ທ່ານ ອາຊາງ ລາວລີ ແລະ ຄະນະ ຢ້ຽມຢາມຊີ້ນໍາວຽກງານຢູ່ແຂວງຫລວງນໍ້າທາ

SA Game

ຂ​ປ​ລ

ຄະ​ນະ​ນຳ​ເກົ່າຢ້ຽມຢາມແຂວງຫລວງນໍ້າທາພ້ອມ​ຊີ້​ນຳ​ວຽກ​ງານ​ຕ່າງໆ

ອະດີດຮອງນາຍົກລັດຖະມົນຕີ ທ່ານ ອາຊາງ ລາວລີ  ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ແຂວງຫລວງນໍ້າທາ ແລະ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງແຂວງເມື່ອບໍ່ດົນມານີ້, ພ້ອມທັງໄດ້ຮັບຟັງການລາຍງານຈາກ ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ກ່ຽວກັບ ການປົກປັກຮັກສາ, ການສ້າງສາພັດທະນາຂອງແຂວງໄລຍະຜ່ານມາ

ເຖິງວ່າສະພາບແວດລ້ອມ ທັງພາຍນອກ ແລະ ພາຍໃນ ພົບຄວາມຫຍຸ້ງຍາກຫລາຍປະການ, ແຕ່ຄະນະພັກ-ຄະນະນໍາ ໂດຍໄດ້ຮັບ ການຮ່ວມມື ແລະ ສະໜັບໜູນຈາກທຸກພາກສ່ວນຢູ່ພາຍໃນແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິ ບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມຢູ່ພາຍໃນແຂວງ, ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ສ້າງເງື່ອນ ໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍ່ຂະຫຍາຍຕົວເປັນກ້າວໆ.

SA Game
ຂ​ປ​ລ

ໂອກາດນີ້, ທ່ານ ອາຊາງ ລາວລີ ກໍໄດ້ຊີ້ນໍາໃຫ້ສືບຕໍ່ເອົາໃຈໃສ່ບາງດ້ານເປັນ ຕົ້ນ ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ພາຍໃນແຂວງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ, ເພີ່ມທະວີການແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ

ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການເຜີຍແຜ່ ບັນດາມະຕິຕ່າງໆທີ່ວາງອອກ, ເຮັດໃຫ້ພະນັກງານສະມາຊິກພັກທຸກຂົງເຂດວຽກງານໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ວຽກງານລົງຮາກຖານໃຫ້ເຂັ້ມແຂງທາງດ້ານການເມືອງແນວຄິດເປັນຫລັກ, ເຕົ້າໂຮມຄວາມສາມັກຄີ, ເປັນແບບຢ່າງນໍາໜ້າ, ການສ້າງພະນັກງານສືບທອດປ່ຽນແທນໃຫ້ຖືສຳຄັນ ແລະ ຖືກຕາມມາດຖານ, ການຈັດຕັ້ງປະຕິບັດ

ສິ່ງສຳຄັນແມ່ນຕ້ອງຈັດຕັ້ງປະຕິບັດໃຫ້ເຂົ້າສູ່ວຽກງານຕົວຈິງ ໃຫ້ປະສົບ ຜົນສຳເ ລັດຕາມເວລາທີ່ກຳນົດ, ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມວ່ອງໄວ, ມີປະສິດທິຜົນສູງຂຶ້ນ ແລະ ວຽກງານອື່ນໆ.

SA Game
ຂ​ປ​ລ

ໃນໂອກາດດຽວກັນນີ້, ທ່ານ ອາຊາງ ລາວລີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຄງການປູກໝາກນາວ ທີ່ສູນເຕັກນິກກະສິກຳ, ການລ້ຽງປາ ໃສ່ນາຂອງປະຊາຊົນຢູ່ບ້ານຂອນ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ