ແຂວງກວາງບິງ ສສ ຫວຽດນາມຈັດ​ພິ​ທີແລກປ່ຽນບົດຮຽນ ລາວ-ຫວຽດນາມ

SA Game

ຂ​ປ​ລ

ລາວ-ຫວຽດນາມ ແລກປ່ຽນບົດຮຽນ ການເປັນເສນາທິການຮັບໃຊ້ ກອງປະຊຸມສະພາແຫ່ງຊາດ

ສະຫາຍ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດລາວ ເຂົ້າຮ່ວມ ສໍາມະນາແລກປ່ຽນບົດຮຽນ ຄັ້ງທີ XI ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທີ່ຈັດຂຶ້ນຢູ່ແຂວງກວາງບິງ ສສ ຫວຽດນາມໃນລະຫວ່າງວັນທີ 19-22 ສິງຫາ 2022 ນີ້.

ການສໍາມະນາໃນຄັ້ງນີ້, ໄດ້ສຸມໃສ່ແລກປ່ຽນບົດຮຽນ ກ່ຽວກັບການຍົກສູງການເປັນເສນາທິການຮັບໃຊ້ ໃຫ້ແກ່ກອງປະຊຸມສະພາແຫ່ງຊາດ ໂດຍການຫັນເປັນທັນສະ ໄໝ, ການຍົກສູງວຽກງານຂໍ້ມູນ-ຂ່າວສານ ແລະ ສື່ມວນຊົນ, ການເພີ່ມທະວີການປະສານສົມທົບ ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດ ຫລື ຄະນະເລຂາທິການສະພາແຫ່ງຊາດ

ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງເປັນຫົວຂໍ້ທີ່ເຕັມໄປດ້ວຍເນື້ອໃນສຳຄັນ ທີ່ມີປະໂຫຍດ, ແທດ ເໝາະຕົວຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້.

SA Game
ຂ​ປ​ລ

ໃນໂອກາດເຂົ້າຮ່ວມສໍາມະນາດັ່ງກ່າວ, ຄະນະຜູ້ແທນຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸ່ຍ ວັນ ເກື່ອງ ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເຊິ່ງສອງຝ່າຍ ໄດ້ຕີລາຄາຄືນການພົວ ພັນຮ່ວມມື ໂດຍສະເພາະ ການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສະບັບປີ 2017-2019 ແລະ ບົດບັນທຶກທີ່ເຊັນກັນໃນເດືອນພຶດສະພາ 2022, ພ້ອມທັງປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ ສສ ຫວຽດນາມ ໂດຍສະຫາຍນາງ ປິ່ງຄໍາ ລາຊະສິມມາ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ສະຫາຍຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ມີທິດຊີ້ນຳກ່ຽວກັບການເສີມຂະຫຍາຍການພົວພັນ 2 ຝ່າຍ

ສະຫາຍຫົວໜ້າຄະນຜູ້ແທນຝ່າຍລາວ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ຂອງສະຫາຍຫວຽດນາມອ້າຍນ້ອງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ

SA Game
ຂ​ປ​ລ

ພິເສດ ຕໍ່ການຊ່ວຍເຫລືອທຶນຮອນອັນລ້ຳຄ່າຂອງ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການສ້າງຫໍສະພາແຫ່ງຊາດລາວ ຫລັງໃໝ່, ທຶນໃນການບູລະນະປົກປັກຮັກສາຫໍສະພາແຫ່ງຊາດ, ອຸປະກອນເຕັກນິກຮັບໃຊ້ຫ້ອງການ, ອຸປະກອນການແພດ ແລະ ທຶນຮອນ ໃນການບໍາລຸງສ້າງພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.