນສໍາເລັດ ໂດຍສະເພາະຊາຍແດນ ລາວ-ໄທ ແລະ ລາວ-ກໍາປູເຈຍ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ການເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວິໄລວົງ ບຸດດາຄຳ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ເພື່ອລາຍງານຈຸດປະສົງການເຄື່ອນໄຫວຂອງຄະນະໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ

ແລະ ໃນໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ອໍານວຍຄວາມສະດວກໃຫ້ ພະນັກງານຈາກກະຊວງການຕ່າງປະເທດ ທີ່ມາປະຕິບັດໜ້າທີ່ວຽກງານຢູ່ ແຂວງຈຳປາສັກ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ
ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບຄະນະຈັດຕັ້ງແຂວງ, ພະແນກການຕ່າງປະເທດແຂວງ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານນະໂຍບາຍຕ່າງໆ. ຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຢູ່ ກອງບັນຊາການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ແລະ ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ