ຮສສ ສົ່ງ​ເສີມແຮງງານລາວເຂົ້າສູ່ຕໍາແໜ່ງງານທີ່ມີຢູ່ພາຍໃນປະເທດ

SA Game

ຂປລ

ກະ​ຕຸ້ນໃຫ້ຜູ້ອອກແຮງງານລາວເຂົ້າສູ່ຕໍາແໜ່ງງານທີ່ມີຢູ່ພາຍໃນປະເທດໃຫ້​ຫລາຍ​ຂື້ນ

ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນຂອງການອອກໄປເກັບກ່ຽວປະສົບການຈາກການເຮັດວຽກແບບອຸດສາຫະກຳ ເພື່ອຫາລາຍໄດ້ເຂົ້າສູ່ປະເທດ ເພື່ອມີຕົ້ນທຶນໃນການພັດ ທະນາສີມື ແລະ ເພື່ອມີຊີວິດການເປັນຢູ່ທີ່ດີຂຶ້ນ ຈາກການອອກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຕ້ອງເປັນການອອກໄປເຮັດວຽກແບບຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງປະເທດເຮົາ ແລະ ປະເທດທີ່ຮັບເທົ່ານັ້ນ.

ໄລຍະຜ່ານມາກະຊວງ ຮສສ ໄດ້ໃຊ້ທຸກຄວາມພະຍາຍາມ ເພື່ອເຮັດໃຫ້ຜູ້ອອກແຮງງານລາວໄດ້ເຂົ້າສູ່ຕໍາແໜ່ງງານທີ່ມີຢູ່ພາຍໃນປະເທດເປັນກົກ ລວມທັງຕໍາແໜ່ງງານໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ, ການສົ່ງເສີມການປະກອບອາຊີບອິດສະລະຢູ່ກັບທ້ອງຖິ່ນຂອງກຳລັງແຮງງານເອງ

ເພາະພວກເຮົາເຫັນວ່າ ການເຮັດໃຫ້ແຮງງານລາວໄດ້ເຮັດວຽກ ຫລື ປະກອບອາຊີບຢູ່ພາຍໃນປະເທດພວກເຮົາເອງນັ້ນ ຍັງຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງສົ່ງເສີມການດຳລົງຊີວິດແບບສັງຄົມຄອບ ຄົວໃຫ້ດຳລົງຢູ່ຄູ່ກັບສັງຄົມລາວເຮົາ, ຫລີກເວັ້ນການເອົາຊີວິດຂອງຜູ້ທີ່ເປັນກຳລັງແຮງງານຂອງຊາດໄປສ່ຽງໃນການອອກໄປຫາເຮັດວຽກຢູ່ບ່ອນອື່ນທີ່ຫ່າງໄກຄອບຄົວ ແລະ ປະເທດຊາດ ຊຶ່ງລັດຖະບານອາດບໍ່ສາມາດເບິ່ງແຍງດູແລ ຫລື ໃຫ້ການຊ່ວຍເຫລືອໄດ້ໃນຍາມເກີດເຫດການທີ່ບໍ່ເພິ່ງປາໜາຕ່າງໆ.

SA Game
ຂປລ

ກະຊວງ ຮສສ ຍອມຮັບວ່າ ການໃຫ້ບໍລິການດ້ານຕ່າງໆໃນຜ່ານມາແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ການສ້າງສິ່ງອຳນວຍຄວາມສະດວກ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງການບໍລິການກໍຍັງບໍ່ທັນກວ້າງ ຂວາງ ຍັງບໍ່ທັນທົ່ວເຖິງ, ຍັງບໍ່ທັນເປັນທີ່ເພິ່ງພໍໃຈໃຫ້ແກ່ຜູ້ອອກແຮງງານໄດ້ເທົ່າທີ່ຄວນ ເປັນຕົ້ນ ການສະໜອງຂໍ້ມູນກ່ຽວກັບຕໍາແໜ່ງງານທີ່ມີຢູ່ຍັງບໍ່ມີລາຍລະອຽດ ໂດຍສະເພາະແມ່ນ ບັນດາເງື່ອນໄຂໃນການເຮັດວຽກຂອງບັນດາຕໍາແໜ່ງງານເຊັ່ນ:

ຄ່າແຮງງານ, ຊົ່ວໂມງເຮັດວຽກ, ຄວາມກ້າວໜ້າໃນໜ້າວຽກຕ່າງໆ, ສະຫວັດດີການດ້ານແຮງງານຕ່າງໆເປັນຕົ້ນ ຊຶ່ງອາດຍັງບໍ່ສາມາດໃຊ້ເປັນຂໍ້ມູນພຽງພໍໃຫ້ແກ່ການຕັດສິນໃຈທີ່ຈະເຂົ້າເຮັດວຽກໃນຕໍາແໜ່ງງານດັ່ງກ່າວໄດ້. ນອກຈາກນັ້ນ, ລະດັບຄ່າແຮງງານຂັ້ນຕ່ຳທີ່ລັດຖະບານກຳນົດອອກໃນແຕ່ລະໄລຍະ ເມື່ອທຽບກັບຫລາຍປະເທດ ກໍເປັນຕົວເລກທີ່ຕ່ຳກວ່າ ຊຶ່ງຍັງບໍ່ສາມາດອະທິບາຍເຫດຜົນທີ່ຈຳເປັນໃຫ້ທຸກຄົນເຂົ້າໃຈໄດ້ເທົ່າທີ່ຄວນ.

ທ່ານ ພົງໄຊສັກ ອິນຖາລາດ ຍັງໄດ້ເນັ້ນອີກວ່າ: ລັດຖະບານ ກໍຄື ກະຊວງ ຮສສ ພ້ອມທີ່ຈະແກ້ໄຂບັນຫາທີ່ກ່າວ ດ້ວຍເຫດ ແລະ ຜົນ ໂດຍເຫັນໄດ້ຄວາມສຳຄັນ, ຂາດບໍ່ໄດ້ໃນການເຂົ້າຮ່ວມຂອງພີ່ນ້ອງຊາວຜູ້ອອກແຮງງານລາວທຸກຄົນ ໂດຍສະເພາະແມ່ນໃນສະພາບທີ່ເປັນຢູ່ໃນປັດຈຸບັນ ຍິ່ງເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາທຸກຄົນ ໄດ້ຮັບຜົນກະທົບເປັນທະວີຄູນ ຫລື ເພີ່ມສູງຂຶ້ນ ຈຶ່ງຢາກຮຽກຮ້ອງມາຍັງຜູ້ອອກແຮງງານທຸກທົ່ວໜ້າ ທີ່ຍັງລໍຖ້າໂອກາດໃນການເຮັດວຽກ ຫລື ຕ້ອງການຢາກເຮັດວຽກ ແຕ່ບໍ່ສາມາດຫາວຽກໄດ້ ຫລື ຜູ້ທີ່ຕ້ອງການຢາກຝຶກວິຊາຊີບ ເພື່ອປະກອບອາຊີບໃນການທຳມາຫາກິນໂດຍໃຫ້ປະຕິບັດດັ່ງນີ້: ໜຶ່ງ.

ເຂົ້າໄປພົວພັນ ຫລື ຂຶ້ນທະບຽນຢູ່ຫ້ອງການ ຮສສ ປະຈຳ ເມືອງໃກ້ບ້ານທ່ານ ຫລື ຢູ່ພະແນກ ຮສສ ແຂວງ, ນະຄອນຫລວງ ຫລື ສູນບໍລິການຈັດຫາງານ, ບັນ ດາວິສາຫະກິດບໍລິການຈັດຫາງານທີ່ໄດ້ຮັບອະນຸຍາດໃນທົ່ວປະເທດ ເພື່ອສະແດງຄວາມຕ້ອງການ ໃນການຢາກເຮັດວຽກຢູ່ພາຍໃນປະເທດ ຫລື ຕ້ອງການຝຶກວິຊາຊີບ ເພື່ອເປັນຜູ້ປະກອບອາຊີບແບບອິດສະລະ; ສອງ.

ສອບຖາມຂໍ້ມູນ ຫລື ຂຶ້ນທະບຽນການຊອກວຽກເຮັດງານທຳຢູ່ພາຍໃນປະເທດ ຜ່ານສູນບໍລິການຂໍ້ມູນຜ່ານເບີວັອດແອັບ (WhatsApp) ໄດ້ທີ່: ພະແນກຈັດຫາງານພາຍໃນ ໂທ: 021 222779; 020 91114568; 020 98999969; ສາມ. ຂຶ້ນທະບຽນແຮງງານ ແລະ ຄົ້ນຫາຂໍ້ມູນກ່ຽວກັບຕຳແໜ່ງງານ www.lmi.gov.la ຫລື ວິທະຍຸຄື້ນ 99,75 MZ, ຜ່ານສື່ອອນລາຍ facebook, tiktok ຂ່າວສານ ຮສສ ແລະ ຜ່ານສື່ອອນລາຍອື່ນໆ;

ສຳລັບການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງຕາມກົດໝາຍ ລວມທັງກົດໝາຍຂອງປະເທດເຮົາ ແລະ ກົດໝາຍປະເທດປາຍທາງ ແມ່ນເປັນການບໍ່ສົມຄວນ, ເປັນຊ່ອງທາງທີ່ມີຄວາມສ່ຽງທີ່ສຸດ ແລະ ຈະບໍ່ໄດ້ຮັບການປົກປ້ອງໃນດ້ານສິດທິຂອງຕົນ.

SA Game
ຂປລ

ຍິ່ງໄປກວ່ານັ້ນ ກໍຈະກາຍເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ ທີ່ມີຄວາມສ່ຽງສູງໃນການຖືກຂູດຮີດ ແລະ ລ່ວງລະເມີດສິດສ່ວນຕົວຂອງພວກເຮົາ ລວມເຖິງການມີຄວາມສ່ຽງທີ່ຈະໄດ້ເຮັດວຽກຢູ່ບ່ອນທີ່ມີອັນຕະລາຍ ທີ່ມີຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ມີບັນຫາຕ່າງໆຕາມມາລະຫວ່າງປະເທດຕົ້ນທາງ ແລະ ປະເທດຮັບແຮງງານເຂົ້າເຮັດວຽກນຳອີກ.

ອີກຢ່າງໜຶ່ງ, ຈາກບົດຮຽນທີ່ສາມາດຖອດຖອນໄດ້ຈາກການແພ່ລະບາດຂອງພະຍາດໂຄວິດ-19 ການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ແມ່ນຈະມີຄວາມເຂັ້ມງວດຂຶ້ນຫລາຍກວ່າເກົ່າທັງປະເທດຕົ້ນທາງ ແລະ ປາຍທາງ ຊຶ່ງຈຳເປັນຈະຕ້ອງໃຊ້ມາດຕະການຂັ້ນເດັດຂາດໃນການສະກັດກັ້ນ ແລະ ປະຕິບັດຕໍ່ຜູ້ລະເມີດ. ສຳລັບ ສປປ ລາວ ກໍເຊັ່ນດຽວກັນ, ການອອກຈາກປະເທດດ້ວຍວິທີໃດກໍຕາມທີ່ຜິດກົດໝາຍ ລວມທັງການໄປເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ຈະຖືວ່າເປັນການລະ ເມີດຕໍ່ລະບຽບກົດໝາຍທີ່ຮ້າຍແຮງ, ທຸກຜົນກະທົບ ຫລື ຄ່າເສຍຫາຍທີ່ເກີດຂຶ້ນຈະຕົກເປັນຄວາມຮັບຜິດຊອບຂອງຜູ້ອອກແຮງງານ ແລະ ຄອບຄົວພຽງຝ່າຍດຽວ.

ຕໍ່ບັນຫານີ້, ຂໍຮຽກຮ້ອງມາຍັງຜູ້ທີ່ມີຈຸດປະສົງຢາກໄປອອກແຮງງານຢູ່ຕ່າງປະເທດ ຕ້ອງຄຳນຶງເຖິງກົນໄກ ແລະ ຮູບແບບການໄປອອກແຮງງານແບບໃໝ່ທີ່ຖືກຕ້ອງ, ມີຄວາມປອດໄພ ແລະ ຮັບປະ ກັນຜົນປະໂຫຍດໄດ້ດີ ກວ່າໂດຍຜ່ານຊ່ອງທາງທີ່ຖືກຕ້ອງຕາມກົດໝາຍທີ່ໄດ້ກຳນົດໄວ້ເທົ່ານັ້ນ ຊຶ່ງພວກເຮົາມີຕົວແທນໃນການຊ່ວຍດຳເນີນການໃຫ້ ດັ່ງນີ້: ສະເໜີຄວາມຕ້ອງການຢາກໄປເຮັດວຽກຢູ່ຕ່າງປະເທດຜ່ານຫ້ອງການ ຮສສ ປະຈຳເມືອງ ຫລື ພະແນກ ຮສສ ແຂວງ, ນະຄອນຫລວງໃນກໍລະນີຕ້ອງການຄວາມຊ່ວຍເຫລືອ

ນຳໃຊ້ການບໍລິການຂອງສູນບໍລິການຈັດຫາງານ ແລະ ຈຸດບໍລິການຈັດຫາງານຢູ່ແຕ່ລະທ້ອງຖິ່ນ; ນຳໃຊ້ການບໍລິການຂອງ ບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການ; ສອບຖາມຂໍ້ມູນກ່ຽວກັບການໄປອອກແຮງງານຢູ່ຕ່າງປະເທດ ຜ່ານສູນບໍລິການຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍຢູ່ 6 ແຂວງເຊັ່ນ: ແຂວງບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.